ເມືອງລະມາມ ຈະສູ້ຊົນເກັບລາຍຮັບໃຫ້ເພີ່ມຂຶ້ນ 9%

96

ໃນປີ 2019 ຜ່ານມາ ເມືອງລະມາມ ແຂວງເຊກອງ ໄດ້ຮັບຕົວເລກງົບປະມານທັງໝົດ 35,1 ຕື້ກວ່າກີບ. ໃນນີ້, ສາມາດຈັດຕັ້ງປະຕິບັດໄດ້ 34,73 ຕື້ກີບ ເທົ່າກັບ 99%. ສຳລັບແຜນການປີ 2020 ເມືອງລະມາມ ຈະສູ້ຊົນເກັບລາຍຮັບເຂົ້າງົບປະມານເພີ່ມຂຶ້ນຈາກປີຜ່ານມາ 4,92 ຕື້ກີບ ຫຼື ເພີ່ມຂຶ້ນ 9%, ຂະນະທີ່ການຄຸ້ມຄອງໂຄງການລົງທຶນຂອງລັດປີ 2020 ມີທັງໝົດ 62 ໂຄງການ.

ທ່ານ ນາງ ສຸກມະນີ ໄຊຍະວົງຄຳດີ ຫົວໜ້າຫ້ອງການ – ການເງິນເມືອງ ໄດ້ລາຍງານຢູ່ກອງປະຊຸມສະຫຼຸບວຽກງານແຜນການ – ການເງິນປີ 2019 ພ້ອມວາງທິດທາງແຜນການປີ 2020 ໃນວັນທີ 11 ມີນາຜ່ານມາວ່າ: ປີ 2019 ເມືອງມີແຜນຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 35,1 ຕື້ກີບ ທຽບໃສ່ແຜນປີ 2018 ເພີ່ມຂຶ້ນ 11%. ໃນນີ້, ສາມາດຈັດຕັ້ງປະຕິບັດໄດ້ 34,73 ຕື້ກີບ ເທົ່າກັບ 99%. ສຳລັບແຜນການປີ 2020 ເມືອງລະມາມຈະສູ້ຊົນເກັບລາຍຮັບເຂົ້າງົບປະມານທີ່ແຂວງມອບໃຫ້ເມືອງຈັດຕັ້ງປະຕິບັດເພີ່ມຈາກປີ 2019 ຜ່ານມາ ໃຫ້ໄດ້ 4,92 ຕື້ກີບ ທຽບໃສ່ແຜນປີຜ່ານມາເພີ່ມຂຶ້ນ 9%.

ໂອກາດດຽວກັນ ທ່ານ ແສງອາທິດ ພັນທຸວົງ ຫົວໜ້າຫ້ອງການແຜນການ – ການລົງທຶນເມືອງ ໄດ້ໃຫ້ຮູ້ວ່າ: ເມືອງລະມາມ ໄດ້ຮັບບົດສະເໜີໂຄງການເພື່ອປະເມີນເຂົ້າແຜນປີ 2020 ມີຈຳນວນທັງໝົດ 29 ໂຄງການ ມູນຄ່າ 43,49 ຕື້ກີບ; ໂຄງການບ້ວງໄພພິບັດປີ 2019 ມີ 35 ໂຄງການ ມູນຄ່າ 17,75 ຕື້ກີບ.

ສ່ວນໃນການຄຸ້ມຄອງການລົງທຶນຂອງລັດປີ 2019 ສະພາໄດ້ອະນຸມັດການລົງທຶນຂອງລັດທັງໝົດ 65 ໂຄງການ ມູນຄ່າລວມ 116,97 ຕື້ກີບ ເທົ່າກັບ 18,59% ເຊິ່ງເປັນທຶນພາຍໃນ 100%. ໃນນັ້ນ, ໂຄງການສືບຕໍ່ 14 ໂຄງການ ມູນຄ່າ 24,35 ຕື້ກີບ, ໂຄງການຊຳລະໜີ້ 42 ໂຄງການ ມູນຄ່າ 88,86 ຕື້ກີບ ແລະ ທຶນໂຄງການສະເໜີໃໝ່ ( ບ້ວງທຶນຟື້ນຟູໄພພິບັດ 2018 ແຕ່ປະຕິບັດ 2019 ) ມີ 9 ໂຄງການ ມູນຄ່າ 3,76 ຕື້ກີບ. ມາຮອດປັດຈຸບັນການສະເໜີເບີກຈ່າຍງົບປະມານໂຄງການຕາມແຜນສະພາອະນຸມັດ ໃນປີ 2019 ສຳເລັດ 100% ຂອງແຜນການປີ, ສ່ວນການຄຸ້ມຄອງໂຄງການການລົງທຶນຂອງລັດ ປີ 2020 ມີທັງໝົດ 62 ໂຄງການ ມູນຄ່າລວມ 6,50 ຕື້ກີບ ເຊິ່ງເປັນທຶນພາຍໃນ 100%.