ໄວຣັສໂຄວິດ-19 ຈະເຮັດໃຫ້ລາຍຮັບຂອງລາວ ຫຼຸດລົງ 300 ລ້ານໂດລາ

99

ພາຍຫຼັງເກີດການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ COVID – 19 ຫຼື ທີ່ຮູ້ຈັກກັນໄວຣັສໂຄໂຣນາ ຢູ່ ສປ ຈີນ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດລາວຫຼາຍສົມຄວນ ໂດຍສະເພາະທຸລະກິດຂົນສົ່ງ, ການທ່ອງທ່ຽວ, ຮ້ານອາຫານ ແລະ ການລົງທຶນ, ດ້ານທ່ານຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດຄະເນວ່າໃນໄລຍະ 3 ເດືອນທຳອິດ ລາຍຮັບຂອງລາວຈະຫຼຸດລົງເກືອບ 300ລ້ານໂດລາ ໃນຂະນະທີ່ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ເຜີຍວ່າ: ພາຍຫຼັງເກີດເຫດການດັ່ງກ່າວແມ່ນໄດ້ຢຸດຖ້ຽວບິນໄປຈີນແບບເໝົາລຳຊົ່ວຄາວ ເຮັດໃຫ້ລາຍຮັບຫຼຸດລົງ 70%.

ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໃຫ້ທັດສະນະຕໍ່ການລະບາດພະຍາດປອດອັກເສບສາຍພັນໃໝ່ COVID – 19 ວ່າ: ໃນປີ 2019 ສປປ ລາວ ໄດ້ປະເຊີນກັບບັນຫາໄພທຳມະຊາດ ໂດຍສະເພາະໄພແຫ້ງແລ້ງ, ໄພນ້ຳຖ້ວມ ແລະ ສັດຕູພືດ.

ຕົກມາປີ 2020 ນີ້ ກໍມີບັນຫາໃໝ່ເກີດຂຶ້ນເຖິງວ່າຈະບໍ່ເກີດຢູ່ ສປປ ລາວ ແຕ່ມີຜົນກະທົບໂດຍກົງຕໍ່ເສດຖະກິດຂອງພວກເຮົາ ຖ້າເວົ້າເຖິງພະຍາດມັນຈະກະທົບຕໍ່ຊີວິດ ເພື່ອປ້ອງກັນຊີວິດມັນຈະຕ້ອງກະທົບເສດຖະກິດ ເຊິ່ງລັດຖະບານ ແຫ່ງ ສປປ ລາວ ກໍມີມາດຕະການຈຳກັດນັກທ່ອງທ່ຽວເຂົ້າມາລາວ ເຊິ່ງເປັນແຫຼ່ງລາຍຮັບສຳຄັນໜຶ່ງຂອງລັດຖະບານລາວ ຖ້າປ້ອງກັນພະຍາດບໍ່ໃຫ້ນັກທ່ອງທ່ຽວຈີນເຂົ້າມາ ຈະເຮັດໃຫ້ລາຍຮັບຈາກການບິນ, ລາຍຮັບຈາກການຂົນສົ່ງ, ລາຍຮັບຈາກຮ້ານອາຫານ, ໂຮງແຮມຕ່າງໆຫຼຸດລົງຢ່າງມະຫາສານ.

ທ່ານ ລີເບີ ລີບົວປາວ ກ່າວຕື່ມວ່າ: ການຄາດຄະເນເບື້ອງຕົ້ນຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໃນໄລຍະ 3 ເດືອນຕົ້ນປີ ລາຍຮັບຈະຫຼຸດລົງປະມານ 250 – 300 ລ້ານໂດລາສະຫະລັດ ເຊິ່ງບັນຫາດັ່ງກ່າວຍິ່ງແກ່ຍາວປານໃດມັນຍິ່ງຈະສືບຕໍ່ກະທົບເສດຖະກິດຂອງພວກເຮົາຫຼາຍ ເນື່ອງຈາກວ່າການລົງທຶນຢູ່ລາວຕົ້ນຕໍມາຈາກຈີນ, ການຄ້າຂາຍ ແລະ ສິນຄ້າທີ່ມາຈາກຈີນ ເຊິ່ງເປັນສິນຄ້າຢູ່ໃນໂຄງການລົງທຶນຕ່າງໆຂອງ ສປ ຈີນ ກໍຈະຖືກໂຈະຈະເຮັດໃຫ້ບັນດາໂຄງການລົງທຶນຕ່າງໆຈະແກ່ຍາວໄປອີກ.

ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການບິນລາວມີຖ້ຽວບິນໄປຫາ ສປ ຈີນ ທັງໝົດ 9 ເສັ້ນທາງ. ໃນນັ້ນ, ສ່ວນຫຼາຍແມ່ນເສັ້ນບິນແບບເໝົາ ໂດຍບໍລິສັດທ່ອງທ່ຽວຂອງຈີນທີ່ເໝົາເປັນ ລຳ; ມາຮອດປັດຈຸບັນຖ້ຽວບິນເຊົ່າເໝົາລຳເກືອບທັງໝົດ ບໍລິສັດທ່ອງທ່ຽວຂອງຈີນ ໄດ້ຂໍໂຈະຕາມຄຳສັ່ງຂອງລັດຖະບານຈີນ

ສຳລັບຖ້ຽວບິນປົກກະຕິທີ່ມີຕາຕະລາງການບິນຈາກ ສປປ ລາວ ໄປ ສປ ຈີນ ແມ່ນມີສອງເສັ້ນທາງ ຄື: ວຽງຈັນ – ຄຸນໝິງ ໂດຍບິນ 1 ຖ້ຽວຕໍ່ວັນ ແລະ ວຽງຈັນ – ກວາງໂຈ ໂດຍບິນ 3 ຖ້ຽວຕໍ່ອາທິດ ເຫັນວ່າຈຳນວນຜູ້ໂດຍສານແມ່ນຫຼຸດລົງເລື້ອຍໆ ເຮັດໃຫ້ລາຍຮັບຂອງບໍລິສັດທີ່ໄດ້ຈາກເສັ້ນບິນຂອງຈີນ ຫຼຸດລົງເກືອບ 70% ຖ້າຫາກບັນຫາດັ່ງກ່າວຍັງສືບຕໍ່ ຈະສົ່ງຜົນກະທົບຕໍ່ແຜນລາຍຮັບຂອງບໍລິສັດພໍສົມຄວນ.

ດ້ານທ່ານ ອາຊື ກອນສິນ ປະທານໃຫຍ່ ກຸ່ມບໍລິສັດ ລາວກອນສິນ ສາກົນ ຈຳກັດ ໃຫ້ສຳພາດໃນວັນທີ 11 ກຸມພາ ວ່າ: ການລະບາດຂອງພະຍາດປອດອັກເສບໂຄໂຣນາ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ – ສັງຄົມ ໂດຍສະເພາະແມ່ນການລົງທຶນຂອງ ສປ ຈີນ ໃນ ສປປ ລາວ ເພາະການລະບາດພະຍາດດັ່ງກ່າວເກີດຂຶ້ນໃນໄລຍະເວລາກຸດຈີນ ເຊິ່ງເຮັດໃຫ້ມີນັກທຸລະກິດ ແລະ ວິຊາການຈີນຈຳນວນໜຶ່ງໄດ້ເດີນທາງກັບປະເທດ ແລະ ບໍ່ສາມາດມາປະຕິບັດໜ້າທີ່ໄດ້. ສຳລັບ ກຸ່ມບໍລິສັດ ລາວກອນສິນ ສາກົນ ຈຳກັດ ແມ່ນໄດ້ຮັບຜົນກະທົບ ປະມານ 1 – 2% ເທົ່ານັ້ນ.

ຕໍ່ກັບສະຖານະການດັ່ງກ່າວ ມາຮອດວັນທີ 13 ກຸມພາ 2020 ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດສະຫະລັດອາເມຣິກາ ( USCDC ) ຈັດກອງປະຊຸມສໍາມະນາກ່ຽວກັບການຍົກລະດັບ ຄວາມພ້ອມວຽກງານເຝົ້າລະວັງ ແລະ ຕອບໂຕ້ຕໍ່ຕ້ານການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ( COVID – 19 )

ໃຫ້ແກ່ທີມງານຕອບໂຕ້ໄວຂັ້ນແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ທ່ານ ດຣ. ຈອສມາດ ຫົວໜ້າຫ້ອງການເຝົ້າລະວັງໄຂ້ຫວັດ ( USCDC ) ປະຈໍາບາງກອກ ປະເທດໄທ, ທ່ານ ດຣ. ນາງ ມະນີໄລ ເພັງໄຊ ຕາງໜ້າທີມງານອົງການອະນາໄມໂລກ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຜູ້ຊ່ຽວຊານ, ວິຊາການ ແລະ ທີມແພດເຝົ້າລະວັງຂັ້ນແຂວງທົ່ວປະເທດເຂົ້າຮ່ວມ.

ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ໄດ້ກ່າວວ່າ: ການສຳມະນາຄັ້ງນີ້ເພື່ອໃຫ້ເຂົ້າໃຈເຖິງສະຖານະການໃນໂລກ ແລະ ຍຸດທະສາດການຕອບໂຕ້ກັບເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ມີຊື່ເປັນທາງການວ່າ ໂຄວິດ – 19 ( COVID – 19 ) ໃນ ສປປ ລາວ ພ້ອມທັງສ້າງຄວາມເຂົ້າໃຈເພີ່ມຂຶ້ນ ກ່ຽວກັບກົນໄກການປະສານງານທີ່ມີຢູ່ແລ້ວ ( ສູນປະຕິບັດສຸກເສີນ ) ແລະ ຂະບວນການຄັດກອງທີ່ດ່ານສາກົນເຂົ້າ – ອອກຕ່າງໆ.

ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ຍັງໃຫ້ສໍາພາດເພີ່ມຕື່ມວ່າ: ປັດຈຸບັນກໍາລັງມີການຖອດຖອນບົດຮຽນ ແລະ ກວດສອບລະບົບເຄື່ອງກວດວິເຄາະລຸ້ນໃໝ່ຈາກທີມຊ່ຽວຊານຂອງອົງການອະນາໄມໂລກ ເພື່ອຈະຂະຫຍາຍໄປແຂວງພາກເໜືອທີ່ມີຄວາມສ່ຽງ ໂດຍໃຊ້ເວລາໃນການຮັບຮູ້ຜົນກວດໄວກວ່າ ປະມານ 50 ນາທີ ຫາ 1 ຊົ່ວໂມງ ແຕ່ສາມາດກວດໄດ້ເທື່ອລະ 1 ຕົວຢ່າງ ແລະ ເພື່ອຮັບປະກັນວ່າຜົນກວດຖືກຕ້ອງຈະແຈ້ງ ກໍຈະໄດ້ນໍາຕົວຢ່າງສົ່ງມາກວດເພີ່ມຕື່ມທີ່ສູນວິເຄາະ ແລະ ລະບາດວິທະຍາອີກ.

ນອກຈາກນີ້, ກໍແຈ້ງໃຫ້ປະຊາຊົນເປັນເຈົ້າການໃນການປ້ອງກັນຕົນເອງ, ມີສະຕິໃນການເສບຂໍ້ມູນ – ຂ່າວສານ ແນະນໍາໃຫ້ຕິດຕາມແຫຼ່ງຂ່າວທີ່ເປັນທາງການ ເພາະມີຫຼາຍກະແສທີ່ຜິດພ້ຽນ ແລະ ບໍ່ມີມູນຄວາມຈິງຫຼາຍຢ່າງທີ່ອອກທາງໂຊຊຽວ ເຊັ່ນ: ແຂວງຜົ້ງສາລີ ພົບຜູ້ຕິດເຊື້ອ ຫຼື ແຂວງຫຼວງນໍ້າທາ ພົບຜູ້ຕິດເຊື້ອ. ສະນັ້ນ, ຢາກໃຫ້ປະຊາຊົນເອົາໃຈໃສ່ໃນການຮັກສາສຸຂະພາບ, ຫຼີກລຽງການໄປສະຖານທີ່ແອອັດຖ້າຈໍາເປັນໃຫ້ໃສ່ຜ້າອັດປາກ – ດັງ ແລະ ໝັ່ນລ້າງມືໃຫ້ສະອາດຢູ່ຕະຫຼອດ.

ຈາກການລາຍງານຂອງສໍານັກຂ່າວ ຊິນຮວາ ປະຈໍາວັນທີ 13 ກຸມພາ 2020 ມີຜູ້ຕິດເຊື້ອທົ່ວປະເທດຈີນ 59.888 ກໍລະນີ, ກໍລະນີສົງໄສ 16.067 ກໍລະນີ, ເສຍຊີວິດ 1.368 ກໍລະນີ ແລະ ປິ່ນປົວເຊົາ 5.995 ກໍລະນີ.