ກະຊວງສາທາ ຍັງຢືນຢັນວ່າ ລາວບໍ່ທັນພົບຜູ້ຕິດເຊື້ອໄວຣັສສາຍພັນໃໝ່

188

ເວົ້າເລື່ອງໄວຣັສມາຫຼາຍຄົນລ້ວນມີຄວາມເປັນຫ່ວງ ແລະຕິດຕາມຂ່າວຕໍ່ເນື່ອງ ເພາະຈະໄດ້ຮູ້ທັນເຫດການບ້ານເມືອງ, ເຊິ່ງບ້ານເຮົານັບແຕ່ມີການລະບາດຂອງພະຍາດດັ່ງກ່າວໃນເມືອງອູຮັ່ນ ປະຊາຊົນກໍ່ຄອຍນຳຂ່າວເປັນປະຈຳຂະນະທີ່ຝ່າຍລັດຖະບານເອງກໍ່ບໍ່ໄດ້ນິ້ງນອນໃຈທຸກຝ່າຍລ້ວນມີຄວາມເອົາໃຈໃສ່ ແລະກຽມພ້ອມປິ່ນປົວຫາກມີກໍລະນີຕິດເຊື້ອ ແຕ່ຈົນເຖິງຂະນະນີ້ກະຊວງສາທາລະນະສຸກຍັງຢືນຄຳເດີມ ບໍ່ທັນພົບຜູ້ຕິດເຊື້ອເທື່ອ.

ອີງຕາມບົດລາຍງານຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະພາບການລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ NOvel coronavirus (nCoV) ຄັ້ງວັນ 10 ກຸມພາ 2020, ກະຊວງສາທາລະນະສຸກ ໂດຍອີງຕາມ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການກັນ ແລະ ຄວບຄຸມພະຍາດຕິດຕໍ່ ລະດັບຊາດ, ສະບັບເລກທີ 77/ນຍ, ລົງວັນທີ 10/12/2018.

ກະຊວງສາທາລະນະສຸກ ໃນນາມຫົວຫນ້າຄະນະກໍາມະການການ ແລະ ຄວບຄຸມພະຍາດຕິດຕໍລະດັບຊາດ

ສະພາບການເກີດລະບາດຂອງພະຍາດອັກເສບປອດ ຢູ່ ສປ ຈີນ ຮອດປັດຈຸບັນ ວັນທີ 09 ກຸມພາ 2020, ເວລາ 04:00 ໂມງແມ່ນມີທັງຫມົດ 37.198 ກໍລະນີ, ຄົນເຈັບຫໜັກ 6.188 ກໍລະນີ, ເສຍຊີວິດ 811 ກໍລະນີ, ການລາຍງານສະເພາະໃນ ສປ ຈີນ ມີລາຍງານທັງຫມົດ 31 ແຂວງ, ບ່ອນທີ່ຖືກະທົບ ນອກ ຈີນແຜ່ນດິນໃຫຍ່ ມີ 27 ບ່ອນ ລວມທັງ ຢູ່ເຮືອເດີນທາງຕິດແຜນ ຕົ້ນຍີ່ປຸ່ນ ມີກໍລະນີຢັ້ງຢືນການຕິດເຊື້ອພະຍາດອັກເສບປອດ nCoV ມີ 343 ກໍລະນີ, ເສຍຊີວິດ 02 ກໍລະນີ, ຮົງກົງ 01 ກໍລະນີ ແລະ ຟີລິບປິນ 01 ກໍລະນີ.

ຂໍ້ມູນກະຊວງສາມາລະນະສຸກລະບຸວ່າ: ບອກວ່າບໍ່ມີບໍ່ໄດ້ໝາຍຄວາມວ່າບໍ່ມີຄົນມາກວດ ຫຼື ບໍໄດ້ກວດ ແຕ່ທຸກກໍລະນີສົງໄສທີ່ມາກວດນັ້ນ ແມ່ນອອກຜົນເປັນລົບສະແດງວ່າບໍ່ມີເຊື້ອພະຍາດໄວຣັສ ກໍ່ໄດ້ເອົາໃຈໃສ່ຕິດຕາມສະພາບການຢ່າງໃກ້ຊິດ, ຫຼ້າສຸດນີ້ໃນວັນທີ 08 ກຸມພາ 2020 ກໍ່ 01 ກໍລະນີສົງໄສ. ປັດຈຸບັນນອນຕິດຕາມອາການຢູ່ຕຶກແຍກປ່ຽວ ໂຮງຫມໍມິຕະພາບ, ແຕ່ຜົນກວດໃຫ້ຜົນລົບຕໍ່ເຊື້ອ nCoV.

ຕໍ່ກັບກໍລະນີມີຂ່າວທາງໂຊຊຽວມີເດຍວ່າ ແຂວງຜົ້ງສາລີ ມີກໍລະນີສົງໄສຕິດເຊື້ອໂຄໂຣນາ ຈໍານວນ 27 ຄົນ ແລະ ເສຍຊີວິດ 3 ຄົນ ເຊິ່ງບໍ່ມີການເກັບຕົວຢ່າງມາກວດວິໄຈ, ກ່ຽວກັບເຫດການນີ້ ທາງສູນວິເຄາະ ແລະ ລະບາດວິທະຍາ, ກະຊວງ ສາທາລະນະສຸກ ໄດ້ມີການປະຊຸມດ່ວນທາງໂທລະສັບ ເພື່ອສອບສວນຄືນກ່ຽວກັບສະພາບການດັ່ງກ່າວ ແລ້ວພົບວ່າ ມີຄົນເຈັບຈໍານວນ 27 ຄົນ ທີ່ເຂົ້າກັບອາການຄ້າຍຄືໄຂ້ຫວັດໃຫຍ່ ໃນຈໍານວນດັ່ງກ່າວນີ້ ມີການເສຍຊີວິດ 3 ຄົນ (ສາເຫດການເສຍຊີວິດນັ້ນແມ່ນບໍ່ມີຄວາມກ່ຽວຂ້ອງກັບ ພະຍາດອັກເສບປອດຍ້ອນເຊື້ອຈຸລະໂລກ ໂຄໂລນາ), ທິມງານຂັ້ນແຂວງໄດ້ລົງສອບສວນໃນເບື້ອງຕົ້ນ ໃນວັນທີ 4 ກຸມພາ ແລະ ໄດ້ເກັບຕົວຢ່າງ ຈາກຜູ້ທີ່ຍັງມີການເຈັບເປັນ ຈໍານວນ 6 ຄົນ ແລະ ຜົນກວດວິເຄານເພື່ອຊອກຫາເຊື້ອໄຂ້ຫວັດໃຫຍ່ (Influenza A) ແມ່ນໃຫ້ຜົນລົບ ພ້ອມດຽວກັນ ນັ້ນ ສວສ ຍັງໄດ້ກວດຫາເຊື້ອ 2019 nCoV ກໍ່ໃຫ້ຜົນລົບ ເຊັ່ນກັນ.