ປີ 2019 ນະຄອນຫຼວງ ປະກາດບ້ານວັດທະນະທຳ 12 ບ້ານ

311

ເຖິງວ່າປີ 2019 ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປະເຊີນກັບ ຄວາມຫຍຸ້ງຍາກຫຼາຍປະການ ແຕ່ຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ( ຖວທ ນວ ) ສາມາດຈັດຕັ້ງປະຕິບັດປະກາດບ້ານວັດທະນະທໍາໄດ້ 12 ບ້ານ ເຮັດໃຫ້ປັດຈຸບັນທົ່ວນະຄອນຫຼວງວຽງຈັນ ມີບ້ານວັດທະນະທຳ ທັງໝົດ 468 ບ້ານ ເທົ່າກັບ 97,29% ຂອງຈໍານວນບ້ານທັງໝົດ.

ພາບປະກອບຂ່າວ

ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ທີ່ຈັດຂຶ້ນໃນລະຫວ່າງວັນທີ 20 – 24 ມັງກອນ 2020 ວ່າ: ໃນປີຜ່ານມາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ພາຍໃຕ້ສະພາບຄວາມຫຍຸ້ງຍາກຫຼາຍປະການ ເປັນຕົ້ນແມ່ນເສດຖະກິດມະຫາພາກຖືກກົດດັນແຮງຈາກການຂາດດຸນງົບປະມານ, ຂາດດຸນການຊໍາລະກັບຕ່າງປະເທດ ແລະ ຄັງສຳຮອງເງິນຕາຕ່າງປະເທດຕໍ່າ, ເຮັດໃຫ້ເງິນກີບອ່ອນຄ່າລົງ ເຊິ່ງເຮັດໃຫ້ຄ່າຄອງຊີບຂອງປະຊາຊົນເພີ່ມຂຶ້ນ ລວມທັງຍັງປະເຊີນບັນຫາໄພທຳມະຊາດຕ່າງໆ.

ພາບປະກອບຂ່າວ

ແຕ່ຂະແໜງການ ຖວທ ນວ ກໍໄດ້ຈັດຕັ້ງປະຕິບັດຄາດໝາຍສູ້ຊົນຂອງຕົນຢ່າງຕັ້ງໜ້າໃນການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ຈົນມາຮອດປັດຈຸບັນ ນະຄອນຫຼວງວຽງຈັນ ມີຄອບຄົວວັດທະນະທຳທັງໝົດ 142.159 ຄອບຄົວ ເທົ່າກັບ 88,65% ຂອງຈຳນວນຄອບຄົວທັງໝົດ ( 159.519 ຄອບຄົວ ) ແລະ ສາມາດປະກາດບ້ານວັດທະນະທຳໄດ້ 12 ບ້ານ ທຽບໃສ່ແຜນການບັນລຸ 100% ເຊິ່ງເຮັດໃຫ້ທົ່ວ ນວ ມີບ້ານວັດທະນະທະທຳທັງໝົດ 468 ບ້ານ ເທົ່າກັບ 97,29% ຂອງຈຳ ນວນບ້ານທັງໝົດທົ່ວ ນວ ( 481 ບ້ານ ), ມອບໃບຢັ້ງຢືນຄອບຄົວວັດທະນະທຳໄດ້ 3.773 ຄອບຄົວ ທຽບໃສ່ແຜນການ ( 2.000 ຄອບຄົວ ) ສາມາດປະຕິບັດລື່ນແຜນ 1.773 ຄອບຄົວ ແລະ ຍັງສາມາດຕິດຕັ້ງໂທລະໂຄ່ງ ໄດ້ 5 ບ້ານຕາມແຜນການ.

ພາບປະກອບຂ່າວ

ທ່ານຍັງກ່າວຕື່ມວ່າ: ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການຫັນໂຄງປະກອບເສດຖະກິດ ເຮັດໃຫ້ການພັດທະນາໄປຕາມທິດຂະຫຍາຍຕົວດ້ວຍຈັງຫວະເຕີບໂຕທີ່ໝັ້ນທ່ຽງ, ສົມດຸນ, ປະກອບສ່ວນຢ່າງແຂງແຮງໃນການນຳພາປະເທດຊາດຫຼຸດພົ້ນຈາກສະຖານະພາບຄວາມດ້ອຍພັດທະນາຕາມທິດຍືນຍົງ ແລະ ສີຂຽວ.

ປີ 2020 ຖວທ ນວ ຈະຕ້ອງເອົາໃຈໃສ່ຕື່ມ ເພື່ອຊຸກຍູ້ການປະຕິບັດໂຄງການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ສູ້ຊົນມອບໃບຢັ້ງຢືນຄອບຄົວວັດທະນະທຳ ໃຫ້ໄດ້ອີກ 2.000 ຄອບຄົວ.

( ຂ່າວ: ກາວຊົ່ງ )

( ຂໍ້ມູນຈາກສະພາປະຊາຊົນນະຄອນຫຼວງ )