7 ວິທີດູແລຮັກສາຕົ້ນໄມ້ໃຫ້ໝາກໃນລະດູແລ້ງ

280

ເມື່ອກ້າວເຂົ້າສູ່ລະດູແລ້ງ ບໍ່ສະເພາະແຕ່ພືດຜັກທີ່ຕ້ອງການການເບິ່ງແຍງເອົາໃຈໃສ່ໃຫ້ພຽງພໍ ໃນສະພາບອາກາດທີ່ຮ້ອນເອົ້າແບບນີ້ ເຊິ່ງມັນສ້າງຄວາມເດືອດຮ້ອນຕໍ່ຊາວກະສິກອນ ຕ້ອງມີການຈັດການສວນຂອງຕົນເອງ ເພື່ອໃຫ້ຢູ່ລອດຜ່ານພົ້ນໄພແລ້ງໄປໄດ້ ເນື່ອງຈາກການປູກໄມ້ໃຫ້ໝາກກໍຕ້ອງໃຊ້ເວລາຫຼາຍປີ ກວ່າຈະຕິດດອກອອກຜົນ ແລະ ສະພາບອາກາດທີ່ຮ້ອນ ບວກກັບແຫ້ງແລ້ງຍິ່ງສົ່ງຜົນກະທົບຕໍ່ໝາກໄມ້ທັງໃນເລື່ອງຂອງປະລິມານ ແລະ ຄຸນນະພາບ ເຮັດໃຫ້ມີຂະໜາດນ້ອຍ ຫຼື ຄຸນນະພາບຕໍ່າ. ດັ່ງນັ້ນ, ເຮົາຕ້ອງມີການຈັດການທີ່ດີ, ເບິ່ງແຍງຮັກສາໃຫ້ມັນໄດ້ຮັບນໍ້າຢ່າງພຽງພໍ ແລະ ສະໝໍ່າສະເໝີ ໂດຍມີວິທີດັ່ງນີ້:

1 ການໃຫ້ນໍ້າແບບປະຢັດທີ່ສຸດ: ເນັ້ນຫົດນໍ້າໃນບໍລິເວນລັດສະໝີຂອງຕົ້ນ ຢ່າໃຫ້ນໍ້າຫຼາຍເກີນໄປຈົນໄຫຼປຽກໄປທົ່ວສວນ; ໃຫ້ນໍ້າແບບລະບົບນໍ້າຢົດ ຊ່ວຍປະຢັດໄດ້ຫຼາຍກວ່າການໃຊ້ສາຍຢາງຫົດ; ຫົດນໍ້າເທື່ອລະໜ້ອຍແຕ່ຫົດດຸ ເພື່ອຫຼຸດການສູນເສຍນໍ້າ ພ້ອມປ່ຽນເວລາຫົດນໍ້າເປັນຕອນກາງຄືນ ເພື່ອຊ່ວຍຫຼຸດການລະເຫີຍນໍ້າຈາກການຖືກແດດເຜົາ.

2 ການໃຊ້ວັດສະດຸປົກໜ້າດິນ: ໃຊ້ວິທີການປົກຄຸມຈາກໂຄນຕົ້ນຂຶ້ນສູງເລັກໜ້ອຍ ເຊິ່ງວັດສະດຸທີ່ໃຊ້ໄດ້ແກ່: ໃບໄມ້ແຫ້ງທີ່ຫຼົ່ນມາຈາກຕົ້ນມັນເອງ, ໃບຕອງແຫ້ງ, ໃບ ຫຼື ກາບໝາກພ້າວ, ຫຍ້າແຫ້ງ ເຊິ່ງວິທີນີ້ຈະຊ່ວຍຫຼຸດຜ່ອນອັດຕາການລະເຫີຍຂອງນໍ້າຈາກຜິວດິນໃຫ້ຊ້າລົງ ແລະ ມັນຍັງຈະເປັນຝຸ່ນອິນຊີບໍາລຸງຕົ້ນມັນເອງນໍາອີກ. ກໍລະນີຕົ້ນຍັງນ້ອຍຄວນໃຊ້ວັດສະດຸຊ່ວຍບັງແສງ ເພື່ອຫຼຸດຜ່ອນຄວາມເຂັ້ມຂອງແສງແດດ.

3 ການຕັດແຕ່ງກິ່ງ: ໝາກໄມ້ທີ່ເກັບກ່ຽວໃນໄລຍະຕົ້ນລະດູແລ້ງ ຫຼັງເກັບກ່ຽວແລ້ວຄວນຕັດແຕ່ງກິ່ງງ່າໃຫ້ເປັນຊົງຟຸ່ມ ເພື່ອຫຼຸດການລະເຫີຍນໍ້າທາງໃບ ແລະ ຊ່ວຍໃຫ້ການອອກດອກ ຕິດໝາກໃນລະດູຕໍ່ໄປເປັນໄປຢ່າງຕໍ່ເນື່ອງ.

4 ການກໍາຈັດສັດຕູພືດ: ຄວນກໍາຈັດຕັ້ງແຕ່ໄລຍະຕົ້ນລະດູ ພ້ອມໃຊ້ວັດສະດຸທີ່ແຫ້ງແລ້ວມາປົກຄຸມຕົ້ນໄວ້ ແຕ່ໃນໄລຍະທີ່ຂາດແຄນນໍ້າຫຼາຍບໍ່ຄວນກໍາຈັດສັດຕູພືດ ຫຼື ໄຖພວນດິນ ເພາະຈະເຮັດໃຫ້ຜິວດິນແຫ້ງໄວຂຶ້ນອີກ.

5 ການຈັດຫາແຫຼ່ງນໍ້າ: ປັບປຸງອ່າງ ຫຼື ບໍ່ນໍ້າໃຫ້ຢູ່ໃນສະພາບທີ່ໃຊ້ງານໄດ້ ແລະ ສູບນໍ້າຈາກແຫຼ່ງໃກ້ຄຽງມາກັກຕຸນໄວ້.

6 ບໍ່ຄວນໃສ່ປຸ໋ຍໃນໄລຍະແລ້ງຫາກມີນໍ້າບໍ່ພຽງພໍ: ເພາະມັນຈະເປັນການໄປກະຕຸ້ນການຈະເລີນເຕີບໂຕໃຫ້ແຕກໃບອ່ອນໃນໄລຍະແລ້ງນໍ້າໜ້ອຍ ເຮັດໃຫ້ພືດມີນໍ້າບໍ່ພໍໃຊ້ຫຼາຍຂຶ້ນ ເຊິ່ງສາມາດເຮັດໃຫ້ແຫ້ງຫ່ຽວ ແລະ ຕາຍໄດ້ໃນທີ່ສຸດ.

7 ເຮັດແນວກັນໄຟອ້ອມຮອບສວນ: ນັ້ນກໍເພື່ອປ້ອງກັນໄຟໄໝ້ສວນ ເນື່ອງຈາກລະດູແລ້ງອາກາດຮ້ອນ, ມີໃບໄມ້ແຫ້ງຫຼາຍມີໂອກາດສ່ຽງສູງຕໍ່ການເປັນເຊື້ອໄຟ ເຮັດໃຫ້ເກີດໄຟໄໝ້ໄດ້.

[ ຂໍ້ມູນຈາກ: ກະເສດກ້າວໄກ ( https://www.kasetkaoklai.com )]