ຄະນະຈັດງານບຸນມະໂຫລານສົ່ງເສີມການອ່ານມອບປຶ້ມໃຫ້ຫ້ອງການສຶກສາເມືອງໃນນະຄອນຫຼວງ

109

ຄະນະຈັດງານບຸນມະໂຫ ລານສົ່ງເສີມການອ່ານ ນະຄອນຫຼວງວຽງຈັນ ຄັ້ງທີ 2 ໄດ້ມອບປຶ້ມພາຍໃຕ້ໂຄງການ “ ມອບປຶ້ມອ່ານ ” ໃຫ້ກັບຫ້ອງການສຶກສາ ແລະ ກີລາ 9 ຕົວເມືອງ ນະຄອນຫຼວງວຽງຈັນ ເພື່ອນຳໄປແຈກຢາຍຕໍ່ໃຫ້ບັນດາໂຮງຮຽນຕ່າງໆຈຳນວນ 533 ແຫ່ງ.

ພິທີມອບ – ຮັບປຶ້ມອ່ານດັ່ງກ່າວ ມີຂຶ້ນໃນວັນທີ 25 ທັນວາຜ່ານມາ ທີ່ຫ້ອງປະຊຸມພັດທະນາເດັກພະແນກສຶກສາທິການ ແລະ ກີລາ ນວ ຕາງໜ້າມອບໂດຍ ທ່ານ ມານະ ແຈ້ງມຸກ ຜູ້ອຳນວຍການສຳນັກພິມດີບຸກ ແລະ ຕາງໜ້າຮັບໂດຍ ທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການສຶກສາ ແລະ ກີລາ 9 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ມານະ ແຈ້ງມຸກ ກ່າວວ່າ: ໃນການມອບປຶ້ມຄັ້ງນີ້ ເພື່ອເປັນການສົ່ງເສີມນັກນັກຮຽນ – ນັກສຶກສາໃນການຝຶກຝົນທັກສະ, ແນວຄວາມຄິດ ແລະ ຈິດໃຈໃຫ້ແກ່ໄວໜຸ່ມລາວໃຫ້ເປັນຄົນມັກອ່ານ, ໃຫ້ເປັນຄົນທີ່ມີ ຄວາມຮູ້ – ຄວາມສາມາດ, ເປັນບຸກຄົນສືບທອດໃນການພັດທະນາປະເທດຊາດໃນອະນາຄົດສືບໄປ.

ເປົ້າໝາຍລວມຂອງບຸນມະໂຫລານສົ່ງເສີມການອ່ານ ນວ ພາຍໃຕ້ໂຄງການມອບປຶ້ມອ່ານໃຫ້ບັນດາໂຮງຮຽນ 533 ແຫ່ງ, ມູນຄ່າໂຮງຮຽນລະ 1 ລ້ານກີບ ເຊິ່ງໃນງານບຸນມະໂຫລານສົ່ງເສີມການອ່ານ ຄັ້ງທີ 1 ໄດ້ມອບໃຫ້ແລ້ວ 144 ໂຮງຮຽນ, ສ່ວນງານຄັ້ງທີ 2 ໄດ້ມອບໃຫ້ໂຮງຮຽນ 60 ແຫ່ງ ແລ້ວທີ່ມາເອົາພາຍໃນງານ ແລະ ປັດຈຸບັນນີ້ແມ່ນສືບຕໍ່ມອບຕື່ມອີກ 100 ໂຮງຮຽນ.

ທ່ານ ສົມພອນ ສອນດາລາ ກ່າວວ່າ: ການຊ່ວຍເຫຼືອຄັ້ງນີ້ແມ່ນເປັນການປະກອບສ່ວນສະໜັບສະໜູນປຶ້ມອ່ານໃຫ້ບັນດາໂຮງຮຽນຕ່າງໆໃນທົ່ວນະຄອນຫຼວງວຽງຈັນ ເພື່ອເປັນການພັດທະນາຊັບພະຍາກອນມະນຸດ ແລະ ເປັນການກະຕຸກຊຸກຍູ້ໃຫ້ລູກຫຼານນັກຮຽນມັກຮັກໃນການອ່ານຫຼາຍຂຶ້ນ.