ແຜນ 5ປີເມືອງປາກທາຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 7,8%

117

ເມືອງປາກທາ ແຂວງບໍ່ແກ້ວ ຕັ້ງເປົ້າໃສ່ແຜນພັດທະນາເສດຖະກິດ-ສັງຄົມ 5ປີ (2020-2024) ໂດຍຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງເປັນຈັງຫວະ ແລະ ຕໍ່ເນື່ອງໃນລະດັບ 7,8 % ເຮັດໃຫ້ຜະລິດຕະພັນພາຍໃນບັນລຸ 297,49 ຕື້ກີບ, ລາຍຮັບສະເລ່ຍ 1,457 ໂດລາສະຫະລັດຕໍ່ຄົນຕໍ່ປີ

ພາບປະກອບຂ່າວເທົ່ານັ້ນ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງປາກທາ ແຂວງບໍ່ແກ້ວ ຄັ້ງທີ VII ໄດ້ສໍາເລັດລົງຢ່າງເປັນທາງການໃນຕອນແລງຂອງວັນທີ 14 ມັງກອນ 2020 ນີ້ ພາຍຫຼັງດຳເນີນມາເປັນເວລາ 2 ວັນເຕັມ ໂດຍການເປັນປະທານຂອງ ທ່ານ ສຸໄລ ດວງຜາຄຳ ກຳມະການພັກແຂວງ ເລຂາພັກເມືອງ ເມືອງປາກທາ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງແຂວງບໍ່ແກ້ວ, ມີປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກ, ກຳມະການພັກແຂວງ, ຄະນະປະຈຳ, ກຳມະການພັກເມືອງ, ແຂກຮັບເຊີນຈາກພະແນກການອ້ອມຂ້າງແຂວງ, ເມືອງອ້ອມຂ້າງ, ເມືອງຄອບ ແຂວງໄຊຍະບູລີ ແລະ ຜູ້ແທນສົມບູນເຂົ້າຮ່ວມ.

ກອງປະຊຸມ ໃນຄັ້ງນີ້ບັນດາຜູ້ແທນໄດ້ພ້ອມກັນຕີລາຄາທົບທວນຄືນຜົນສຳເລັດທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາດ້ານຈຸດອ່ອນຂໍ້ຄົງຄ້າງ, ສະຫຼຸບຖອດຖອນບົດຮຽນ, ພ້ອມກັັນຄົ້ນຄວ້າ ແລະ ເປັນເອກະພາບກັນຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2020-2024 ໂດຍຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວດ້ວຍຈັງຫວະ ແລະ ຕໍ່ເນື່ອງໃນລະດັບ 7,8 % ເຮັດໃຫ້ຜະລິດຕະພັນພາຍໃນບັນລຸ 297,49 ຕື້ກີບ, ລາຍຮັບສະເລ່ຍຫົວຄົນຜູ້ໜຶ່ງ 1,457 ໂດລາສະຫະລັດຕໍ່ຄົນຕໍ່ປີ

ພາບປະກອບຂ່າວເທົ່ານັ້ນ

ໂຄງປະກອບເສດຖະກິດໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າຕາມທິດອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ສຸມໃສ່ການຄ້ຳປະກັນສະບຽງອາຫານ, ຜະລິດເປັນສິນຄ້າ, ສ້າງເງື່ອນໄຂອຳນວຍໃຫ້ແກ່ນັກທຸລະກິດ ເພື່ອພັດທະນາສົ່ງເສີມການທ່ອງທ່ຽວຕິດພັນກັບການສົ່ງເສີມອະນຸລັກປົກປັກຮັກສາວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ, ຂອງທ້ອງຖິ່ນ.

ຂໍ້ມູນຈາກ: ຫ້ອງການຖະແຫຼງຂ່າວເມືອງປາກທາ ຖວທ