ລອງເລີຍ! ໃຊ້ສູດນີ້ ບໍາລຸງຕົ້ນຂ່າໃຫ້ກໍໃຫຍ່ ໜໍ່ຫຼາຍ ກໍດຽວກິນໄດ້ໝົດປີ

306

ຂ່າເປັນພືດໃຫ້ຫົວອີກຊະນິດໜຶ່ງທີ່ຄົນລາວເຮົານິຍົມນໍາມາປຸງແຕ່ງປະກອບໃສ່ອາຫານການກິນຊະນິດຕ່າງໆ ແລະ ນິຍົມປູກໄວ້ເປັນເຄື່ອງຫອມຕາມແຕ່ລະຄົວເຮືອນ ດັ່ງນັ້ນ, ມື້ນີ້ແອັດມີຂໍ້ມູນດີໆ ທີ່ສາມາດນໍາໄປໃຊ້ໄດ້ແທ້ ໃນການບໍາລຸງຕົ້ນຂ່າ ຫຼື ກໍຂ່າ ໃຫ້ເປັນກໍງາມດົກໜາ ອອກໜໍ່ຫຼາຍ ສາມາດບໍລິໂພກໄດ້ດົນໃນກໍດຽວ.

ສິ່ງທີ່ຕ້ອງກະກຽມ: ນໍ້າລ້າ 10ລິດ, ແປ້ງນົວ 1ບ່ວງແກງ ພ້ອມຕວງເກືອ ກາງປາຍບ່ວງແກງໜຶ່ງ

ວິທີເຮັດ: ນໍານໍ້າລ້າ 10ລິດ ທີ່ຈະຫົດຕົ້ນຂ່າ ປະສົມກັບແປ້ງນົວ 1ບ່ວງແກງ ພ້ອມເກືອເລັກນ້ອຍ(ຕາມຮູບ) ແລ້ວຄົນໃຫ້ເຂົ້າກັນຢ່າງດີ

ວິທີໃຊ້: ວິທີການປະສົມນໍ້າ, ເກືອ ແລະ ແປ້ງນົວ ແບບນີ້ ໃຫ້ນໍາໄປຫົດກໍຂ່າອາທິດລະ 1ຄັ້ງແກ້ໃບເຫຼືອງ, ເລັ່ງຮາກໃຫ້ຈະເລີນເຕີບໂຕ ເຮັດໃຫ້ໃບຂຽວງາມ, ໜໍ່ງາມ ແລະ ໜໍ່ດົກສາມາດບໍລິໂພກໄດ້ດົນ.