ໃຈມາໆ! ຢູໂດລາວ ຍາດ 2 ຫຼຽນເງິນ ໃນຊີເກມ 2019 ໃຫ້ທັບນັກກິລາລາວ

74

ການແຂ່ງຂັນກີລາ ໃນງານມະຫະກໍາກີລາຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ປະຈໍາວັນທີ 4 ທັນວາ 2019 ມື້ນີ້ມີຂ່າວດີສຸດໆ ເມື່ອທັບນັກກີລາ ສາມາດຍາດໄດ້ຫຼຽນເງິນໄດ້ສໍາເລັດ ຈາກກິລາຢູໂດ ໄດ້ຈາກປະເພດຟ້ອນຄູ່ຍິງ ແລະ ຊາຍ.

2 ຫຼຽນເງິນດັ່ງກ່າວ ໄດ້ຈາກປະພເພດຟ້ອນຄູ່ຍິງຈາກ ນາງມະຍຸລີ ພານຸວົງ (ໂທຣິ) ຄູ່ກັບນາງ ພອນວັນ ສີອຳພອນ (ອູເກະ) ແລະ ຟ້ອນຄູ່ຊາຍຈາກ ທ້າວ ຈິນດາວອນ ສີວັນວິໄລ (ໂທຣິ) ຄູ່ກັບ ທ້າວ ພິສາດ ສີສະເກດ (ອູເກະ)

ເຮັດໃຫ້ ທັບນັກກີລາລາວ ສາມາດຍາດມາໄດ້ແລ້ວ 2 ຫຼຽນເງິນ ແລະ 6 ຫຼຽນທອງ ພ້ອມມີກໍາລັງໃຈສູ້ຊົນໃຫ້ໄດ້ຕາມເປົ້າຄື 2 ຫຼຽນຄໍາຕໍ່ໄປ