ແຂວງບໍລິຄຳໄຊ ຈະສູ້ຊົນເກັບລາຍຮັບໃຫ້ບັນລຸຕາມຕົວເລກມອບໝາຍ

159

ໃນປີ 2020 ແຂວງບໍລິຄຳໄຊ ໄດ້ຮັບຕົວເລກມອບໝາຍເກັບລາຍຮັບ 927,62 ຕື້ກວ່າກີບ; ດ້ານຫົວໜ້າພະແນກການເງິນແຂວງ ເນັ້ນສຸມໃສ່ຄຸ້ມຄອງຈັດເກັບລາຍຮັບຈາກແຫຼ່ງຕ່າງໆເຂົ້າງົບປະມານຢ່າງເຂັ້ມງວດ ໂດຍນຳໃຊ້ເຄື່ອງມືທີ່ທັນສະໄໝ, ສືບຕໍ່ຫັນ 36 ຫົວໜ່ວຍທຸລະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມໃຫ້ສຳເລັດ.

ທ່ານ ຄຳແຫວນ ປັນຍານຸວົງ ຫົວໜ້າພະແນກການເງິນ ແຂວງບໍລິຄຳໄຊ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ຕົວເລກຄາດໝາຍເກັບລາຍຮັບໃນປີ 2020 ມີທັງໝົດ 927,62 ຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 7,01%. ໃນນີ້, ລາຍຮັບພູດສູນກາງ 711,82 ຕື້ກີບ ເພີ່ມຂຶ້ນ 5,99%, ລາຍຮັບພູດທ້ອງຖິ່ນ 215,80 ຕື້ກີບ ເພີ່ມຂຶ້ນ 10,51%, ສ່ວນດ້ານລາຍຈ່າຍຈະຢູ່ໃນລະດັບ 473,17 ຕື້ກີບ ຫຼຸດລົງ 2,33% ເປັນເງິນ 11,29 ຕື້ກີບ ຂອງແຜນປີ 2019 ຄາດຄະເນການຂາດດຸນ 257,36 ຕື້ກີບ ຫຼຸດລົງ 6,73% ຂອງແຜນປີ 2019.

ທ່ານຫົວໜ້າພະແນກການເງິນ ກ່າວຕື່ມວ່າ: ເພື່ອບັນລຸຄາດໝາຍທີ່ໄດ້ກໍານົດໄວ້ ຈະໄດ້ສຸມໃສ່ສູ້ຊົນຈັດເກັບລາຍຮັບຈາກບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການຕາມເງື່ອນໄຂ, ທ່າແຮງບົ່ມຊ້ອນຂອງແຂວງເຂົ້າງົບປະມານໃຫ້ຖືກຕ້ອງຄົບຖ້ວນທັນເວລາ.

ສຸມໃສ່ຄຸ້ມຄອງກວດກາສິນຄ້າເຂົ້າ – ອອກດ່ານ, ຄຸ້ມຄອງຈັດເກັບລາຍຮັບຈາກແຫຼ່ງຕ່າງໆເຂົ້າງົບປະມານຢ່າງເຂັ້ມງວດ ໂດຍນໍາໃຊ້ເຄື່ອງມືທັນສະໄໝເຂົ້າຊ່ວຍ; ສຸມໃສ່ໃນການແກ້ໄຂບັນຫາພາຫະນະນໍາເຂົ້າຊື້ – ຂາຍບໍ່ຖືກຕ້ອງຕາມບັນຊີທີ່ຍັງຄ້າງໃຫ້ສໍາເລັດ; ສຸມໃສ່ໃນການຄຸ້ມຄອງທຸກແຫຼ່ງລາຍຮັບຈາກຖານທີ່ມີທີ່ໄດ້ຂຶ້ນແຜນໄວ້ ແລະ ຈັດເກັບລາຍຮັບຈາກສະຖານທີ່ເກີດຂຶ້ນໃໝ່ ໂດຍສະເພາະ 9 ກຸ່ມລາຍຮັບຕົ້ນຕໍທີ່ໄດ້ສ້າງແຜນໄວ້.

ສືບຕໍ່ໃນການຂະຫຍາຍຖານລາຍຮັບ ດ້ວຍການຫັນຫົວໜ່ວຍທຸລະກິດທີ່ມີລາຍຮັບເກີນ 400 ລ້ານກີບຕໍ່ປີ ຈໍານວນ 36 ຫົວໜ່ວຍ ໃນ 3 ເມືອງ ເຂົ້າໃນລະບົບອາກອນມູນຄ່າເພີ່ມໃຫ້ສໍາເລັດ ແລະ ຫັນຫົວໜ່ວຍທຸລະກິດ 68 ຫົວໜ່ວຍ ເຂົ້າຖືບັນຊີຄິດໄລ່ອາກອນມູນຄ່າເພີ່ມສົ້ນເຂົ້າແບບມີກໍານົດຕາມແຈ້ງການ ເລກທີ 4170/ກງ ລົງວັນທີ 28 ພະຈິກ 2017 ແລະ ສືບຕໍ່ຄຸ້ມຄອງຈັດເກັບລາຍຮັບດ້ວຍເຄື່ອງມືທັນສະໄໝ ດ້ວຍການແຈ້ງມອບພັນທະອາກອນຜ່ານລະບົບແທັກຣິສ ( Taxris ) ໃຫ້ເພີ່ມຂຶ້ນກວມເອົາ 60% ຂອງຫົວໜ່ວຍທີ່ມີຢູ່ໃນປັດຈຸບັນ 395 ຫົວໜ່ວຍ.

ສຳລັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ແຂວງບໍລິຄຳໄຊ ມີແຜນຕົວເລກລາຍຮັບພູດສູນກາງ ແລະ ທ້ອງຖິ່ນທັງໝົດ 866,85 ຕື້ກີບ. ໃນນີ້, ລາຍຮັບພູດສູນກາງ 671,57 ຕື້ກີບ ແລະ ລາຍຮັບພູດທ້ອງຖິ່ນ 195,28 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດລາຍຮັບພູດສູນກາງ ແລະ ທ້ອງຖິ່ນໄດ້ທັງໝົດ 761,67 ຕື້ກີບ ເທົ່າກັບ 87,87% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຫຼຸດລົງ 16,38%. ໃນນີ້, ລາຍຮັບພູດສູນກາງປະຕິບັດໄດ້ 553,41 ຕື້ກີບ ເທົ່າກັບ 82,41% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຫຼຸດລົງ 20,48%; ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 208,26 ຕື້ກີບ ເທົ່າກັບ 106,65% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຫຼຸດລົງ 3,12%.