ຊົມເຊີຍ! ອຸດົມໄຊ ທໍາລາຍປ້າຍລົດທີ່ໃຊ້ການບໍ່ໄດ້ 500ກວ່າປ້າຍ

76

ເພື່ອເປັນການກໍາຈັດ ທັງສະກັດກັ້ນການແຜ່ລະບາດເປັນຈໍານວນຫຼາຍຂອງສິ່ງຜິດກົດໝາຍ ແລະ ບໍ່ຖືກຕ້ອງຕາມກົດລະບຽບຂອງຈະລາຈອນ ໂດຍສະເພາະກໍ່ແມ່ນແຜ່ນປ້າຍທະບຽນລົດ ດັ່ງນັ້ນ, ປກສ ແຂວງອຸດົມໄຊຈຶ່ງໄດ້ຈັດພິທີທໍາລາຍຖິ້ມແຜ່ນປ້າຍ ພາຫະນະທີ່ໃຊ້ງານບໍ່ໄດ້ ແລະ ປ້າຍທີ່ບໍ່ຖືກລະບຽບອື່ນໆ ທີ່ຍຶດມາໄດ້ລວມທັງໝົດ 500ກວ່າແຜ່ນປ້າຍ.

ໂດຍຂ່າວ ປກສ ແຂວງອຸດົມໄຊ ລາຍງານໃຫ້ຮູ້ວ່າ: ໃນວັນທີ 10 ມັງກອນ 2020 ຢູ່ທີ່ພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດພິທີທໍາລາຍແຜ່ນປ້າຍພາຫານະທີ່ໃຊ້ການບໍ່ໄດ້ທຸກປະເພດປ້າຍຈຳນວນ 401 ປ້າຍ(ຄູ່) ແລະ 108 ແຜ່ນປ້າຍ.

ໃນນີ້ປະເພດປ້າຍມີຄື: ປ້າຍໂອນ, ປ້າຍປອມ, ປ້າຍຕົກເຫ່ຍ ນອກນັ້ນຍັງມີປະເພດປ້າຍເກົ່າ, ປ້າຍຫັກ, ປ້າຍຕ່າງປະເທດ

ລວມທັງປ້າຍລົດໃຫຍ່-ລົດຈັກ ແລະ ມີທຸກປະເພດປ້າຍທີ່ໄດ້ຈາກການກວດກາພົບເຫັນການປຽ່ນຖ່າຍ ແລະ ອື່ນໆອີກ

ຂໍ້ມູນຈາກ: ຂ່າວ ປກສ ແຂວງອຸດົມໄຊ