ປີ 2019 ສານຂັ້ນຕົ້ນສາມາດຕັດສິນຄະດີ 7 ພັນກວ່າເລື່ອງ

160

ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມ ປະຈຳປີ 2019 ຂຶ້ນທີ່ສານປະຊາຊົນສູງສຸດ ເມື່ອວັນທີ 19 ກຸມພາຜ່ານມາ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ, ທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ບັນດາປະທານສານປະຊາຊົນແຂວງຕ່າງໆເຂົ້າຮ່ວມ.

ທ່ານ ຄຳພັນ ບຸນພາຄົມ ກ່າວວ່າ: ປີ 2019 ຜ່ານມາມີຄະດີເຂົ້າມາສານຂັ້ນຕົ້ນ ( ເຂດ, ແຂວງ – ນະຄອນ ແລະ ສານທະຫານພາກ ) ຈຳນວນ 7.936 ເລື່ອງ, ຄະດີຄ້າງມາ 1.761 ເລື່ອງ ເຮັດໃຫ້ມີຄະດີທັງໝົດ 9.697 ເລື່ອງ ສາມາດແກ້ໄຂໄດ້ 7.665 ເລື່ອງ ເທົ່າກັບ 79,04% ( ຫຼຸດແຜນ 5,96% ); ສານຂັ້ນຕົ້ນຕັດສິນແລ້ວຄູ່ຄວາມຂໍອຸທອນ 766 ເລື່ອງ ເທົ່າກັບ 9,99% ( ລື່ນແຜນ 5,01% ); ຄະດີເຂົ້າມາເປັນຂັ້ນອຸທອນ ຈໍານວນ 766 ເລື່ອງ, ຄະດີຄ້າງມາ 333 ເລື່ອງ ເຮັດໃຫ້ມີຄະດີອຸທອນ ທັງໝົດ 1.099 ເລື່ອງ, ສາມາດແກ້ໄຂໄດ້ 709 ເລື່ອງ ເທົ່າກັບ 64,51% ( ຫຼຸດແຜນ 20,49% ); ສານຂັ້ນອຸທອນພິພາກສາແລ້ວ ຄູ່ຄວາມຂໍລົບລ້າງ 303 ເລື່ອງ, ຄະດີຄ້າງມາ 131 ເລື່ອງ ລວມ 434 ເລື່ອງ ສາມາດແກ້ໄຂໄດ້ 298 ເລື່ອງ ເທົ່າກັບ 68,66% ( ຫຼຸດແຜນ 16,34% ).

ທ່ານຍັງກ່າວຕື່ມວ່າ: ດ້ວຍຕົວເລກຈຳນວນທີ່ປະຕິບັດໄດ້ໃນ 1 ປີຜ່ານມາ ເຫັນວ່າການພິຈາລະນາແກ້ໄຂຄະດີບາງເລື່ອງຍັງບໍ່ທັນມີຂໍ້ມູນຫຼັກຖານມາພິຈາລະນາຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ມີບາງເລື່ອງບໍ່ທັນໄດ້ປະຕິບັດຫຼັກການໂຕ້ແຍ້ງຢ່າງເລິກເຊິ່ງ, ບາງຄະດີຊັກຊ້າ – ແກ່ຍາວ, ມີການສົ່ງກັບໄປ – ມາຫຼາຍຄັ້ງ.

ສະນັ້ນ, ເພື່ອເຮັດໃຫ້ການພິຈາລະນາແກ້ໄຂຄະດີໃຫ້ມີ ຄວາມວ່ອງໄວບັນລຸ 85% ຕໍ່ປີ ແລະ ຮັບປະກັນຄຸນນະພາບ, ອັດຕາການຂໍອຸທອນຢູ່ໃນລະດັບ 15% ແລະ ການຂໍລົບລ້າງໃຫ້ຫຼຸດລົງ; ປີ 2020 ສານຕ້ອງສືບຕໍ່ຜັນຂະຫຍາຍວຽກງານ 3 ສ້າງ ຕິດພັນກັບການດຳເນີນຄະດີ 3 ຂັ້ນ ເຂົ້າສູ່ລວງເລິກຢູ່ສານປະຊາຊົນແຕ່ລະຂັ້ນ ໂດຍຫັນເອົາຜູ້ພິພາກສາ ແລະ ພະນັກງານຢູ່ສານແຕ່ເທິງລົງລຸ່ມ ແລະ ຄົ້ນຄວ້າສັບຊ້ອນຜູ້ພິພາກສາທີ່ອາວຸໂສ, ມີປະສົບການຂຶ້ນມາປະຈຳການຢູ່ສານຂັ້ນເທິງ, ສັບຊ້ອນຜູ້ພິພາກສາຢູ່ສານທີ່ມີຫຼາຍໄປຊ່ວຍສານທີ່ຂາດເຂີນ ຫຼື ບໍ່ພຽງພໍ ເພື່ອໃຫ້ສາມາດຕັດສິນຄະດີໄດ້.

( ຂ່າວ: ກາວຊົ່ງ )