ບໍ່ແກ້ວ ສະໜອງຜັກປອດສານພິດ ໄດ້ອາທິດລະ 7 ພັນກິໂລ

124

ພະແນກກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ປະຊາຊົນປູກຜັກປອດສານພິດໃນເນື້ອທີ່ 18 ເຮັກຕາ ສາມາດສະໜອງຜັກສູ່ຕະຫຼາດປະມານ 7 ພັນກິໂລຕໍ່ອາທິດ ສາມາດສ້າງລາຍຮັບໃຫ້ຄອບຄົວທີ່ປູກ ອາທິດລະ 4 ແສນກີບ.
ທ່ານ ຄຳຊອນ ແກ້ວປະເສີດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ການປູກຜັກປອດສານພິດກໍເພື່ອສະໜອງໃຫ້ແກ່ຕະຫຼາດໃນເມືອງຫ້ວຍຊາຍ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2019 ເປັນຕົ້ນມາ ໃນເບື້ອງຕົ້ນມີພຽງແຕ່ 4 ກຸ່ມຜະລິດເທົ່ານັ້ນ.

ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນໍາ – ນໍາພາຂອງການນໍາທຸກຂັ້ນ ແລະ ກຸ່ມຜະລິດ ຮອດປັດຈຸບັນຖືວ່າການປູກພືດຜັກສະອາດແມ່ນໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນລໍາດັບຈາກ 4 ກຸ່ມຜະລິດໃນເມື່ອກ່ອນ ໄດ້ກາຍມາເປັນ 8 ກຸ່ມຜະລິດໃນປີ 2020. ລວມທັງໝົດມີ 153 ຄົວເຮືອນ ແລະ ນໍາໃຊ້ເນື້ອທີ່ປູກພືດຜັກຫຼາຍກວ່າ 18 ເຮັກຕາ, ສາມາດສະໜອງຜົນຜະລິດປ້ອນຕະຫຼາດເທສະບານເມືອງຫ້ວຍຊາຍ 7 ພັນກິໂລຕໍ່ອາທິດ ທີ່ຂາຍໃນຕະຫຼາດສີດອນມີ, ຕະຫຼາດມ່ວງແກ້ວ ແລະ ຕະຫຼາດຂອນແກ້ວ ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນຫຼາຍກວ່າ 56 ລ້ານກີບຕໍ່ອາທິດ; ຖ້າຫາກສະເລ່ຍໃສ່ຄອບຄົວໜຶ່ງມີລາຍຮັບຈາກການຂາຍຜົນຜະລິດເກືອບ 4 ແສນກີບຕໍ່ອາທິດ.

ສໍາລັບແຜນໃນຕໍ່ໜ້າ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຈະໄດ້ສືບຕໍ່ໃນການວາງແຜນກະກຽມ, ສະໜອງປັດໄຈການຜະລິດໃຫ້ແກ່ກຸ່ມຜະລິດ ເພື່ອໃຫ້ສາມາດສະໜອງພືດຜັກປ້ອນຕະຫຼາດໃນເທສະບານເມືອງຫ້ວຍຊາຍໄດ້ຕະຫຼອດທັງປີ ໂດຍເລັ່ງໃສ່ການປູກພືດຜັກບໍລິໂພກປະຈໍາວັນ ເປັນຕົ້ນ: ຜັກກາດ, ຜັກສະຫຼັດ, ຜັກຫອມ, ໝາກເຜັດ, ໝາກເຂືອ, ໝາກອຶ ແລະ ອື່ນໆ.

ນອກນັ້ນ, ຍັງຈະສືບຕໍ່ເປີດຕະຫຼາດກະສິກໍາສະອາດທຸກໆວັນພຸດ ຢູ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ຂະຫຍາຍໄປຕາມສະຖານທີ່ຕ່າງໆທີ່ເຫັນວ່າເໝາະສົມ; ກະກຽມສໍາຫຼວດແລວໄຟຟ້າ ແລະ ຕິດຕັ້ງລະບົບໄຟຟ້າເຂົ້າຫາເນື້ອທີ່ກຸ່ມຜະລິດໃຫ້ເປັນລະບົບມາດຕະຖານຄວາມປອດໄພ ຈໍານວນ 4 ກຸ່ມ; ສືບຕໍ່ຕິດຕັ້ງ ແລະ ປັບປຸງລະບົບເຮືອນຮົ່ມໃຫ້ໄດ້ມາດຕະຖານຕາມຫຼັກການປູກພືດກະສິກໍາສະອາດ ຈໍານວນ 2 ຫຼັງ.