ສຳຫຼວດຈຸດຫຼັກຖານ ລະເບີດບໍ່ທັນແຕກໄດ້ 543 ບ້ານ

286

ໃນປີ 2019 ຜ່ານມາ ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ເຊິ່ງສາມາດສຳຫຼວດຈຸດຫຼັກຖານລະເບີດບໍ່ທັນແຕກ ໄດ້ທັງໝົດ 543 ບ້ານ ແລະ ຄົ້ນຄວ້າເຊັນບົດບັນທຶກ ຄວາມເຂົ້າໃຈກັບບັນດາອົງການຈັດຕັ້ງສາກົນ ມູນຄ່າ 45,5 ລ້ານໂດລາສະຫະລັດ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຢ່າງກູ້ ຢ່າງລືໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ລາຍງານຕໍ່ກອງປະຊຸມວິຊາການແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ປະຈໍາປີ 2019 ວ່າ: ໃນປີ 2019 ຜ່ານມາ ກະຊວງ ຮສສ ໄດ້ເອົາໃຈໃສ່ເຄື່ອນໄຫວໂຄສະນາຜົນຮ້າຍ ແລະ ທີ່ມາຂອງລະເບີດບໍ່ທັນແຕກ ( ລບຕ ) ໃນລາວ ໄດ້ 527 ບ້ານ, ມີປະຊາຊົນເຂົ້າຮ່ວມຮັບຟັງທັງໝົດ ຈໍານວນ 233.259 ຄົນ ຍິງ 116.945 ຄົນ

ໃນນັ້ນ, ມີອຸບັດເຫດເກີດຂຶ້ນ 6 ຄັ້ງ, ມີຜູ້ໄດ້ຮັບບາດເຈັບ 5 ຄົນ ແລະ ເສຍຊີວິດ 5 ຄົນ; ສາມາດຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກຕົກຄ້າງ ທັງໝົດ 78 ຄົນ ເທົ່າກັບ 78% ຂອງແຜນການ 100 ຄົນ. ໃນນີ້, ປິ່ນປົວການແພດ 28 ຄົນ, ຟື້ນຟູສຸຂະພາບຈິດ ແລະ ສຸຂະພາບຮ່າງກາຍ 24 ຄົນ ແລະ ສະໜອງທຶນການສຶກສາ 32 ຄົນ. ສໍາຫຼວດບໍ່ແມ່ນວິຊາການ ເພື່ອຊອກຫາຈຸດຫຼັກຖານ ລບຕ ຢູ່ 543 ບ້ານ ເທົ່າກັບ 49% ຂອງແຜນການ 1.106 ບ້ານ

ພາບປະກອບຂ່າວເທົ່ານັ້ນ

ສໍາຫຼວດວິຊາການຕາມຈຸດຫຼັກຖານ ລບຕ ສາມາດກໍານົດເປັນພື້ນທີ່ ລບຕ ໄດ້ 18.384 ເຮັກຕາ ເທົ່າກັບ 80% ຂອງແຜນການປີ 27.750 ເຮັກຕາ, ພົບເຫັນ ລບຕ ຕົກຄ້າງຈຳນວນ 20.082 ໜ່ວຍ; ໃນນີ້, ມີລະເບີດລູກຫວ່ານ 18.567 ໜ່ວຍ ແລະ ກວດກູ້ລະເບີດບໍ່ທັນແຕກຕົກຄ້າງອອກຈາກພື້ນທີ່ໄດ້ທັງໝົດ 5.116 ເຮັກຕາ ເທົ່າກັບ 113,68% ຂອງແຜນການ 4.500 ເຮັກຕາ ແລະ ທໍາລາຍ ລບຕ ໄດ້ທັງໝົດ 79.335 ໜ່ວຍ. ໃນນີ້, ມີລະເບີດລູກຫວ່ານ 62.46 ໜ່ວຍ.

ພາບປະກອບຂ່າວເທົ່ານັ້ນ

ນອກນັ້ນ, ຍັງໄດ້ປະສານສົມທົບ ແລະ ຮ່ວມມືກັບບັນດາພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນອົງການຈັດຕັ້ງສາກົນ, ຄົ້ນຄວ້າສະເໜີລັດຖະບານຮັບຮອງບົດບັນທຶກຄວາມເຂົ້າໃຈກັບສາກົນ 6 ສະບັບ ລວມມູນຄ່າ 45,5 ລ້ານໂດລາສະຫະລັດ. ໃນນີ້, ເຊັນບົດບັນທຶກຄວາມເຂົ້າໃຈກັບອົງການແມັກ 2 ສະບັບ ມູນຄ່າ 5 ລ້ານໂດລາ (ສະບັບທີ 1 ມູນຄ່າ 4,5 ລ້ານໂດລາສະຫະລັດ ແລະ ສະບັບທີ 2 ມູນຄ່າ 5 ແສນໂດລາ), ອົງການເອັຈ໌ໄອ ມູນຄ່າ 2,7 ລ້ານໂດລາສະຫະລັດ; ອົງການຮ່ວມມືສາກົນ ສ.ເກົາຫຼີ ( ກອຍກາ ) ປະຈໍາ ສປປ ລາວ ມູນຄ່າ 5,5 ລ້ານໂດລາສະຫະລັດ; ອົງການເຮໂລທຼາດ ມູນຄ່າ 21 ກວ່າລ້ານໂດລາ ແລະ ອົງການເອັນພີເອ ມູນຄ່າ 11,2 ລ້ານໂດລາສະຫະລັດ.

ຂ່າວ: ກາວຊົ່ງ

ຂໍ້ມູນຈາກ: ກະຊວງ ຮສສ