ຄົນເຈັບພະຍາດໝາກໄຂ່ຫຼັງກິນໝາກໄມ້ຊະນິດໃດຈຶ່ງດີ

231

ສຳລັບຄົນເຈັບທີ່ເປັນພະຍາດໝາກໄຂ່ຫຼັງ ບໍ່ແມ່ນວ່າຈະສາມາດເລືອກກິນໝາກໄມ້ຊະນິດໃດກໍໄດ້ຕາມໃຈ ເພາະຄົນເຈັບພະຍາດໝາກໄຂ່ຫຼັງຈະມີຈຸດເສຍຢູ່ທີ່ບໍ່ສາມາດກຳຈັດໂພແທັສຊຽມອອກຈາກຮ່າງກາຍໄດ້ປົກກະຕິຄືຄົນ ທົ່ວໄປ ເຊິ່ງອາດສົ່ງຜົນໃຫ້ເກີດ ພາວະໂຊດ້ຽມຫຼາຍເກີນໄປ ( hyperkalemia ) ຈົນກໍ່ໃຫ້ເກີດອັນຕະລາຍຕໍ່ຮ່າງກາຍ ແລະ ລະບົບຫົວໃຈໄດ້.


ສ່ວນໃຫຍ່ແລ້ວຄົນເຈັບຈະມັກບໍລິໂພກໂຊດ້ຽມຈາກໝາກໄມ້ເຂົ້າໄປຫຼາຍໂດຍບໍ່ຮູ້ຕົວ. ດັ່ງນັ້ນ, ສຳລັບຜູ້ທີ່ເປັນພະຍາດໝາກໄຂ່ຫຼັງຈຶ່ງຄວນລະມັດລະວັງໃນການກິນໝາກໄມ້ ແລະ ໝາກໄມ້ທີ່ສາມາດກິນເຂົ້າໄປແລ້ວປອດໄພ ມີເຊັ່ນ: ໝາກມັງຄຸດ, ໝາກລາແຊັງຂຽວ, ໝາກເງາະ, ໝາກມ່ວງດິບ, ໝາກນັດ, ແອັບເປິລ, ໝາກລອງກອງ, ໝາກສາລີ້ ແລະ ໝາກກ້ຽງ.


ໝາກໄມ້ເຫຼົ່ານີ້ແມ່ນຖືກຈັດຢູ່ໃນກຸ່ມໝາກໄມ້ທີ່ມີປະລິມານໂພແທັສຊຽມຕ່ຳ ເຊິ່ງຖືວ່າປອດໄພຕໍ່ຄົນເຈັບພະຍາດໝາກໄຂ່ຫຼັງທີ່ຄວນຈຳກັບໂພແທັສຊຽມບໍ່ໃຫ້ກາຍ 4,5 ກຣາມຕໍ່ມື້ ໂດຍສະເພາະແມ່ນຄົນເຈັບໝາກໄຂ່ຫຼັງບໍ່ເຮັດວຽກ ແລະ ຄົນເຈັບພະຍາດໝາກໄຂ່ຫຼັງໃນໄລຍະທ້າຍໆ.
ໝາກໄມ້ທຸກຊະນິດຈະມີຄຸນປະໂຫຍດໃນຕົວມັນເອງກໍຈິງ ແຕ່ທຸກສິ່ງເທິງໂລກຕ້ອງມີຂໍ້ຍົກເວັ້ນເຊັ່ນດຽວກັນ. ດັ່ງນັ້ນ, ຖ້າເປັນໄປໄດ້ແນະນຳໃຫ້ກິນໃນປະລິມານທີ່ໜ້ອຍໆ ຫຼື ພະຍາຍາມຫຼີກລຽງໄດ້ຈະດີກວ່າ.


ໝາກໄມ້ຕ້ອງຫ້າມສຳລັບຄົນເຈັບພະຍາດໝາກໄຂ່ຫຼັງ ຫຼື ກິນໄດ້ແຕ່ຕ້ອງລະວັງ ເຊັ່ນ: ໝາກເຟືອງ, ໝາກກ້ວຍ, ໝາກໂມ, ໝາກແຕງຫອມ, ໝາກຫຸ່ງ, ໝາກພ້າວ, ທຸລຽນ, ໝາກມ່ວງສຸກ, ໝາກມີ້, ໝາກຂາມຫວານ, ໝາກມັງກອນ, ລຳໄຍ, ໝາກຂຽບ, ໝາກສີດາ, ກີວີ, ໝາກຕ້ອງ, ໝາກໄມ້ອົບແຫ້ງທຸກຊະນິດ ເປັນຕົ້ນແມ່ນລາແຊັງແຫ້ງ, ໝາກໄມ້ດອງທຸກຊະນິດ ແລະ ໝາກໄມ້ແຊ່ນ້ຳເຊື່ອມທຸກຊະນິດ.


( ຂໍ້ມູນຈາກ: thaihealth.or.th )