ເຕັກນິກການຈື່ຈຳຂໍ້ມູນຍາວໆໃນເວລາສັ້ນ

106

ບໍ່ວ່າຈະເປັນນັກຮຽນ, ຄົນເຮັດວຽກ, ນັກສະແດງ, ນັກເວົ້າຕ່າງໆ ກໍມີໜ້າທີ່ຈະຕ້ອງຈື່ຈຳຂໍ້ມູນ, ເນື້ອໃນການຮຽນ ຫຼື ການເຮັດວຽກ ເຊັ່ນ: ການນຳສະເໜີວຽກຕ່າງໆ ຫຼື ການຈື່ຈຳບົດບາດຂອງນັກສະແດງ ແຕ່ຫຼາຍຄັ້ງເຮົາກໍມີເວລາຈຳກັດຈະເຮັດແນວໃດດີ. ມື້ນີ້ເຮົາມີເຕັກນິກການທ່ອງຈຳຂໍ້ມູນຍາວໆໃຫ້ໄດ້ໃນເວລາທີ່ສັ້ນກວ່າເກົ່າມາຝາກ:

ອ່ານຂໍ້ມູນທີ່ຕ້ອງການຈື່ຈຳຈັກ 2 – 3 ຮອບ: ອ່ານຂໍ້ມູນທັງໝົດກ່ອນໂດຍໃຊ້ເວລາບໍ່ຫຼາຍ ແຕ່ຈະເຮັດໃຫ້ເຮົາຈື່, ຕ້ອງສ້າງຄວາມເຂົ້າໃຈເນື້ອໃນ ແລະ ຈັດລຳດັບຂອງຂໍ້ມູນທັງໝົດກ່ອນທີ່ຈະເລີ່ມໄປຈື່ຈຳຂໍ້ມູນສຳຄັນຕໍ່ໄປ.

ແບ່ງຂໍ້ມູນອອກເປັນຕອນສັ້ນໆ: ເປັນໄປບໍ່ໄດ້ທີ່ເຮົາຈະຈື່ຈຳຂໍ້ມູນທັງໝົດໃນຄັ້ງດຽວ. ດັ່ງນັ້ນ, ເຮົາຈະຕ້ອງແບ່ງມັນອອກເປັນຕອນ ແລະ ຄ່ອຍໆທ່ອງເທື່ອລະສ່ວນແບບນີ້ຈະເຮັດໃຫ້ເຮົາຈື່ຂໍ້ມູນໄດ້ໄວຂຶ້ນ.

ກຳນົດເລກລຳດັບ: ການກຳນົດໝາຍເລກ ຫຼື ລຳດັບໃຫ້ກັບຂໍ້ມູນແຕ່ລະສ່ວນຈະເຮັດໃຫ້ການຈື່ຈຳງ່າຍຂຶ້ນ ເນື່ອງຈາກສະໝອງຂອງເຮົາຈະມີວິທີຈື່ຈຳຕົວເລກ ກັບຂໍ້ມູນເຂົ້າໄວ້ນຳກັນ ເຊິ່ງຈະຊ່ວຍໃຫ້ເຮົາຄິດເຖິງຂໍ້ມູນໄດ້ຕາມລຳດັບ.

ອ່ານອອກສຽງ: ເລີ່ມອ່ານຂໍ້ມູນດ້ວຍສຽງໃຫ້ຕົວເອງ ປະມານ 2 ຮອບ ເພື່ອເປັນການເພີ່ມໃນການເປີດຊ່ອງທາງຮັບຂໍ້ມູນຈາກທາງຫູ ແລະ ທາງສາຍຕາ.

ເລີ່ມຈື່ຈຳຂໍ້ມູນ: ເລີ່ມຈື່ຈຳຂໍ້ມູນເທື່ອລະຕອນຕາມລຳດັບ ເມື່ອເລີ່ມຈາກຈື່ໄດ້ແລ້ວກໍຄ່ອຍເຄື່ອນໄປຕາມລຳດັບຕໍ່ໄປເຮົາຈະຄ່ອຍໆຈື່ໄດ້ ເພາະຈະຄິດເຖິງ ຄວາມຕໍ່ເນື່ອງຂອງຂໍ້ມູນເທື່ອລະຕອນຕາມກັນມາ.

ຄິດຈື່ຈຳທົບທວນ: ຈາກນັ້ນໃຫ້ເວົ້າຊ້ຳໆເທື່ອລະຕອນຕາມລຳດັບ ໂດຍພະຍາຍາມບໍ່ເບິ່ງຂໍ້ມູນ ຫຼື ປຶ້ມ ແຕ່ໃຫ້ຄິດເຖິງຂໍ້ມູນທີ່ຈະຕິດຕາມກັນມາເປັນລຳດັບໃຫ້ເຮັດແບບນີ້ໄປເລື້ອຍໆກໍຈະຈື່ຈຳໄດ້ ໂດຍເຮົາອາດຈະໃຊ້ເຕັກນິກສ່ວນຕົວ ເຊັ່ນ: ການສ້າງເປັນພາບ ຫຼື ເລື່ອງພາຍໃນຄວາມຄິດຂອງເຮົາ ຫຼື ສ້າງຄວາມເຊື່ອມໂຍງຂອງຄຳແຕ່ລະຄຳເພື່ອໃຫ້ຈົດຈຳງ່າຍຂຶ້ນໄປອີກ.

ເປັນແນວໃດກັນແດ່ເຕັກນິກທີ່ເຮົານຳມາສະເໜີຂ້າງເທິງ ຫວັງວ່າຈະຊ່ວຍທຸກຄົນໄດ້ບໍ່ຫຼາຍກໍໜ້ອຍສຳລັບຄົນທີ່ມີຄວາມຈື່ຈຳເກັ່ງຢູ່ແລ້ວ ອາດຈະນຳເຕັກນິກສ່ວນຕົວມາປັບໃຊ້ ຫຼື ຈະນຳມາແບ່ງປັນປະສົບການໃຫ້ເພື່ອນໆໄປນຳໃຊ້ໄດ້, ສ່ວນຄົນທີ່ຍັງຄົ້ນຫາວິທີການດີໆຢູ່ກໍລອງນຳໄປປັບໃຊ້ໄດ້ເລີຍ.

ຮຽບຮຽງ: ແກ້ວ; ຂໍ້ມູນຈາກ: eduzones