ງ່າຍໆ ເຮັດໝາກອຶເຊື່ອມ ຮັບປະທານເອງ

112

ຜູ້ທີ່ຕ້ອງການຄວບຄຸມນ້ຳໜັກ ໝາກອຶຖືວ່າເປັນຕົວຊ່ວຍທີ່ດີເລີຍ ເພາະເປັນພືດທີ່ມີກາກໄຍຫຼາຍ ແລະ ມີແຄລໍຣີບໍ່ສູງແຖມໄຂມັນໜ້ອຍອີກ. ນອກນີ້, ຍັງມີເບຕ້າແຄໂຣທີນ ເຊິ່ງເປັນສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍຫຼຸດການເກີດມະເຮັງ, ພະຍາດຫຼອດເລືອດຫົວໃຈ, ຊ່ວຍປ້ອງກັນພະຍາດຜິວໜັງ ແລະ ຊ່ວຍບັນເທົາອາການເຈັບປວດຕາມຂໍ້ກະດູກໄດ້ເປັນຢ່າງດີ, ແຕ່ມື້ນີ້ຈະນໍາມາປຸງແຕ່ງເປັນປະເພດຂອງຫວານຈຶ່ງຄວນກິນໃນປະລິມານທີ່ເໝາະສົມ ເພາະມີສ່ວນປະສົມຂອງນ້ຳຕານໃນປະລິມານຫຼາຍ.

ສ່ວນປະສົມ: ໝາກອຶ 1/2 ໜ່ວຍ; ນ້ຳຕານ 2 – 3 ຖ້ວຍນ້ອຍ; ນ້ຳສະອາດ 1 – 2 ຖ້ວຍໃຫຍ່ ແລະ ໃບເຕຍ 5 ໃບ.

ຂໍ້ແນະນຳ: ການເລືອກໝາກອຶເຮັດເຊື່ອມຄວນເລືອກໜ່ວຍເນື້ອແໜ້ນ ເພາະເວລາເຊື່ອມອອກມາຈະບໍ່ມຸ່ນ ແລະ ເນື້ອໝາກອຶຈະໜຽວ.

ວິທີປຸງແຕ່ງ: ປອກເປືອກໝາກອຶອອກ, ລ້າງໃຫ້ສະອາດ ແລະ ຊອຍເປັນຕ່ອນໜາເພື່ອບໍ່ໃຫ້ມຸ່ນເວລາເຊື່ອມ ( ກໍລະນີທີ່ມີນໍ້າປູນໃສໃຫ້ແຊ່ໄວ້ປະມານ 30 ນາທີ ແລະ ລ້າງດ້ວຍນ້ຳສະອາດປະໄວ້ໃຫ້ສະເດັດນ້ຳ ). ຈາກນັ້ນ, ເອົານ້ຳຕານ, ໃບເຕຍ ແລະ ນ້ຳໃສ່ໝໍ້ຄ້າງໄຟອ່ອນຈົນນ້ຳຕານລະລາຍໝົດ.

ຫຼັງຈາກນັ້ນ, ເອົາໝາກອຶລົງໃນໝໍ້ນ້ຳຕານແລ້ວປັບໄຟແຮງ, ຖ້າຈົນຟົດອີກຄັ້ງຈຶ່ງຫຼຸດເປັນໄຟອ່ອນ ແລະ ຄ່ອຍໆເຊື່ອມໄປເລື້ອຍໆຈົນນ້ຳຕານເລີ່ມໜຽວ ( ຄວນຄົນເລື້ອຍໆແຕ່ຕ້ອງຄ່ອຍໆຄົນເພື່ອບໍ່ໃຫ້ເນື້ອໝາກອຶມຸ່ນ ). ເມື່ອນ້ຳຕານໜຽວແລ້ວໃຫ້ປິດໄຟຕັກຂຶ້ນໃຫ້ນ້ຳຕານສະເດັດ ແລະ ປະໄວ້ໃຫ້ອຸ່ນຈັດໃສ່ຈານ ເທົ່ານີ້ກໍພ້ອມເສີບແລ້ວ ຫຼື ຈະລາດນ້ຳກະທິເວລາເສີບນຳກໍໄດ້.

( ຂໍ້ມູນຈາກ: cooking-channeltv.com )