ວິທີເຮັດໄຂ່ປີ້ງ

347

ມື້ນີ້ຈະມາແນະນຳວິທີເຮັດໄຂ່ປີ້ງ ເຊິ່ງເປັນທັງອາຫານຫຼັກ ຫຼື ອາຫານວ່າງກໍໄດ້ ເພາະສ່ວນໃຫຍ່ແມ່ນນິຍົມກິນຫຼິ້ນຫຼາຍກວ່າ ໂດຍມັກຈະມີຂາຍໃນງານບຸນປະເພນີຕ່າງໆ ແຕ່ລະຮ້ານກໍມີສູດໃນການເຮັດທີ່ບໍ່ຄືກັນແຕ່ຖ້າເຮົາເຮັດເອງກໍໝັ້ນໃຈໄດ້ເຖິງຄວາມສະອາດ.

ສ່ວນປະສົມ:

1 ໄຂ່ໄກ່ 10 ໜ່ວຍ.

2 ນ້ຳສະອິວ 1 ບ່ວງແກງ.

3 ເກືອເລັກໜ້ອຍ.

4 ພິກໄທ 1 ບ່ວງກາເຟ.

5 ຫົວຜັກບົ່ວໃບຊອຍນ້ອຍໆ 1 ຕົ້ນ.

ວິທີປຸງແຕ່ງ:

ກ່ອນອື່ນແມ່ນລ້າງໄຂ່ໃຫ້ສະອາດກ່ອນ ຈຶ່ງນໍາມາເຈາະໄຂ່ອອກຈາກປໍ້ໂດຍເຈາະປ່ອງນ້ອຍ ແລະ ນຳໄຂ່ມາຕີກັບສ່ວນປະສົມໄດ້ແກ່ນ້ຳສະອິວ, ເກືອ, ພິກໄທ ແລະ ຫົວຜັກບົ່ວໃບໃຫ້ເຂົ້າກັນດີແລ້ວຈຶ່ງນຳໄປຖອກໃສ່ປໍ້ຄືນ.

ຈາກນັ້ນ, ຈຶ່ງນຳໄປໜຶ້ງດ້ວຍໄຟອ່ອນກ່ອນຈຶ່ງປັບເປັນໄຟປານກາງຈົນສຸກ   ( ເພື່ອໃຫ້ໄຂ່ອອກມາເນື້ອນຽນ ແລະ ບໍ່ເປັນປ່ອງ ) ປະໄວ້ໃຫ້ເຢັນຈຶ່ງນຳມາສຽບໄມ້ ຖ້າສຽບໄມ້ຂະນະທີ່ຍັງຮ້ອນ ແລະ ນໍາໄປປີ້ງຈະເຮັດໃຫ້ໄຂ່ແຕກ.

ເມື່ອສຽບຮຽບຮ້ອຍແລ້ວກໍນຳມາປີ້ງດ້ວຍໄຟອ່ອນ ເພື່ອໃຫ້ມີກິ່ນຫອມເປັນຕາແຊບ ແລະ ຍັງເຮັດໃຫ້ປອກເປືອກງ່າຍອີກດ້ວຍ.

( ຂໍ້ມູນຈາກ: food.mthai.com )

[ ຮຽບຮຽງ: ນຸ້ມນິ້ມ ]