7 ຂໍ້ດີຂອງການອ່ານປຶ້ມທຸກວັນ

149

ປຶ້ມກໍປຽບເໝືອນອາຫານສະໝອງຂອງຄົນເຮົາ ເພາະຊ່ວຍກະຕຸ້ນໃຫ້ສະໝອງໄດ້ເຮັດວຽກຕະຫຼອດ ແລະ ເຮົາມາເບິ່ງນຳກັນວ່າການອ່ານປຶ້ມໃຫ້ປະໂຫຍດຫຍັງແກ່ຄົນເຮົາມີດັ່ງນີ້:

1 ການອ່ານປຶ້ມຊ່ວຍກະຕຸ້ນການເຮັດວຽກຂອງສະໝອງ: ມີການສຶກສາຫາກສະໝອງມີການໃຊ້ງານ ຫຼື ການອອກກຳລັງຈະຊ່ວຍຊະລໍ ຫຼື ປ້ອງກັນພາວະສະໝອງເສື່ອມໄດ້ດີ ເຊັ່ນດຽວກັບກ້າມຊີ້ນໃນຮ່າງກາຍ ການອ່ານປຶ້ມກໍຊ່ວຍໃຫ້ສະໝອງແຂງແຮງ ເພາະມີການໃຊ້ງານຢູ່ສະໝ່ຳສະເໝີ. ສະນັ້ນ, ເຮົາຕ້ອງເລືອກແລ້ວວ່າຈະໃຊ້ມັນ ຫຼື ສູນເສຍມັນໄປ.

2 ການອ່ານຊ່ວຍເພີ່ມທັກສະການຄິດວິເຄາະ: ເມື່ອເຮົາອ່ານເລື່ອງທີ່ປິດສະໜາມີເງື່ອນງຳ ສະໝອງຈະຄົ້ນຄິດ ແລະ ໄຂປິດສະໜາເຫຼົ່ານັ້ນໄປ ຕະຫຼອດການອ່ານຈົນຈົບເລື່ອງ ເຊິ່ງສິ່ງເຫຼົ່ານີ້ຈະກະຕຸ້ນສະໝອງໃຫ້ລະບົບການຄິດວິເຄາະເຮັດວຽກ. ນອກຈາກນີ້, ການອ່ານຊ່ວຍເພີ່ມທັກສະການວິເຄາະຈາກເນື້ອໃນເລື່ອງ, ການກະທຳຂອງຕົວລະຄອນ ເພື່ອນຳໄປແຊຣ໌ ແລະ ຖ່າຍທອດຄວາມຮູ້ໃຫ້ກັບຄົນອື່ນໆໄດ້ອີກດ້ວຍ.

3 ການອ່ານຊ່ວຍກະຕຸ້ນ ຄວາມຈື່ຈຳ: ເມື່ອອ່ານປຶ້ມນະວະນິຍາຍເຮົາຈະຕ້ອງຈື່ຈຳຕົວລະຄອນເບື້ອງຫຼັງ, ເນື້ອເລື່ອງ ຫຼື ທີ່ມາຂອງເລື່ອງ ສະໝອງຈະສັ່ງການໃຫ້ຈື່ຈຳຂໍ້ມູນເຫຼົ່ານັ້ນໄວ້ ແລະ ເອີ້ນໃຊ້ງານທັນທີ ເຊິ່ງເປັນການອອກກຳລັງສະໝອງເຮັດໃຫ້ສະໝອງເຮັດວຽກ ແລະ ຝຶກຝົນຄວາມຈຳໄດ້ດີຂຶ້ນ.

4 ການອ່ານຊ່ວຍເຮັດໃຫ້ຮູ້ສຳນວນພາສາ ແລະ ຄຳສັບຫຼາຍຂຶ້ນ: ນອກຈາກການອ່ານຈະໃຫ້ຄວາມຮູ້ແລ້ວ ຍັງເຮັດໃຫ້ເຮົາຮູ້ສຳນວນພາສາຫຼາຍຂຶ້ນ, ປະໂຫຍດການຂຽນ ແລະ ການເວົ້າຂອງເຮົາຈະດີຂຶ້ນກວ່າເກົ່າ ເຊິ່ງສິ່ງເຫຼົ່ານັ້ນຈະເຮັດໃຫ້ເຮົາເປັນຄົນມີຄວາມຮູ້, ຄວາມໝັ້ນໃຈໃນການເວົ້າ ແລະ ການຂຽນຄຳສັບຕ່າງໆ ຍັງເຮັດໃຫ້ເຮົາເຂົ້າໃຈຫົວຂໍ້ຕ່າງໆໄດ້ຢ່າງວ່ອງໄວ ເມື່ອຫົວຂໍ້ບົດສົນທະນາເປັນເລື່ອງກ່ຽວກັບວິທະຍາສາດ ຫຼື ເລື່ອງມີຄຳສັບສະເພາະ. ນອກຈາກນີ້, ການອ່ານຍັງຊ່ວຍໃຫ້ເຮົາຮູ້ພາສາໃໝ່ໆໄດ້ອີກດ້ວຍ.

5 ການອ່ານໄດ້ຄວາມຮູ້: ແນ່ນອນວ່າທຸກຄັ້ງທີ່ເຮົາອ່ານຈະໄດ້ຂໍ້ມູນໃໝ່ໆທີ່ເຮົາຍັງບໍ່ເຄີຍຮູ້ສະເໝີ ບໍ່ຈຳເປັນວ່າຈະຕ້ອງເປັນປຶ້ມສາລະຄະດີ ຫຼື ປະຫວັດສາດ ແຕ່ປຶ້ມນະວະນິຍາຍກໍສອດແຊກຄວາມຮູ້ເລື່ອງລາວໃຫ້ເຮົາໄດ້ຮູ້ບໍ່ຫຼາຍກໍໜ້ອຍ ຈື່ໄວ້ວ່າເຖິງເຮົາຈະເສຍວຽກ, ເສຍເງິນ, ເສຍຊັບສິນ ແຕ່ ຄວາມຮູ້ບໍ່ມີວັນເສຍຈາກເຮົາໄປໄດ້. ສະນັ້ນ, ທຸກຄົນຄວນຈັບປຶ້ມຂຶ້ນມາອ່ານໃຫ້ເກີດປະໂຫຍດແກ່ຕົນເອງ.

6 ການອ່ານເຮັດໃຫ້ທັກສະການຂຽນດີຂຶ້ນ: ເມື່ອໄດ້ອ່ານເຮົາຈະຈື່ຈຳສຳນວນການຂຽນ ແລະ ຄຳສັບຈາກສິ່ງທີ່ອ່ານມານັ້ນຍິ່ງອ່ານຫຼາຍ ເຮົາກໍຈະຂຽນໄດ້ດີຂຶ້ນດ້ວຍການສັງເກດຈາກວິທີການຂຽນຂອງຜູ້ອື່ນ ເປັນຕົ້ນແມ່ນນັກຂຽນໃນດວງໃຈຄືກັນກັບນັກດົນຕີທີ່ຟັງເພງທີ່ຕົວເອງມັກເລື້ອຍໆ ຫຼື ຈິນຕະນາການຝຶກຝົນເຕັກນິກຈາກວຽກ. ດັ່ງນັ້ນ, ການຂຽນທີ່ດີຈະຮຽນຮູ້ມາຈາກການອ່ານນັ້ນເອງ.


7 ການອ່ານຊ່ວຍຝຶກສະມາທິ ແລະ ຄວາມຕັ້ງໃຈ: ຖ້າຫາກທ່ານຢາກໜີຄວາມວຸ່ນວາຍອ້ອມຕົວເຮົາ ລອງຈັບປຶ້ມ ຫຼື ບົດຄວາມມາອ່ານລອງເບິ່ງມັນຈະດຶງໃຫ້ເຮົາມີສະມາທິຈົດຈໍ່ຢູ່ກັບປຶ້ມໄດ້ ເຊິ່ງຊ່ວຍຝຶກສະມາທິ ແລະ ຝຶກສະໝອງໄປພ້ອມໆກັນ.

( ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: satapornbooks.co.th )