ງານບຸນວັດພູຈຳປາສັກຈັດຂຶ້ນຍິ່ງໃຫຍ່ ໃຫ້ຫຼິ້ນມ່ວນໆ 3 ມື້ລວດ

192

ພິທີເປີດງານບຸນນະການຜາສາດຫີນວັດພູຈໍາປາສັກ ປີ 2020 ຈັດຂຶ້ນໃນວັນທີ 6 ມັງກອນ 2020 ຢູ່ເດີ່ນສະຖານບູຮານວັດພູ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ, ມີບັນດາທ່ານ ກົງສູນໃຫຍ່ ຕ່າງປະເທດ ປະຈໍາ ແຂວງພາກໃຕ້ລາວ, ພ້ອມດ້ວຍການນຳຈາກຕ່າງປະເທດ, ບັນດາທ່ານໃນຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາ 9 ເມືອງ ແລະ 1 ນະຄອນ ຕະຫຼອດຮອດບັນດານັກທຸລະກິດ, ຜູ້ປະກອບ ແລະ ມວນຊົນຊາວແຂວງຈໍາປາສັກເຂົ້າຮ່ວມ.

ໃນພິທີມີຂະບວນແຫ່ກ້ອນກໍາລັງຕ່າງໆ ຂອງ 9 ເມືອງ ແລະ 1 ນະຄອນ ເຊິ່ງມີຫຼາຍຂະບວນ ເລີ່ມຕົ້ນດ້ວຍຂະບວນແຫ່ທຸງຊາດ ກອງຕຸລິຍາງເຍົາວະຊົນ, ທຸງທິວ 7 ສີ. ຕໍ່ມາ ແມ່ນຂະບວນແຫ່ ຊ້າງ, ແຫ່ມ້າຈໍາລອງ, ທ້າວບາຈຽງ, ນາງມະໂລງ ແລະ ເມືອງອື່ນໆ ເຊິ່ງລຽງລໍາດັບຊື່ບັນດາເມືອງຕາມຕົວອັກສອນ ແລະ ນໍາໜ້າໂດຍນາງສາວຖືປ້າຍຊື່ຂອງເມືອງ ຕິດຕາມດ້ວຍການນໍາເມືອງ ແລະ ລົດແຫ່ສິ່ງທີ່ເປັນເອກະລັກຂອງເມືອງ, ທ້າຍຂະບວນແຫ່ຂອງແຕ່ລະເມືອງ ກໍ່ແມ່ນຂະບວນຟ້ອນທີ່ເປັນເອກະລັກຂອງແຕ່ລະເມືອງນໍາອີກ.

ສ່ວນເມືອງຈໍາປາສັກ (ເຈົ້າພາບ) ແມ່ນລົດແຫ່ຮູບຈໍາລອງໂຮງຊາວ, ຟ້ອນອັບສະລາ, ຟ້ອນຈໍາປາເມືອງລາວ ແລະ ຟ້ອນສຽງແຄນລາວ. ນອກນີ້ ກໍ່ຍັງມີຂະບວນແຫ່ຊ້າງ 4 ໂຕ ຈາກເມືອງປະທຸມພອນ ເຊິ່ງການອອກແບບ, ການປະດັບປະດາ ແລະ ຕົກແຕ່ງຂະບວນແຫ່, ລົດແຫ່ຂອງແຕ່ລະເມືອງ, ແຕ່ລະກ້ອນກໍາລັງ ແມ່ນສະແດງເຖິງເອກະລັກຂອງແຕ່ລະທ້ອງຖິ່ນ ເພື່ອໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ມາຮ່ວມໃນງານ ເຫັນໄດ້ເຖິງວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ແລະ ແບບແຜນດໍາລົງຊີວິດຂອງຊາວແຂວງຈໍາປາສັກ ທັງປະກອບສ່ວນເຮັດໃຫ້ການເປີດງານບຸນນະມັດສະການຜາສາດຫີນວັດພູ ປີ 2020 ມີບັນຍາກາດຟົດຟື້ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.

ເມື່ອຂະບວນແຫ່ຂອງກ້ອນກໍາລັງຕ່າງໆເຂົ້າສູ່ສະໜາມແລ້ວ, ທ່ານ ຄໍາຕັນ ຊົມພັນດອນ ເຈົ້າເມືອງໆຈໍາປາສັກ ຮອງປະທານຄະນະຮັບຜິດຊອບຈັດງານ ກໍ່ໄດ້ຂຶ້ນລາຍງານການກະກຽມຄວາມພ້ອມໃນການຈັດງານບຸນນະມັດສະການຜາສາດຫີນວັດພູ ປີ 2020, ເນື້ອໃນສໍາຄັນ ທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງສະຖານບູຮານວັດພູຈໍາປາສັກ ມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ, ຍົກໃຫ້ເຫັນສະຖານທີ່ທ່ອງທ່ຽວ ແລະ ສະຖານທີ່ພັກພາອາໄສ ເພື່ອຮອງຮັບນັກທ່ອງທ່ຽວທີ່ມາທ່ຽວຊົມ ພ້ອມທັງຍົກໃຫ້ເຫັນກິດຈະກໍາຕ່າງໆທີ່ຈັດຂຶ້ນໃນໄລຍະການຈັດງານຄັ້ງນີ້.

ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈໍາປາສັກ ປະທານຄະນະກໍາມະການຈັດງານ ກ່າວເປີດງານ ວ່າ: ຈຸດປະສົງການຈັດ ງານບຸນນະມັດສະການຜາສາດຫີນວັດພູ ປີ 2020 ນີ້ ເພື່ອເປັນການໂຄສະນາ, ສົ່ງເສີມການທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາສໍາຜັດ ທ່ຽວຊົມແຂວງຈໍາປາສັກໃຫ້ນັບມື້ນັບຫຼາຍຂຶ້ນ. ໂອກາດອັນສະຫງ່າລາສີ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ ກໍ່ໄດ້ໃຫ້ກຽດຂຶ້ນຕີກອງ 9 ບາດ ພ້ອມທັງແຖບຜ້າ, ປ່ອຍປ້າຍ ແລະ ປ່ອຍນົກສັນຕິພາບ ເພື່ອເປັນນິມິດໝາຍອັນດີແກ່ການເປີດງານ ບູນວັດພູ ມໍລະດົກໂລກແຫ່ງທີ 2 ຂອງລາວ,ສະເຫຼີມສະຫຼອງການເຂົ່າເປັນມໍລະດົກໂລກ ຄົບຮອບ 19 ປີ ໂດຍມີການນໍາທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊື້ອເຊີນ ເຂົ້າຮ່ວມເປັນສັກຂີພະຍານ.

ງານບຸນນະມັດສະການຜາສາດຫີນວັດພູ ປີນີ້ຈັດຂຶ້ນ 3 ວັນ (ນັບແຕ່ວັນທີ 6-8 ມັງກອນ 2020) ແຕ່ລະຄືນຈະມີການສະແດງສິລະປະ, ຄອນເສີດ ເຊິ່ງມີສິລະປິນທີ່ມີຊື່ສຽງຂອງລາວມາຮ່ວມສະແດງ, ມີໝໍລໍາເລື່ອງ, ມີຕະຫຼາດນັດ ແລະ ຮ້ານວາງສະແດງສິນຄ້າ; ມີການແຂ່ງຂັນກິລາສາກົນ ແລະ ກິລາພື້ນບ້ານ ເຊັ່ນ: ແລ່ນກະເປົ໋າ, ປິດຕາຕີໝໍ້, ປີນເສົາເອົາລາງວັນ, ຂີ່ໄມ້ໂຢກເຢກ ແລະ ຕີກ໊ອບຄົນຈົນ. ມື້ສຸດທ້າຍ ວັນທີ 8 ມັງກອນ, ຕອນເຊົ້າ ກໍ່ມີພິທີໃສ່ບາດ, ຖວາຍສັງຂະທານ ແກ່ພະສົງ 500 ອົງ; ຕອນຄໍ່າ ກໍ່ຈະມີພິທິວຽນທຽນ ແລະ ຄົບງັນຕາມປະເພນີ ຕື່ມອີກ.

ຈາກ: ພິລາວັນ ເພັງສະຫວັດ