ນວ ກຳນົດ 12 ຂໍ້ສູ້ຊົນເກັບລາຍຮັບໃຫ້ບັນລຸເປົ້າ

201

ປີ 2019 ພະແນກການເງິນນະຄອນຫຼວງ ( ນວ ) ໄດ້ຮັບມອບໝາຍໃນການຈັດເກັບລາຍຮັບຫຼາຍເຖິງ 4.800 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດ92%. ດ້ານຫົວໜ້າພະແນກການເງິນເປີດເຜີຍ: ມາດຕະການຈັດຕັ້ງປະຕິບັດ 12 ຂໍ້ ຈະເປັນເຄື່ອງມືທີ່ເຮັດໃຫ້ການເກັບລາຍຮັບໃນປີ 2020 ເປັນໄປຕາມແຜນ.

ທ່ານ ຄຳພັນ ມາລາບັນດິດ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 1 ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານຂອງນະຄອນຫຼວງວຽງຈັນໃນປີ 2019 ຜ່ານມານັ້ນ, ດ້ານແຜນລາຍຮັບທັງໝົດ 4.800 ກວ່າຕື້ກີບ. ໃນນີ້, ພູດສູນກາງ ( ພາສີ ) ທີ່ຈັດເກັບຢູ່ນະຄອນຫຼວງ 3.424 ຕື້ກວ່າກີບ ແລະ ລາຍຮັບທ້ອງຖິ່ນພູດນະຄອນຫຼວງ 1.375 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດເກັບລາຍຮັບໄດ້ທັງໝົດ 4.432 ຕື້ກີບ ເທົ່າກັບ 92,32% ຂອງແຜນການປີ, ຖ້າທຽບໃສ່ປີ 2018 ແມ່ນເພີ່ມຂຶ້ນ 6,25%, ຂະນະທີ່ແຜນລາຍຈ່າຍທັງໝົດທີ່ໄດ້ຮັບຈາກກະຊວງການເງິນ ແມ່ນ 689,729 ຕື້ກີບ, ແຕ່ການປະຕິບັດຕົວຈິງສາມາດປະຕິບັດໄດ້ 675,54 ຕື້ກວ່າກີບ ເທົ່າກັບ 97,94%.


ທ່ານກ່າວຕື່ມວ່າ: ປີນີ້ເປັນປີມ້ວນທ້າຍຂອງການຈັດຕັ້ງແຜນງົບປະມານ 5 ປີ ( 2015 – 2020 ) ຖ້າອີງໃສ່ແຜນການ 5 ປີ ຂອງນະຄອນຫຼວງວຽງຈັນ ສູ້ຊົນເກັບລາຍຮັບແມ່ນ 21.500 ກວ່າຕື້ກີບ. ໃນນີ້, ພູດສູນກາງປະຕິບັດຢູ່ນະຄອນຫຼວງ 15.180 ກວ່າຕື້ກີບ ແລະ ລາຍຮັບນະຄອນຫຼວງ 6.319 ຕື້ ກວ່າກີບ.

ສໍາລັບແຜນຈັດເກັບລາຍຮັບປີ 2020 ທີ່ກະຊວງການເງິນແຈ້ງໃຫ້ເບື້ອງຕົ້ນ ມີດັ່ງນີ້: ລວມລາຍຮັບທັງໝົດຂອງນະຄອນຫຼວງ ຈະສູ້ຊົນໃຫ້ໄດ້ຕໍ່າສຸດແມ່ນ 5.241 ຕື້ກວ່າກີບ ທຽບໃສ່ປີ 2019 ຜ່ານມາເພີ່ມຂຶ້ນ 9,18% ເຊິ່ງລາຍຮັບພູດສູນກາງ ( ພາສີ ) 3.730 ຕື້ ກວ່າກີບ ແລະ ລາຍຮັບທ້ອງຖິ່ນ ( ນະຄອນຫຼວງ ) 1.511 ຕື້ກວ່າກີບ. ໃນນີ້, ເວົ້າສະເພາະລາຍຮັບສ່ວຍສາອາກອນ 4.450 ຕື້ກວ່າກີບ, ຊັບສິນຂອງລັດ 60,75 ຕື້ກີບ, ລັດວິສາຫະກິດ 633 ລ້ານກວ່າກີບ. ສ່ວນລາຍຈ່າຍທັງໝົດ 551,28 ຕື້ກີບ ເຊິ່ງລາຍຈ່າຍປົກກະຕິ 480 ຕື້ກວ່າກີບ, ລາຍຈ່າຍຄ່າບໍລິຫານວິຊາການ ( ຈົດຮັບ – ຈົດຈ່າຍ ) 70,74 ຕື້ກີບ. ນອກນັ້ນ, ຍັງມີລາຍຈ່າຍຂອງຂະແໜງສຶກສາ 192,62 ຕື້ກີບ ແລະ ຂະແໜງສາທາລະນະສຸກ 53,59 ຕື້ກີບ.

ໂອກາດນີ້ຫົວໜ້າພະແນກການເງິນນະຄອນຫຼວງ ຍັງໄດ້ສະເໜີ 12 ມາດຕະການ ທີ່ເປັນຕົວຊີ້ວັດໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນຂອງແຜນລາຍຮັບງົບປະມານປີ 2020 ເຊິ່ງມີບັນດາກົນໄກ ແລະ ມາດຕະການຕົ້ນຕໍດັ່ງນີ້:

1 ປະຕິບັດກົດໝາຍວ່າດ້ວຍລັດຖະກອນທີ່ກໍານົດ ໄວ້ໃນມາດຕາ 95, ບັນດາຂໍ້ຫ້າມ – ວິໄນຂະແໜງການເງິນຢ່າງເຂັ້ມງວດ ແລະ ນິຕິກຳ, ລະບຽບການຕ່າງໆທີ່ໄດ້ຮັບຮອງຜ່ານມາ.

2 ສືບຕໍ່ຍົກລະດັບຄວາມ ຮູ້ – ຄວາມສາມາດຂອງພະນັກງານທົ່ວຂະແໜງການເງິນອ້ອມຂ້າງນະຄອນຫຼວງ.

3 ສ້າງກົດໝາຍວ່າດ້ວຍອາກອນຕົວເມືອງ ( TAX – THE CITY ).

4 ລວມສູນແຫຼ່ງລາຍຮັບງົບປະມານຢ່າງເຂັ້ມງວດ ແລະ ຂະຫຍາຍຖານລາຍຮັບງົບປະມານແຕ່ລະປະເພດໃຫ້ເປັນລະບົບ.

5 ຜັນຂະຫຍາຍຄໍາສັ່ງເລກທີ 40/ນວ ເຂົ້າສູ່ລວງເລິກ ໂດຍສະເພາະຫົວໜ່ວຍວິສາຫະກິດທີ່ມີທຶນຈົດທະບຽນຕໍ່າກວ່າ 400 ລ້ານກີບ ຫຼື ອາກອນມອບເໝົາທີ່ຍັງບໍ່ທັນໄດ້ເຂົ້າລະບົບອາກອນມູນຄ່າເພີ່ມ.

6 ຫັນເອົາຖານຂໍ້ມູນລາຍຮັບເຂົ້າສູ່ການຄຸ້ມຄອງດ້ວຍເຄື່ອງມືທັນສະໄໝ ແລະ ຫັນເອົາການຊໍາລະຕ່າງໆຜ່ານລະບົບທະນາຄານ.

7 ເຂັ້ມງວດໃນການຄຸ້ມຄອງຈັດເກັບລາຍຮັບ ເປັນຕົ້ນ: ຄ່າເຊົ່າ ແລະ ສໍາປະທານທີ່ ດິນ – ເຮືອນລັດ, ຄຸ້ມຄອງການຈົດຮັບ – ຈົດຈ່າຍຂະແໜງທີ່ມີລາຍຮັບວິຊາການຢ່າງຮັດກຸມ ແລະ ເລັ່ງທວງໜີ້ຄ້າງມອບຄ່າພັນທະອາກອນຕ່າງໆຈາກບັນດາຫົວໜ່ວຍທຸລະກິດ.

8 ດ້ານລາຍຈ່າຍສືບຕໍ່ປະຕິບັດມາດຕະການປະຢັດຕາມຄໍາສັ່ງເລກທີ 09/ນຍ ໃຫ້ເກີດຜົນເປັນຈິງ.

9 ເພີ່ມທະວີການຕິດຕາມ, ກວດກາປະຕິບັດແຜນລາຍ ຮັບ – ລາຍຈ່າຍງົບປະມານໃຫ້ໄປຕາມລະບຽບການທີ່ກໍານົດໄວ້ຢ່າງເຂັ້ມງວດ ແລະ ລາຍງານຄວາມຄືບໜ້າເປັນປົກກະຕິ.

10 ສືບຕໍ່ຊຸກຍູ້ຕິດຕາມ, ເກັບກໍາຂໍ້ມູນ ແລະ ແນະນຳຫົວໜ່ວຍງົບປະມານທີ່ມີລາຍຮັບຄ່າບໍລິການ, ວິຊາການ ແລະ ກອງທຶນ ໃນການປະຕິບັດລາຍຮັບ – ລາຍຈ່າຍໃຫ້ຖືກຕ້ອງຕາມນິຕິກໍາທີ່ກໍານົດໄວ້.

11 ປັບປຸງກົນໄກ, ຂັ້ນຕອນ ແລະ ວິທີການປະສານສົມທົບລະຫວ່າງຂະແໜງການເງິນກັບພາກສ່ວນກ່ຽວຂ້ອງໃຫ້ເປັນປົກກະຕິ.

12 ປະສານສົມທົບ ແລະ ຊຸກຍູ້ຂະໜງການກ່ຽວຂ້ອງຄົ້ນຄວ້າກົນໄກ, ມາດຕະການຕໍ່ກັບການແກ້ໄຂຜົນການກວດສອບ ໂດຍສະເພາະແມ່ນລາຍຮັບ – ລາຍຈ່າຍທີ່ຍັງບໍ່ສາມາດລວມສູນເຂົ້າງົບປະມານ.

[ ຂ່າວ: ສົມສະຫວິນ, ຮູບ: ສອນໄຊ ]