ສສງ ນາກາຍ ຝຶກອົບຮົມດ້ານການເງິນ ແລະ ການວາງແຜນທຸລະກິດ

287

ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ພັດທະນາເມືອງນາກາຍ ( ສສງ ນາກາຍ ) ເປັນ ສສງ ທີ່ເກີດມາຈາກກອງທຶນບ້ານ ຈໍານວນ 16 ບ້ານ ພາຍໃນເມືອງນາກາຍ ແຂວງຄຳມ່ວນ. ຫຼ້າສຸດ, ໃນທ້າຍອາທິດຜ່ານມາໄດ້ຈັດຝຶກອົບຮົມ ໃນຫົວຂໍ້ ” ຄວາມຮູ້ພື້ນຖານທາງດ້ານການເງິນ ແລະ ການວາງແຜນທຸລະກິດຂະໜາດຄອບຄົວ ”.

ທ່ານ ດູ່ ເພັດພູທອນ ຜູ້ຈັດການສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ພັດທະນາເມືອງນາກາຍ ໃຫ້ຮູ້ວ່າ: ໃນວັນທີ 5 – 6 ທັນວາ 2019 ຜ່ານມາ, ສະມາຄົມການເງິນຈຸລະພາກ ( ສມກຈ ) ຮ່ວມກັບ ສສງ ນາກາຍ ຈັດຝຶກອົບຮົມຄວາມຮູ້ພື້ນຖານທາງດ້ານການເງິນ ແລະ ການວາງແຜນທຸລະກິດຂະໜາດຄອບຄົວໃຫ້ແກ່ສະມາຊິກຫຼາຍກວ່າ 20 ຄົນ. ຈຸດປະສົງກໍເພື່ອສ້າງຄວາມເຂົ້າໃຈເພີ່ມຕື່ມໃຫ້ແກ່ຜູ້ເຂົ້າຮ່ວມໄດ້ມີຄວາມຮູ້ທາງດ້ານການເງິນ ແລະ ຮູ້ວິທີການວາງແຜນທຸລະກິດຂອງຕົນ ເພື່ອນໍາໃຊ້ເຂົ້າໃນຊີວິດປະຈໍາວັນ.

ຫົວຂໍ້ຂອງການຝຶກອົບຮົມປະກອບມີ: ນິຍາມຂອງປະຊາສຶກສາທາງການດ້ານເງິນ ( ການບັນທຶກລາຍຮັບ – ລາຍຈ່າຍ, ສິ່ງຈໍາເປັນ ແລະ ສິ່ງບໍ່ຈໍາເປັນໃນໄລຍະສັ້ນ, ຄວາມຕ້ອງການໄລຍະຍາວ ); ວິທີສ້າງແຜນ; ກະແສເງິນສົດ; ການບໍລິຫານຄວາມສ່ຽງ; ການຂຽນແຜນທຸລະກິດ ( ວິໄສທັດ, ພາລະກິດ, ຫຼັກການ, ເປົ້າໝາຍ, ຜະລິດຕະພັນ, ລູກຄ້າ, ຄູ່ແຂ່ງ ແລະ ຊ່ອງທາງອື່ນໆ ). ນອກນັ້ນ, ຍັງມີການວິເຄາະສະພາບແວດລ້ອມ, ຍຸດທະສາດ, ສິນຄ້າ – ບໍລິການ ແລະ ລາຄາ, ຂັ້ນຕອນການຜະລິດ, ຄູ່ຮ່ວມທຸລະກິດ ຫຼື ຜູ້ສະໜັບສະໜູນອື່ນໆ.

ຂ່າວ: ສົມສະຫວິນ