ກະແລັມອະໂວຄາໂດເໝາະສຳລັບເດັກ

86

ມື້ນີ້ມາເອົາໃຈເດັກນ້ອຍກັບກະແລັມເປັນສິ່ງທີ່ຄູ່ກັນ ແຕ່ການທີ່ໃຫ້ເດັກກິນຂອງຫວານແບບນີ້ຫຼາຍເກີນໄປກໍມັກຈະສົ່ງຜົນໃຫ້ເດັກມີອາການເຈັບຄໍ ຫຼື ໄອຕາມມາ. ສະນັ້ນ, ເຮົາຈຶ່ງໄດ້ຊອກຫາວິທີເຮັດກະແລັມແບບທຳມະຊາດມາຝາກພໍ່ແມ່ຫຼາຍໆຄົນ ແລະ ຍັງໝັ້ນໃຈໄດ້ວ່າສະອາດປອດໄພຈາກສານຕ່າງໆອີກດ້ວຍ ແຖມວິທີເຮັດບໍ່ໄດ້ຫຍຸ້ງຍາກ ຫຼື ຫຼາຍຂັ້ນຕອນຄືທີ່ຄິດແນ່ນອນ.

ສ່ວນປະສົມ:

1 ອະໂວຄາໂດສຸກ 3 ໜ່ວຍ.

2 ໝາກກ້ວຍໄຂ່ສຸກໆ 5 ໜ່ວຍ.

3 ໝາກນາວ 2 ໜ່ວຍ.

4 ນ້ຳເຜິ້ງ 150 ກຣາມ.

ວິທີເຮັດ:

ນຳສ່ວນປະສົມທຸກຢ່າງໄດ້ແກ່: ອະໂວຄາໂດ, ໝາກກ້ວຍໄຂ່, ນ້ຳໝາກນາວ ແລະ ນ້ຳເຜິ້ງລົງໂຖປັ່ນແລ້ວປັ່ນໃຫ້ລະອຽດເປັນເນື້ອດຽວ. ຈາກນັ້ນ, ໃຫ້ຖອກລົງໃສ່ກ່ອງຢາງແລ້ວນຳໄປແຊ່ໃນຊ່ອງແຂງປະມານ 12 ຊົ່ວໂມງ.

ເມື່ອສ່ວນປະສົມມັນແຂງໂຕເຕັມທີ່ຈົນເປັນກະແລັມສາມາດນຳມາຕັກໃສ່ຈອກເສີບໄດ້ເລີຍ ແລະ ສາມາດເສີບພ້ອມກັບໝາກໄມ້ສົດຊະນິດອື່ນໆຕື່ມໄດ້, ຈະໂຮຍດ້ວຍຊ໋ອກໂກແລັດ ຫຼື ເຂົ້າໜົມປັງກໍໄດ້ຕາມໃຈມັກ.

ຮຽບຮຽງ: ນຸ້ມນິ້ມ; ຂໍ້ມູນຈາກ: feel-goodfoodie.net