ສາທາຮ່ວມກັບສາກົນຝຶກຊ້ອມຮັບມືການລະບາດພະຍາດໂຄວິດ – 19

96

ກະຊວງສາທາລະນະສຸກ ຮ່ວມກັບອົງການອະນາໄມໂລກໄດ້ຝຶກຊ້ອມເຫດການຈຳລອງ ເພື່ອກຽມຄວາມພ້ອມຮັບມືພະຍາດໂຄວິດ – 19. ພ້ອມນັ້ນ, ອາເມຣິກາ ຍັງໄດ້ເພີ່ມທຶນຊ່ວຍເຫຼືອ 1,9 ລ້ານໂດລາ ສຸມໃສ່ປ້ອງກັນພະຍາດດັ່ງກ່າວ. ຂະນະທີ່ ກະຊວງສາທາ ຢັ້ງຢືນຮອດ 13 ມີນາ ຢູ່ລາວຍັງບໍ່ພົບຜູ້ຕິດເຊື້ອລວມເຖິງກໍລະນີນັກທ່ອງທ່ຽວຢູ່ຫຼວງພະບາງ.

ວັນທີ 13 ມີນາ 2020 ກະຊວງສາທາລະນະສຸກ, ອົງການອະນາໄມໂລກ ພ້ອມກັບບັນດາພາກສ່ວນກ່ຽວຂ້ອງຈັດກອງປະຊຸມຝຶກຊ້ອມເຫດການຈຳລອງ ( TTX ) ເພື່ອກຽມພ້ອມໃນການໂຕ້ຕອບການລະບາດຂອງພະຍາດໂຄວິດ – 19 ໃນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ; ທ່ານ ດຣ. ຢູລີປາກ ຮັກສາການຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ; ທ່ານ ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ, ມີແຂກຖືກເຊີນເຂົ້າຮ່ວມ.

ທ່ານ ດຣ. ຢູລີປາກ ( Yu Lee Park ) ໄດ້ກ່າວວ່າ: ການລະບາດຂອງພະຍາດໂຄວິດ – 19 ໄດ້ແຜ່ລາມໄປທົ່ວໂລກ ແລະ ທຸກປະເທດແມ່ນມີ ຄວາມສ່ຽງສູງ. ສະນັ້ນ, ແຕ່ລະປະເທດຕ້ອງປະຕິບັດມາດຕະການໃນການຄວບຄຸມເຝົ້າລະວັງ ໂດຍອີງໃສ່ 4 ມາດຖານ ໃຫຍ່ ຄື: ກະກຽມ ແລະ ກຽມພ້ອມ, ການປ້ອງກັນ, ຊອກຫາ ແລະ ປິ່ນປົວ, ຫຼຸດຜ່ອນຄວາມສ່ຽງໃນການແຜ່ເຊື້ອ ແລະ ຮຽນຮູ້ສິ່ງໃໝ່ໆຈາກການຮັບມືກັບການລະບາດ.

ສະນັ້ນ, ການຝຶກຊ້ອມການໂຕ້ຕອບຕໍ່ການເກີດລະບາດຂອງພະຍາດໂຄວິດ – 19 ແລະ ຮຽນຮູ້ຂັ້ນຕອນໃນການຈັດຕັ້ງປະຕິບັດ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດ ລວມເຖິງກະກຽມບັນດາກົນໄກຂອງການປະສານງານ ແລະ ການຮ່ວມມືລະຫວ່າງຂະແໜງການຕ່າງໆ ແລະ ເພື່ອຊອກຫາບັນຫາ, ຂໍ້ຄົງຄ້າງ ແລະ ນຳເອົາໄປເປັນບ່ອນອີງໃນການສ້າງແຜນກິດຈະກຳ ເພື່ອຮັບມືຕໍ່ການລະບາດລະດັບຊຸມຊົນແມ່ນມີ ຄວາມສຳຄັນ ແລະ ຈຳເປັນທີ່ສຸດ.

ທ່ານ ດຣ. ປີເຕີ ເຮມອນ ໄດ້ປະກາດຊ່ວຍເຫຼືອ ສປປ ລາວ ຈຳນວນ 1,9 ລ້ານໂດລາສະຫະລັດ ໃນການຮັບມືກັບພະຍາດໂຄວິດ – 19 ໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດ ຫຼື USAID.

ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ໄດ້ເນັ້ນໃຫ້ເຫັນ ຄວາມໝາຍຄວາມສຳຄັນຂອງການປະສານງານກັບຫຼາຍພາກສ່ວນ ແລະ ບັນດາຄູ່ຮ່ວມງານອື່ນໆທີ່ກ່ຽວຂ້ອງໃນວຽກງານກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ – 19 ພ້ອມທັງຮຽກຮ້ອງມາຍັງບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງອອກແຮງຮ່ວມກັນເພື່ອລະດົມແນວ ຄວາມຄິດ ແລະ ປະສົບການເຂົ້າໃນການສົນທະນາ ເພື່ອເຮັດໃຫ້ກອງປະຊຸມສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ ກາຍເປັນຍຸດທະສາດ ແລະ ແຜນງານ ແລະ ພ້ອມນຳໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງໃນຕໍ່ໜ້າ.

ຕໍ່ກັບຫາງສຽງທາງສື່ອອນລາຍກ່ຽວກັບນັກທ່ຽວທ່ອງທີ່ເດີນທາງມາທ່ຽວຫຼວງພະບາງ ຕິດເຊື້ອໂຄວິດ – 19. ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ໃຫ້ ຄວາມກະຈ່າງແຈ້ງໃນວັນທີ 12 ມີນາຜ່ານມາວ່າ: ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ – 19.

ສ່ວນກໍລະນີມີຄົນຕ່າງປະເທດທີ່ເຂົ້າມາປະເທດລາວນຳສາຍການບິນຫວຽດນາມ ( ທີ່ມີຄົນຕິດພະຍາດໃນຖ້ຽວບິນດັ່ງກ່າວ ) ພວກເຮົາໄດ້ມີການຕິດຕາມເກັບຕົວຢ່າງມາກວດ ແລະ ຜົນອອກມາແມ່ນບໍ່ພົບເຊື້ອ ແລະ ກໍຍັງສືບຕໍ່ຕິດຕາມເຝົ້າລະວັງອາການ ແລະ ໃຫ້ຂໍ້ມູນ – ຂ່າວສານແກ່ບຸກຄົນບ່ອນທີ່ພວກເຂົາພັກເຊົາເຊັ່ນດຽວກັນ.

ສໍາລັບນັກສຶກສາລາວທີ່ກັບມາຈາກຫວຽດນາມ ຈໍານວນ 6 ຄົນ, 2 ຄົນມີອາການຄ້າຍຄືໄຂ້ຫວັດ ແລະ 6 ຄົນ ມີສຸຂະພາບແຂງແຮງ ຜົນການເກັບຕົວຢ່າງມາກວດທັງໝົດແມ່ນບໍ່ພົບເຊື້ອ ແລະ ຢູ່ໃນລາຍຊື່ການເຝົ້າລະວັງ ແລະ ຕິດຕາມອາການຈົນກວ່າຈະຄົບກຳນົດ 14 ວັນ. ສຳລັບຂ່າວລືທີ່ວ່າ ນາງ ມາຍ ຫຼື ນາງ ໝາຍ ທີ່ໄດ້ຕິດເຊື້ອພະຍາດດັ່ງກ່າວນີ້ ແລະ ໄດ້ສົ່ງກັບຄືນນະຄອນປາກເຊນັ້ນແມ່ນເປັນຂ່າວທີ່ບໍ່ມີມູນຄວາມຈິງ ລວມເຖິງຂ່າວທີ່ວ່າຄົນຫວຽດນາມ ທີ່ອາໄສຢູ່ສວນຢາງ ເມືອງບາຈຽງ ແຂວງຈຳປາສັກ ໄດ້ມີການຕິດເຊື້ອເປັນຜົນບວກນັ້ນກໍແມ່ນຂ່າວລືທີ່ສ້າງຄວາມປັ່ນປ່ວນ.

ສ່ວນຈຳນວນຜູ້ຕິດເຊື້ອຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ໃນວັນທີ 13 ມີນາຜ່ານມາວ່າ: ຈຳນວນຜູ້ຕິດເຊື້ອແຜ່ລາມໄປ 116 ປະເທດແລ້ວ ເຮັດໃຫ້ຍອດຜູ້ຕິດເຊື້ອເພີ່ມຂຶ້ນເປັນ 128.343 ຄົນ, ເສຍຊີວິດແລ້ວ 4.720 ຄົນ, ປິ່ນປົວຫາຍດີ 68.324 ຄົນ. ສ່ວນຢູ່ລາວມີກໍລະນີສົງໄສສະສົມເພີ່ມເປັນ 65 ກໍລະນີ; ໃນນີ້ 64 ກໍລະນີ ຜົນກວດບໍ່ພົບເຊື້ອ ແລະ ອີກ 1 ກໍລະນີ ກຳລັງລໍຖ້າຜົນກວດ.