ທີ່ຄົນຕື່ນເຊົ້າມັກຈະເປັນຄົນທີ່ສະຫຼາດ ແລະ ນານເຖົ້າ

404

ເຄີຍສົງໃສບໍ່ວ່າບາງຄົນມີອາຍຸຫຼາຍແລ້ວ ແຕ່ຍັງແຂງແຮງ, ໜ້າຍັງໜຸ່ມ, ເຕັ່ງຕຶງປານສາວ, ບ່າວຂຶ້ນໃໝ່ ບາງຄົນກໍອາດເປັນຍ້ອນມີຜະລິດຕະພັນທີ່ດີໆໃຊ້, ມີອາຫານດີໆກິນ, ດື່ມ ແລະ ໃຊ້ຊີວິດທີ່ສະດວກສະບາຍ ແຕ່ເຮົາເອງກໍສາມາດມີສຸຂະພາບຮ່າງກາຍທີ່ດີ, ຜິວຜັນທີ່ດີງາມ ມີສະໝອງທີ່ປອດໂປ່ງໄດ້ຄືກັນ ພຽງແຕ່ປ່ຽນ ຫຼື ປະຕິບັດຕົນເອງໃຫ້ເປັນຄົນຕື່ນເຊົ້າເທົ່ານັ້ນ ເພາະການຕື່ນເຊົ້າສົ່ງຜົນດີຫຼາຍໆຢ່າງເລີຍຕໍ່ຮ່າງກາຍ ແລະ ສະໝອງຂອງຄົນເຮົາ:

1 ການທີ່ເຮົາໄດ້ກິນອາຫານເຊົ້າທຸກໆມື້ ຄົນທີ່ຕື່ນເຊົ້າມັກຈະໄດ້ກິນອາຫານເຊົ້າ, ເຂົ້າເຊົ້າ ຕ່າງຈາກຄົນທີ່ຕື່ນສວາຍກໍຈະຟ້າວຝັ່ງໄປໂຮງຮຽນ ໄປວຽກ ໂດຍທີ່ບໍ່ທັນໄດ້ກິນເຂົ້າເຊົ້າ ແລະ ບໍ່ໄດ້ກິນຫຍັງເລີຍໃນຕອນເຊົ້າ ມັນຈະສົ່ງຜົນບໍ່ດີຕໍ່ຮ່າງກາຍໄດ້.

2 ມີສະມາທິດີຂຶ້ນ ການເລີ່ມຕົ້ນມື້ໃໝ່ ດ້ວຍການຕື່ນເຊົ້າ ຈະຊ່ວຍໃຫ້ມີສະມາທິຫຼາຍຂຶ້ນ ໂດຍການຕື່ນເຊົ້າໄປວຽກ ຫຼື ໂຮງຮຽນ ຈະເຮັດໃຫ້ເຮົາມີເວລາເຫຼືອໃນການປັບສະພາບຕົນເອງໃນແຕ່ລະມື້ ຊຶ່ງມັນຈະຊ່ວຍໃຫ້ເຮົາຕື່ນໂຕຢູ່ສະເໝີ

3 ເພີ່ມປະລິມານໃນການເຮັດວຽກ ຄົນທີ່ປະສົບຄວາມສໍາເລັດ ບອກວ່າ ພວກເຂົາຈະຕື່ນເດິກ ປະທານ 5 ໂມງເຊົ້າ ຫຼື ເຊົ້າກ່ອນນັ້ນ ເພາະຄົນທີ່ຕື່ນເຊົ້າມັກຈະມີແນວໂນ້ມ ມີປະສິດທິພາບໃນການເຮັດວຽກ ຫຼາກຫຼາຍຢ່າງ ປະກອບກັບມີເວລາຫຼາຍຂຶ້ນ ໃນການໂຟກັດງານທີ່ສໍາຄັນ, ຂະນະທີ່ຄົນອື່ນກໍາລັງຫຼັບໄຫຼ ສະໝອງຂອງຄົນເຮົາມັກຈະຕື່ນໂຕດີທີ່ສຸດໃນຕອນເຊົ້າ ເຮັດຫຍັງສະໝອງກໍຈະຄິດອອກ ຄິດໄດ້ດີອັນສົ່ງຜົນດີກັບສິ່ງທີ່ເຮົາເຮັດນໍາ ຕ່າງຈາກຕອນສວາຍ, ບ່າຍ ແລະ ແລງໆ ສະໝອງເຮົາອາດຄິດຫຍັງບໍ່ຄ່ອຍອອກທໍ່ຕອນເຊົ້າ.

4 ເຮັດໃຫ້ເຮົາເພີດເພີນກັບເວລາທີ່ມິດສະຫງົບ ເຈົ້າຈະພົບວ່າການເດີນທາງແຕ່ລະມື້ ຫາກເຮົາອອກຈາກບ້ານໄວຂຶ້ນເຮົາຈະບໍ່ເຫັນການຈາຈະຈອນທີ່ຕິດຂັດ, ຂັດສົນໃນເວລາທີ່ເລັ່ງດ່ວນອີກດ້ວຍ.

5 ມີເວລາອອກກໍາລັງກາຍ ເມື່ອເຮົາຕື່ນເຊົ້າເຮົາຈະມີເວລາໄດ້ອອກກໍາລັງກາຍ ທີ່ສົ່ງຜົນທດີຕໍ່ຮ່າງກາຍໃຫ້ມີຄວາມແຂງແຮງ, ຫຸ່ນດີ, ອາລົມດີມີພະລັງໃນການເຮັດວຽກ ແລະ ໄປໂຮງຮຽນດ້ວຍຄວາມແຈ່ມໃສ.

6 ຊ່ວຍໃຫ້ຜິວຜັນມີສຸຂະພາບດີ ຫຼັງຈາກທີ່ເຮົານອນຫຼັບພັກຜ່ອນຢ່າງເຕັມທີ່ແລ້ວ ເວລາຕື່ນຈະເປັນເວລາທີ່ຜິວຂອງເຮົາດີທີ່ສຸດ ຍິ່ງເຮົາຕື່ນເຊົ້າເຮົາກໍຈະມີເວລາເບິ່ງແຍງ ບໍາລຸງຜິວຕື່ມອີກ.ຄົນຕື່ນສວາຍອາດຈະບໍ່ຄ່ອຍໄດ້ມີເວລາບໍາລຸງຜິວໃນຕອນເຊົ້າພໍປານໃດ.

7 ປັບເວລາໃນການນອນ ຫາກເຮົາຕື່ນເຊົ້າກໍບໍ່ຄວນນອນເດິກ ແລະ ຄວນນອນໃຫ້ເປັນໂມງປົກກະຕິຢ່າງເປັນປະຈໍາ ຍິ່ງຈະເຮັດໃຫ້ຜິວພັນ ແລະ ສຸຂະພາບເຮົາແຂງແຮງດີຂຶ້ນ.

ຈາກ: : pankanan