ສິນຄ້າສົ່ງອອກ ຍັງມີຄວາມບອບບາງສູງ

435

ການພັດທະນາສິນຄ້າໃໝ່ທີ່ສ້າງມູນຄ່າສູງ ແລະ ຄວາມຫຼາກຫຼາຍຂອງສິນຄ້າລາວຍັງຈຳກັດ, ຜະລິດຕະພັນສິນຄ້າສົ່ງອອກສູ່ຕ່າງປະເທດສ່ວນຫຼາຍແມ່ນວັດຖຸດິບຈາກທຳມະຊາດ, ແຮ່ທາດ ແລະ ກະສິກຳຂັ້ນຕົ້ນ ເຊິ່ງເຮັດໃຫ້ບໍ່ສາມາດແຂ່ງຂັນດ້ານລາຄາກັບຕ່າງປະເທດ ເຮັດໃຫ້ສິນຄ້າລາວມີຄວາມສ່ຽງໃນຄວາມຍືນຍົງ ແລະ ບໍ່ສາມາດແກ້ໄຂບັນຫາຂາດດຸນການຄ້າໄດ້ໃນອະນາຄົດອັນໃກ້.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານໃນກອງປະຊຸມສຳມະນາວິຊາການຂອງກະຊວງອຸດສາຫະກຳ ແລະ ການຄ້າ ວ່າ: ນັບແຕ່ປີ 2014 ເປັນຕົ້ນມາ ລາວຂາດດຸນການຄ້າກັບຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ ສະແດງອອກໃນການສົ່ງອອກ ແລະ ນຳເຂົ້າ ແຕ່ປີ 2014 – 2018 ຄິດເປັນເງິນໂດລາສະຫະລັດ ຄື: ປີ 2014 ສົ່ງອອກ 4.040 ລ້ານໂດລາ ນໍາເຂົ້າ 6.126 ລ້ານໂດລາ, ປີ 2015 ສົ່ງອອກ 4.497 ລ້ານໂດລາ ນໍາເຂົ້າ 6.753 ລ້ານໂດລາ, ປີ 2016 ສົ່ງອອກ 5.079 ລ້ານໂດລາ ນໍາເຂົ້າ 6.394 ລ້າໂດລາ, ປີ 2017 ສົ່ງອອກ 5.653 ລ້ານໂດລາ ນໍາເຂົ້າ 6.783 ລ້ານໂດລາ ແລະ ປີ 2018 ສົ່ງອອກ 6.216 ລ້ານໂດລາ ນຳເຂົ້າ 7.318 ລ້ານໂດລາ.

ພາບປະກອບຂ່າວເທົ່ານັ້ນ

ໃນຈຳນວນລາຍການສົ່ງອອກຂອງລາວສ່ວນຫຼາຍແມ່ນໄຟຟ້າ, ແຮ່ທາດ ແລະ ສິນຄ້າກະສິກຳຂັ້ນຕົ້ນເປັນສ່ວນຫຼາຍ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ, ຢາງພາລາ, ກ້ວຍ, ສາລີ, ກາເຟ, ມັນຕົ້ນ, ງົວ, ຄວາຍ ແລະ ອື່ນໆ ເຊິ່ງເປັນສິນຄ້າທີ່ບໍ່ມີລາຄາແພງທຽບໃສ່ສິນຄ້ານຳເຂົ້າ ເຊັ່ນ: ລົດ, ກົນຈັກ, ເຄື່ອງໄຟຟ້າ, ອາໄຫຼ່, ຜະລິດຕະພັນທາງເຄມີ, ເຄື່ອງເອເລັກໂຕຣນິກ ແລະ ສິນຄ້າໄຮເທັກຕ່າງໆທີ່ມີລາຄາສູງ. ນອກນັ້ນ, ສິນຄ້ານຳເຂົ້າ – ສົ່ງອອກສ່ວນຫຼາຍແມ່ນສົ່ງອອກໄປໄທ 47,54%, ໃນຂະນະທີ່ນໍາເຂົ້າຈາກໄທ ກວມ 60,58%; ສົ່ງອອກໄປຈີນ 25,66% ແລະ ນໍາເຂົ້າ 19,06% ແລະ ສົ່ງອອກໃຫ້ຫວຽດນາມ 14,77% ແລະ ນຳເຂົ້າ 11,35%.

ພາບປະກອບຂ່າວເທົ່ານັ້ນ

ເຫັນໄດ້ວ່າສິນຄ້າລາວທີ່ສົ່ງອອກຍັງມີຄວາມບອບບາງສູງ ແລະ ສ່ຽງຕໍ່ຄວາມຍືນຍົງ ເພາະວ່າຕະຫຼາດນໍາເຂົ້າ – ສົ່ງອອກຂອງລາວສ່ວນໃຫຍ່ແມ່ນຖືກຈຳກັດຢູ່ຕະຫຼາດໃດໜຶ່ງເປັນຕົ້ນຕໍ ເຊັ່ນ: ໄທ, ຈີນ ແລະ ຫວຽດນາມ ເຮັດໃຫ້ເກີດມີຄວາມສ່ຽງຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດ – ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເມື່ອຖືກມາດຕະການດ້ານລາຄາ, ຄຸນນະພາບ ແລະ ປະລິມານຈາກປະເທດດັ່ງກ່າວ; ສິນຄ້າສ່ວນຫຼາຍຍັງເປັນວັດຖຸດິບຈາກທຳມະຊາດ, ແຮ່ທາດ ແລະ ກະສິກຳຂັ້ນຕົ້ນທີ່ສ້າງມູນຄ່າເພີ່ມຈຳກັດ, ບໍ່ຫຼາກຫຼາຍມີຄວາມສ່ຽງຕໍ່ຄວາມຍືນຍົງ ແລະ ບໍ່ສາມາດແກ້ໄຂການຂາດດຸນການຄ້າໄດ້.

ພາບປະກອບຂ່າວເທົ່ານັ້ນ

ທ່ານຍັງກ່າວຕື່ມວ່າ: ດ້ວຍຕົວເລກ ແລະ ຜະລິດຕະພັນສິນຄ້າດັ່ງກ່າວ ເຫັນວ່າລາວມີຄວາມທ້າທາຍສູງໃນການພັດທະນາຜະລິດຕະພັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ ເພື່ອສາມາດແຂ່ງຂັນກັບຕ່າງປະເທດໄດ້. ສະນັ້ນ, ໃນ 5 ປີຕໍ່ໜ້າ ລາວຕ້ອງຫຼຸດຜ່ອນລະດັບຄວາມບອບບາງດ້ານໂຄງປະກອບການຄ້າຕ່າງປະເທດ ໂດຍການສົ່ງເສີມສ້າງຄວາມຫຼາກຫຼາຍດ້ານໂຄງສ້າງຕະຫຼາດສົ່ງອອກ ເພື່ອຫຼຸດຜ່ອນ ຄວາມສ່ຽງ ໂດຍສະເພາະແມ່ນບັນດາປະເທດທີ່ໄດ້ສິດທິພິເສດໃນແຕ່ລະຂອບ ແລະ ຈາກສັນຍາ RTA ແລະ ສົ່ງເສີມຢ່າງແຂງແຮງການຜະລິດສິນຄ້າມູນຄ່າເພີ່ມລວມເຖິງກົນໄກ ແລະ ນະໂຍບາຍປົກປ້ອງ ແລະ ສົ່ງເສີມການພັດທະນາສິນຄ້າພາຍໃນ.