ຮອງນາຍົກເນັ້ນ ໃຊ້ໄອຊີທີ ຕ້ອງໃຫ້ເກີດປະໂຫຍດສູງສຸດ ເພື່ອພັດທະນາປະເທດຊາດ

155

ໃນວັນທີ 13 ກຸມພາ 2020 ຜ່ານມາ, ທີ່ສູນການຮ່ວມມືລາວ-ຢີ່ປຸນ ນະຄອນຫຼວງວຽງຈັນ, ກອງປະຊຸມວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ປະຈໍາປີ 2019 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍການເປັນປະທານ ແລະ ໃຫ້ກຽດໂອ້ລົມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງີນ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງພ້ອມດ້ວຍ.

ທີ່ປະຊຸມ ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ລາຍງານກ່ຽວກັບຜົນຂອງກອງປະຊຸມວຽກງານ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ປີ 2019 ແລະ ທິດທາງແຜນການປະຈໍາປີ 2020 ເຊິ່ງຈະໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນກຳລັງຂັບເຄື່ອນທີ່ແຂງແຮງ ເຂົ້າໃນການພັດທະນາເສດຖະກິດ, ສັງຄົມ, ວັດທະນະທຳ, ສິ່ງແວດລ້ອມ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ພາບປະກອບຂ່າວ

ໃນໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາຕໍ່ກອງປະຊຸມ, ເຊິ່ງທ່ານໄດ້ ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ ເຊິ່ງສ່ອງແສງເຖິງຄວາມຮັບຜິດຊອບ ຂອງທຸກຂະແໜງການຕໍ່ວຽກງານໄອຊີທີເປັນຕົ້ນແມ່ນ: ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນດ້ານໄອຊີທີ ທີ່ປະສົບຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ທ່ານຍັງຍົກໃຫ້ເຫັນເຖິງຄວາມສໍາຄັນຂອງອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອລ ທີ່ນັບມື້ນັບມີຜົນກະທົບຕໍ່ການດໍາລົງຊີວິດຂອງຄົນເຮົາ ກໍ່ຄືການພັດທະນາປະເທດ.

ພາບປະກອບຂ່າວ

ເພາະສະນັ້ນ, ແຕ່ລະຂະແໜງການ ກໍ່ຄືບັນດາອົງການຈັດຕັ້ງລັດຕ່າງໆ ຕ້ອງຖືເອົາການນໍາໃຊ້ເຕັກໂນໂລຊີດິຈິຕອລ ເປັນໃຈກາງຂອງການຍົກສູງປະສິດທິພາບ ແລະ ປະສິດທິຜົນ ຂອງການປະຕິບັດງານ ແລະ ເພື່ອໃຫ້ບັນລຸວັດຖຸປະສົງ ບັນດາຂະແໜງການຄວນມີແຜນຍຸດທະສາດ ຫຼື ແຜນງານການນໍາໃຊ້ ໄອຊີທີ ໃນຂະແໜງການຂອງຕົນ. ພ້ອມທັງ ມີການປະສານງານ ກັບ ກະຊວງ ປທສ ໃນການຈັດຕັ້ງປະຕິບັດ ເພື່ອຮັບປະກັນໃຫ້ມີການເຊື່ອມໂຍງລະຫວ່າງຂໍ້ມູນ ແລະ ຖານຂໍ້ມູນຂອງບັນດາອົງການຈັດຕັ້ງລັດ ໃຫ້ເປັນມາດຕະຖານດຽວກັນ, ຫຼີກລ້ຽງການລົງທຶນທີ່ຊໍ້າຊ້ອນ. ບັນດາຫ້ອງການຕ່າງໆກໍ່ຕ້ອງຕັ້ງໜ້າຫັນໄປສູ່ການບໍລິການແບບອອນລາຍເທື່ອລະກ້າວ.

ພາບປະກອບຂ່າວ

ຂະນະທີ່ ບັນດາລັດວິສາຫະກິດກໍ່ຕ້ອງມີການປັບປຸງການດໍາເນີນທຸລະກິດ ໃຫ້ທັນກັບສະພາບການ, ສ້າງໃຫ້ມີນະວັດຕະກໍາໃໝ່ໃນການດໍາເນີນທຸລະກິດ, ເນັ້ນຫາຕົ້ນທຶນຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ, ຫຼີກລ່ຽງການລົງທຶນທີ່ບໍ່ເກີດປະໂຫຍດ, ແຕ່ຕ້ອງຮູ້ຊ່ວຍເປີດໂອກາດໃຫ້ປະຊາຊົນ ຊອກຮູ້ຮໍ່າຮຽນສິ່ງໃໝ່ໆ ແລະ ຮັບເອົາກາລະໂອກາດຂອງການນໍາໃຊ້ໄອຊີທີ ໃຫ້ເກີດປະໂຫຍດສູງສຸດ ຢ່າງມີສະຕິ ແລະ ມີຈັນຍາບັນ, ຫຼີກເວັ້ນການຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ທີ່ອາດຈະມີການເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ຫຼື ຊັກຊວນໃຫ້ກະທໍາສິ່ງທີ່ຜິດຕໍ່ລະບຽບກົດໝາຍ.

ພາບປະກອບຂ່າວ

ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ ຂະແໜງການ ປທສ ສືບຕໍ່ສ້າງ ແລະ ປັບປຸງນະໂຍບາຍ ແລະ ຍຸດທະສາດທີ່ຖືກຕ້ອງ ສອດຄ່ອງກັບແນວທາງນະໂຍບາຍ ລະບຽບກົດໝາຍຂອງພັກ-ລັດຖະບານ ກໍ່ຄື ສະພາບການປ່ຽນແປງຂອງດິຈິຕອລ ໃນແຕ່ລະໄລຍະອີກດ້ວຍ.

ຂ່າວ,ພາບ: ກົມປະຊາສຳພັນ ສນຍ