ຮຽນຟີຊິກບໍ່ເຂົ້າໃຈເຮັດແນວໃດຈຶ່ງຈະເກັ່ງ?

224

ຟີຊິກສາດຄືໜຶ່ງໃນບັນດາວິຊາວິທະຍາສາດ ທີ່ມີເນື້ອໃນ ແລະ ສູດຂ້ອນຂ້າງຫຼາຍ ຈຶ່ງຖືເປັນອັນດັບຕົ້ນທີ່ເຮັດໃຫ້ນ້ອງໆຫຼາຍຄົນຮຽນແລ້ວບໍ່ເຂົ້າໃຈ ຈຶ່ງເປັນສາເຫດໃຫ້ນ້ອງໆບໍ່ຢາກຮຽນ, ແຕ່ວ່ານ້ອງໆທຸກຄົນອາດຈະໜີບໍ່ພົ້ນວິຊານີ້. ສະນັ້ນ, ມື້ນີ້ພວກເຮົາມີ 5 ວິທີດີໆມາແນະນຳນ້ອງໆທີ່ຮຽນວິຊາຟີຊິກບໍ່ເຂົ້າໃຈ ໄປປັບໃຊ້ເຂົ້າໃນການຮຽນໃຫ້ເກັ່ງຂຶ້ນ ດັ່ງນີ້:

1 ປັບທັດສະນະຄະຕິ: ການປັບທັດສະນະຄະຕິເລື່ອງຮຽນເລີ່ມໄດ້ທີ່ຕົວນ້ອງໆເອງ ຫຼາຍຄົນວົນວຽນຢູ່ກັບການຮຽນບໍ່ຮູ້ເລື່ອງ, ສອບເສັງບໍ່ຜ່ານ, ຄະແນນບໍ່ດີ ເຮັດໃຫ້ທໍ້ເມື່ອຍກັັບວິຊາຟີຊິກສາດ, ຖ້ານ້ອງໆຢາກຮຽນເກັ່ງຟີຊິກສາດ ກ່ອນອື່ນຕ້ອງເຊົາຄິດວ່າວິຊາຟີຊິກມັນຍາກ ຫຼື ຄິດວ່າຕົນເອງບໍ່ສາມາດຮຽນວິຊານີ້ໄດ້ ໃຫ້ຄິດວ່າວິຊາຟີຊິກ ເປັນເລື່ອງທີ່ນຳໃຊ້ໃນຊີວິດປະຈຳວັນ, ສາມາດອະທິບາຍເລື່ອງໃກ້ຕົວທຸກຢ່າງໄດ້, ການຍ່າງ, ການຂັບລົດ, ການເຮັດອາຫານເປັນວິຊາຟີຊິກທັງໝົດເລີຍ ພຽງເທົ່ານີ້ກໍສາມາດຊ່ວຍໃຫ້ເຮົາມັກວິຊານີ້ໄດ້.

2 ສຶກສາ ແລະ ທຳຄວາມເຂົ້າໃຈເນື້ອໃນ: ຮຽນວິຊາຟີຊິກຍິ່ງສູງຍິ່ງໜາວ, ຍິ່ງເນື້ອໃນລົງເລິກຍິ່ງຕ້ອງຕໍ່ຍອດ – ປະຍຸກໃຊ້ ແລະ ເນື້ອໃນຫຼາຍສ່ວນມີຄວາມກ່ຽວເນື່ອງເຊື່ອມໂຍງກັນ ເຊັ່ນ: ເລື່ອງເນື້ອໃນເປັນພື້ນຖານໃນການຮຽນສຽງ ແລະ ແສງ. ດັ່ງນັ້ນ, ຖ້າພື້ນຖານເຮົາຍັງບໍ່ເກັ່ງແລ້ວປ່ອຍຜ່ານມັນໄປ ກໍຈະສົ່ງຜົນກະທົບຕໍ່ໄປເລື້ອຍໆ ຖ້າບໍ່ຮູ້ເລື່ອງນ້ອງໆຄວນຖາມອາຈານ ຫຼື ກັບມາທົບທວນຫຼາຍໆຮອບຄືນອີກ. ອີກສາເຫດໜຶ່ງຂອງການຮຽນຟີຊິກບໍ່ເຂົ້າໃຈ ອາດເປັນເພາະນ້ອງໆຕັ້ງໃຈກັບການທ່ອງຈຳສູດຫຼາຍເກີນໄປ ຈື່ຈຳສູດໃຫ້ໄດ້ເປັນເລື່ອງສຳຄັນກໍແມ່ນຄວາມຈິງ, ແຕ່ການເຂົ້າໃຈ ແລະ ເຫັນພາບເຫດການທີ່ໂຈດໃຫ້ມາແລ້ວເລືອກໃຊ້ສູດທີ່ສາມາດອະທິບາຍເຫດການດັ່ງກ່າວມາແທນຄ່າຫາຄຳຕອບສຳຄັນຍິ່ງກວ່າ.

3 ຝຶກແກ້ໂຈດຫຼາຍໆ: ຫົວໃຈສຳຄັນຂອງຟີຊິກຄ້າຍຄືກັບຄະນິດສາດ ທີ່ຕ້ອງຝຶກທັກສະການຄິດ, ການແກ້ໂຈດບັນຫາຕ່າງໆ ນ້ອງໆຈຶ່ງຄວນຝຶກແກ້ໂຈດຢ່າງສະໝ່ຳສະເໝີ, ໄລຍະຝຶກທຳອິດອາດຈະບໍ່ເຂົ້າໃຈ ແລ້ວໃຫ້ຕັ້ງຂໍ້ສັງເກດວ່າເປັນຫຍັງຈຶ່ງເລືອກໃຊ້ສູດນີ້, ການແທນສູດຂໍ້ນີ້ມີຂໍ້ຍົກເວັ້ນຕ່າງຈາກຂໍ້ອື່ນທີ່ຄ້າຍຄືກັັນແບບໃດແດ່, ຫຼັງຈາກເລີ່ມຊິນເຄີຍກັບໂຈດນັ້ນແລ້ວລອງເຮັດແບບບໍ່ສະເຫຼີຍ ເພື່ອເປັນການກວດເບິ່ງວ່າເຮົາເຂົ້າໃຈໂຈດນັ້ນແທ້ໆແລ້ວບໍ່.

4 ຫາເປົ້າໝາຍສ້າງແຮງບັນດານໃຈ: ເປົ້າໝາຍ ແລະ ແຮງບັນດານໃຈໃນການຮຽນເປັນເລື່ອງທີ່ຫຼາຍຄົນເບິ່ງຂ້າມບໍ່ແມ່ນແຕ່ວິຊາຟີຊິກເທົ່ານັ້ນ, ແຕ່ໃຊ້ໄດ້ກັບທຸກວິຊາໃຫ້ເບິ່ງເປົ້າໝາຍໃຫຍ່ໆ ເຊັ່ນ: ຄະແນນຮຽນ, ຄະແນນຢາກເຂົ້າຮຽນ, ວຽກທີ່ຢາກເຮັດ ລວມເຖິງຕັ້ງເປົ້າໝາຍນ້ອຍໆ ເຊັ່ນ: ເວລາຝຶກແກ້ບົດຝຶກຫັດກໍຕັ້ງເປົ້າໄວ້ວ່າຈະຕ້ອງແກ້ໂຈດໃຫ້ຖືກຢ່າງໜ້ອຍຈັກຂໍ້ ຖ້າເຮັດໄດ້ອາດຈະໃຫ້ລາງ ວັນຕົນເອງເລັກໜ້ອຍກໍຈະເຮັດໃຫ້ຕົນເອງມີກຳລັງໃຈເພີ່ມຂຶ້ນ.

5 ຫາຄົນເກັ່ງໆມາຊ່ວຍສອນ: ຖ້າຮຽນຢູ່ໃນໂຮງຮຽນແລ້ວບໍ່ເຂົ້າໃຈເວລາກັບເຮືອນມາອ່ານທວນຄືນເອງກໍຍັງບໍ່ເຂົ້າໃຈ ລອງຊອກຫາເພື່ອນເກັ່ງໆຈັກຄົນ ຫຼື ໄປຮຽນເພີ່ມໃນໂຮງຮຽນທີ່ສອນວິຊາສະເພາະ ເຊິ່ງອາຈານແຕ່ລະທ່ານກໍມີເຕັກນິກທີ່ແຕກຕ່າງກັນອອກໄປ, ບາງຢ່າງອາດຈະຊ່ວຍໃຫ້ເຮົາເຂົ້າໃຈງ່າຍຂຶ້ນແບບທີ່ນ້ອງໆຄາດບໍ່ເຖິງ.

( ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: ondemand )