ສຳຜັດວິຖີຊີວິດເຜົ່າກຶມມຸ ທີ່ບ້ານນາລັນ

279

ບ້ານນາລັນ ຕັ້ງຢູ່ໃນເຂດປ່າສະຫງວນນໍ້າຫ້າ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ເປັນບ້ານທ່ອງທ່ຽວທາງວັດທະນະທຳຂອງຊົນເຜົ່າກຶມມຸ ທີ່ຍັງຮັກສາຮີດຄອງປະເພນີ ແລະ ວັດທະນະທຳດັ້ງເດີມຂອງຊົນເຜົ່າໄວ້ເປັນຢ່າງດີ ແລະ ໜ້າສຶກສາຄົ້ນຄວ້າ ເຊິ່ງໄດ້ຮັບ ຄວາມສົນໃຈຈາກນັກທ່ອງທ່ຽວຊາວຕ່າງຊາດເປັນຈຳນວນຫຼາຍ ໂດຍສະເພາະແມ່ນນັກທ່ອງທ່ຽວເອີຣົບ.

ມາທ່ຽວບ້ານນາລັນ, ນັກທ່ອງທ່ຽວສາມາດເຂົ້າເຖິງດ້ວຍຫຼາຍເສັ້ນທາງ ເຊັ່ນ: ສາມາດໃຊ້ລົດໄປຫາບ້ານດ້ວຍທາງດິນແດງ, ເດີນທາງດ້ວຍການພາຍເຮືອກາຍັກໄປຕາມແມ່ນໍ້າຫ້າ ຊົມທໍາມະຊາດແຄມນໍ້າຫ້າ ແລະ ສຳຜັດສາຍນໍ້າທີ່ເຢັນສົດຊື່ນ, ມີລົມພັດເບົາໆ ແລະ ຮູ້ສຶກຜ່ອນຄາຍຢ່າງຍິ່ງ ເພີດເພີນກັບຄວາມໜ້າຕື່ນຕາຕື່ນໃຈຂອງສາຍນໍ້າຫ້າທີ່ມີບາງບ່ອນອາດວາດສຽວເລັກໜ້ອຍ ໂດຍໃຊ້ເວລາປະມານ 3 ຊົ່ວໂມງ ແລະ ເຂົ້າຫາບ້ານນາລັນດ້ວຍການຍ່າງປ່າຜ່ານພູຜາປ່າດົງ ຊົມທໍາມະຊາດຂອງປ່າສະຫງວນນໍ້າຫ້າ ໂດຍໃຊ້ເວລາປະມານ 4 ຊົ່ວໂມງ.

ການເຂົ້າຫາບ້ານນໍ້າຫ້າ ທີ່ນັກທ່ອງທ່ຽວນິຍົມທີ່ສຸດແມ່ນການຍ່າງປ່າເຂົ້າເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ເພື່ອທ່ຽວຊົມທຳມະຊາດ ໂດຍການຂຶ້ນພູ, ຖ່າຍຮູບຕາມທຳມະຊາດອັນສວຍສົດງົດງາມ, ຟັງສຽງຮ້ອງຂອງນົກ ແລະ ສັດສາວາສິ່ງນາໆພັນຢ່າງສະອອນໃຈ. ສຳຜັດ ແລະ ຮຽນຮູ້ກ່ຽວກັບທຳມະຊາດ ຕົ້ນໄມ້ໃຫຍ່ທີ່ມີອາຍຸຫຼາຍຮ້ອຍປີທີ່ຂຽວກະຈີ, ຊົມທິວທັດອັນກວ້າງໃຫຍ່ໄພສານຢ່າງສຸດສາຍຕາ ທີ່ເຕັມໄປດ້ວຍສັດລ້ຽງລູກດ້ວຍນໍ້ານົມ 38 ຊະນິດ ແລະ ສັດປ່າທີ່ຫາຍາກ 22 ຊະນິດ, ບາງໂອກາດນັກທ່ອງທ່ຽວຈະເຫັນສັດດັ່ງກ່າວໂດຍບັງເອີນ ພ້ອມຖ່າຍຮູບໄວ້ເປັນທີ່ລະນຶກຢ່າງໜ້າຕື່ນຕາຕື່ນໃຈ ແລະ ປະທັບໃຈ ລວມທັງສຳຜັດອາກາດທີ່ບໍລິສຸດ ເຊິ່ງເໝາະສົມກັບຄົນທີ່ມັກການຜະຈົນໄພມັກສຶກສາຄົ້ນຄວ້າຮຽນຮູ້ທຳມະຊາດ.

ຫຼັງຈາກນັ້ນ, ຈຶ່ງເຂົ້າສູ່ບ້ານນາລັນ ເພື່ອສຳຜັດ ແລະ ທ່ຽວຊົມວິຖີຊີວິດຂອງຊົນເຜົ່າກຶມມຸ ເຊິ່ງເປັນບ້ານທີ່ມີສະເພາະຊົນເຜົ່າກຶມມຸ ອາໄສຢູ່ຫຼາຍກວ່າ 50 ຄົວເຮືອນ. ປະຊາຊົນໃນບ້ານຢຶດຖືອາຊີບເຮັດກະສິກຳ ແລະ ທ່ອງທ່ຽວເປັນຫຼັກໃນການດຳລົງຊີວິດ ພ້ອມທັງຍັງຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມດັ້ງເດີມຂອງເຜົ່າໄວ້ເປັນຢ່າງດີ, ປະຊາຊົນໃນບ້ານລ້ວນແລ້ວແຕ່ມີຈິດໃຈດີງາມ, ຮັກແພງສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເມື່ອມີນັກທ່ອງທ່ຽວມາຢາມ ພວກເຂົາຈະຊ່ວຍກັນບໍລິການອາຫານຕາມທີ່ນັກທ່ອງທ່ຽວມັກ.

ບ້ານນາລັນ ເປັນບ້ານທີ່ມີສາຍນໍ້າຫ້າໄຫຼຜ່ານ ເຮັດໃຫ້ອາກາດສົດຊື່ນຕະຫຼອດປີ, ມີເຮືອນພັກໂຮມສະເຕຂອງຊົນເຜົ່າ ແລະ ອາຫານທີ່ເປັນເອກະລັກສະເພາະ ແລະ ອາຫານທົ່ວໄປໃນລາຄາຖືກ ເພື່ອບໍລິການນັກທ່ອງທ່ຽວຢ່າງພຽງພໍ ແລະ ສະດວກ ເຊັ່ນ: ພັກແຮມໂຮມສະເຕ ຄືນລະ 20 ພັນກີບຕໍ່ຄົນ ແລະ ຄ່າອາຫານ 20 ພັນກີບຕໍ່ຄາບ ເຊິ່ງເໝາະແກ່ການໄປພັກຜ່ອນຢ່ອນອາລົມ, ອອກຈາກ ຄວາມວຸ່ນວາຍໃນຕົວເມືອງໄປພັກໃຈ ລວມທັງທັດສະນະສຶກສາ.

ນັກທ່ອງທ່ຽວທີ່ມາບ້ານນາລັນ ໃນແຕ່ລະຄືນຈະໄດ້ຮ່ວມມ່ວນຊື່ນກັບເຜົ່າ ໂດຍການເຕັ້ນສະຫຼັບໄມ້, ຟ້ອນອ້ອມກອງໄຟຕາມປະເພນີເຜົ່າ, ນຸ່ງຊຸດຊົນເຜົ່າ ຫາກມີຄວາມຕ້ອງການ ແລະ ອື່ນໆ ຢ່າງເບີກບານມ່ວນຊື່ນ. ຈາກນັ້ນ, ເຊົ້າມື້ຕໍ່ມາຈະໄດ້ສຳຜັດຮຽນຮູ້ວິຖີຊີວິດປະຈຳວັນຂອງຊົນເຜົ່າ ເຊັ່ນ: ແຕ່ງຢູ່ຄົວກິນ, ຕໍາເຂົ້າ, ຍິງໜ້າເກັກ, ຟ້ອນດາບຄູ່, ຕີກອງ ແລະ ອື່ນໆອີກທີ່ໜ້າສົນໃຈ.

ນອກນັ້ນ, ຫາກນັກທ່ອງທ່ຽວຄົນໃດມີຄວາມສົນໃຈ ເພື່ອສຶກສາຮຽນຮູ້ຫຼາຍຂຶ້ນຍັງສາມາດຮ່ວມ ແລະ ຮຽນຮູ້ການດຳລົງຊີວິດປະຈຳວັນຂອງປະຊາຊົນພາຍໃນບ້ານ ເຊັ່ນ: ກ່ຽວເຂົ້າ, ຫາປູປາຕາມນໍ້າຫ້າ, ເຮັດໄຮ່ປູກເຂົ້າ, ປູກສາລີ ແລະ ພືດຜັກຕ່າງໆ ຕາມຄວາມເໝາະສົມຂອງແຕ່ລະລະດູການ.

ມາທ່ຽວທີ່ນີ້ທ່ານອາດບໍ່ຢາກກັບເລີຍກໍວ່າໄດ້ ເນື່ອງຈາກວ່າບ່ອນນີ້ມີຫຼາຍສິ່ງທີ່ໜ້າສຶກສາຮຽນຮູ້ ແລະ ຜູ້ຄົນຢູ່ນີ້ກໍມີນໍ້າໃຈເອື້ອເຝື້ອເພື່ອແຜ່, ມີນໍ້າໃຈດີງາມ ຕ້ອນຮັບນັກທ່ອງທ່ຽວມາຢາມສະເໝີ.