ເມືອງວັງວຽງ ຈະສຸມໃສ່ແກ້ບັນຫາທີ່ເປັນອຸປະສັກຕໍ່ການທ່ອງທ່ຽວ

224

ໃນປີ 2020 ເມືອງວັງວຽງ ແຂວງວຽງຈັນ ຈະສຸມໃສ່ການພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນ, ປັບປຸງ ແລະ ແກ້ໄຂບັນຫາຕ່າງໆທີ່ເປັນອຸປະສັກຕໍ່ວຽກງານການທ່ອງທ່ຽວ.

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ແຂວງວຽງຈັນ ໃຫ້ສຳພາດຕໍ່ທີມຂ່າວເສດຖະກິດ – ການຄ້າ ເມື່ອມໍ່ໆມານີ້ວ່າ: ໃນປີ 2019 ຜ່ານມາເມືອງວັງວຽງ ໄດ້ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ເຮັດໃຫ້ສະພາບເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໝັ້ນທ່ຽງ ໃນລະດັບ 10,8% ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 1.489 ຕື້ກວ່າກີບ ສະເລ່ຍລາຍຮັບໃສ່ຫົວຄົນ ໄດ້ 23,9 ລ້ານກວ່າກີບ ຫຼື ເທົ່າກັບ 2.811 ໂດລາ. ໃນນີ້, ກະສິກໍາ ກວມເອົາ 4,88%, ອຸດສາຫະກໍາ ກວມເອົາ 28,89%, ການຄ້າ ແລະ ການບໍລິການ ກວມເອົາ 46,23%.

ໃນປີ 2019 ໄດ້ສຸມໃສ່ການກວດກາປັບປຸງຖານຂໍ້ມູນເພື່ອຄຸ້ມຄອງຈັດເກັບລາຍຮັບ ໂດຍສະເພາະແມ່ນໄດ້ປັບປຸງຖານຂໍ້ມູນຫົວໜ່ວຍທຸລະກິດໃຫ້ຖືລະບົບບັນຊີ ແລະ ແນະນຳໃຫ້ບັນດາຫົວໜ່ວຍທຸລະກິດ ໄດ້ປະຕິບັດລະບົບບັນຊີຜ່ານທະນາຄານ ເຮັດໃຫ້ການຄຸ້ມຄອງການຈັດເກັບ ໃນປີ 2019 ບັນລຸເກີນແຜນ 9% ໂດຍປະຕິບັດໄດ້ 12 ຕື້ກີບ ( ແຜນການ 11 ຕື້ກີບ ).

ໄດ້ປັບປຸງການບໍລິການ ແລະ ສ້າງສິ່ງອຳນວຍຄວາມສະດວກ ເພື່ອດຶງດູດນັກທ່ອງທ່ຽວ. ໃນປີ 2019 ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ 2 ແສນກວ່າຄົນ. ໃນນີ້, ນັກທ່ອງທ່ຽວພາຍໃນ 40 ພັນກວ່າຄົນ, ນັກທ່ອງທ່ຽວຕ່າງປະເທດ 160 ພັນກວ່າຄົນ.

ຄຽງຄູ່ກັບຂໍ້ສະດວກ, ພວກເຮົາຍັງມີຫຼາຍດ້ານທີ່ຍັງຄົງຄ້າງ ໂດຍສະເພາະແມ່ນການຄຸ້ມຄອງເສດຖະກິດຕິດພັນກັບການຂະຫຍາຍຕົວຂອງທຸລະກິດຕົວຈິງຍັງບໍ່ທັນສົມດຸນກັນ, ການດຳເນີນທຸລະກິດດ້ານການຄ້າການບໍລິການຕ່າງໆ ມີການເພີ່ມຂຶ້ນຕາມ ຄວາມຕ້ອງການຂອງສັງຄົມ ແຕ່ການຄຸ້ມຄອງຍັງບໍ່ທັນດີ ຍັງບໍ່ທັນຮັດກຸມ ຍັງເປັນຊ່ອງວ່າງໃຫ້ແກ່ການດຳເນີນທຸລະກິດ; ການໂອນກຳມະສິດການໃຫ້ເຊົ່າກິດຈະການຂອງຄົນລາວໃຫ້ຄົນຕ່າງປະເທດ ຫຼື ການຮ່ວມມືກັນຍັງບໍ່ທັນໄປຕາມລະບຽບການ, ທ່ານ ບຸນຈັນ ມາລາວົງ ກ່າວ.

ການເຊົ່າສຳປະທານທີ່ໄດ້ຮັບອະນຸຍາດແລ້ວຈຳນວນໜຶ່ງ ຍັງບໍ່ທັນມາຈັດຕັ້ງປະຕິບັດຍັງມີລັກສະນະກົດໜ່ວງ, ຖ່ວງດຶງຈັບຈອງທີ່ດິນໄວ້ ບໍ່ໄດ້ຮັບການພັດທະນາ ບໍ່ສ້າງໃຫ້ເກີດເສດຖະກິດ ບໍ່ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນຢູ່ເມືອງ.

ສຳລັບປີ 2020 ຈະສຸມໃສ່ສູ້ຊົນໃຫ້ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ສ້າງຄວາມສົມດຸນໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມ ໂດຍຕິດພັນກັບການບໍລິການທ່ອງທ່ຽວ, ສ້າງສິ່ງອຳນວຍຄວາມສະດວກດ້ານຕ່າງໆ, ສົ່ງເສີມການຜະລິດຂອງປະຊາຊົນ, ສືບຕໍ່ປັບປຸງຖານຂໍ້ມູນເສດຖະກິດທຸລະກິດ ສົມທົບກັບຂະແໜງການຂັ້ນເທິງ ເພື່ອຂໍແບ່ງປັນການຄຸ້ມຄອງທາງດ້ານລາຍຮັບຕື່ມຕາມທ່າແຮງຕາມເງື່ອນໄຂຂອງເມືອງ ເພື່ອສ້າງໃຫ້ເປັນເມືອງກຸ້ມຕົນເອງທາງດ້ານງົບປະມານເທື່ອລະກ້າວ.

ສືບຕໍ່ສ້າງບ້ານພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຈໍານວນ 60 ຄອບຄົວ ໃຫ້ໄດ້ຮັບການແກ້ໄຂໄປເທື່ອລະກ້າວ. ນອກຈາກນີ້, ຈະສືບຕໍ່ຕິດຕາມຊຸກຍູ້ບັນດາໂຄງການຕ່າງໆທີ່ລັດຖະບານໄດ້ອະນຸຍາດໃຫ້ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາເມືອງວັງວຽງພວກເຮົາໃຫ້ເປັນເມືອງພັດທະນາ ແລະ ສ້າງເມືອງວັງວຽງ ໃຫ້ກາຍເປັນນະຄອນເທື່ອລະກ້າວ.

ສ້າງກິດຈະກຳການບໍລິການການທ່ອງທ່ຽວ, ການໂຄສະນາປະຊາສຳພັນ ເຮັດໃຫ້ນັກທ່ອງທ່ຽວຮັບຮູ້ເມືອງວັງວຽງນັບມື້ຫຼາຍຂຶ້ນ; ເອົາໃຈໃສ່ໃນການແກ້ໄຂບັນຫາຕ່າງໆທີ່ເປັນອຸປະສັກຕໍ່ວຽກງານການທ່ອງທ່ຽວ. ຄາດວ່າພາຍຫຼັງສໍາເລັດໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ຫຼື ການເປີດນຳໃຊ້ທາງດ່ວນ ວັງວຽງ – ນະຄອນຫຼວງວຽງຈັນ ຈະເປັນໂອກາດດີໃຫ້ແກ່ການປັບປຸງພື້ນຖານໂຄງລ່າງ ເຮັດໃຫ້ປະຊາຊົນຊາວເມືອງວັງວຽງ ໄດ້ມີໂອກາດຂະຫຍາຍກິດຈະການຂອງຕົນຫຼາຍຂຶ້ນ.