ລາວ ພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

204

ໃນວັນທີ 18 ກຸມພາ 2020 ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຮອງຫົວຫນ້າຄະນະກໍາມະການຊີ້ນໍາລວມ ເພື່ອກະກຽມ ແລະ ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄຫມພິເສດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບລາຍລະອຽດຂອງກອງປະຊຸມດັ່ງກ່າວ.

ທ່ານ ທອງຜ່ານ ສະຫວັນເພັດ ໃຫ້ຮູ້ວ່າ: ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີ ຕ່າງປະເທດ ອາຊຽນ-ຈີນ ສະໄຫມພິເສດ ຈະຈັດຂຶ້ນໃນວັນທີ 20 ກຸມພາ 2020, ທີ່ໂຮງແຮມດອນຈັນພາເລດ, ຕາມລາຍລະອຽດດັ່ງນີ້:

1 ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄຫມພິເສດ ຈະຈັດໃສ່ພາກເຊົ້າ ຫຼັງຈາກສໍາເລັດ
ກອງປະຊຸມ ຈະມີພິທີຖະແຫຼງຂ່າວຮ່ວມ. ພ້ອມດຽວກັນນັ້ນ ກ່ອນກອງປະຊຸມລັດຖະມົນຕີ ຕ່າງປະເທດ ອາຊຽນ-ຈີນ ກໍຈະມີກອງປະຊຸມພາຍໃນອາຊຽນກ່ອນ ເຊິ່ງແມ່ນກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມສະພາປະສານງານອາຊຽນສະໄຫມພິເສດ.

2 ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ ຄັ້ງທີ 5 ຈະຈັດໃສ່ພາກບ່າຍ ຫຼັງຈາກສໍາເລັດກອງປະຊຸມ ຈະມີພິທີຖະແຫຼງຂ່າວຮ່ວມ.

ສຳລັບການກະກຽມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄຫມພິເສດ ມາຮອດປະຈຸບັນແມ່ນມີຄວາມຄືບຫນ້າດີທັງທາງດ້ານເນື້ອໃນ, ພາລາທິການ ແລະ ບຸກຄະລາກອນ, ລວມເຖິງການກຽມຄວາມພ້ອມຂອງມາດຕະການປ້ອງກັນການ ແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃຫມ່ (COVID 19)

ໂດຍໄດ້ຮັບການ ຮ່ວມມື ແລະ ຊ່ວຍເຫລືອເປັນຢ່າງດີ ຈາກພາຍໃນ ແລະ ຕ່າງປະເທດ, ກໍຄື ໄດ້ສ້າງຕັ້ງຄະນະກໍາມະການຮັບຜິດ ຊອບຊີ້ນໍາລວມ ໂດຍແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເປັນຫົວຫນ້າ ຄະນະ ແລະ ໄດ້ແຕ່ງຕັ້ງ 8 ຄະນະອະນຸກໍາມະການຮັບຜິດຊອບແຕ່ລະຫນ້າວຽກແຕກຕ່າງກັນ ຄື: ອະນຸກໍາມະການ ກະກຽມເນື້ອໃນ, ອະນຸກໍາມະການກອງເລຂາ, ອະນຸກໍາມະການພິທີການ, ສະຖານທີ່ພັກເຊົາ ແລະ ຕ້ອນຮັບ, ອະນຸກໍາມະການປ້ອງກັນຄວາມສະຫງົບ, ອະນຸກໍາມະການໂຄສະນາ ແລະ ຂ່າວສານ, ອະນຸກໍາມະການພາຫະນະຂົນສົ່ງ, ອະນຸກໍາມະການການແພດ ແລະ ສາທາລະນະສຸກ ແລະ ອະນຸກໍາມະການສັງລວມລາຍຈ່າຍ ແລະ ງົບປະມານ.

ໃນລະຫວ່າງວັນທີ 19-20 ກຸມພາ 2020 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄຫມພິເສດ