ເຕັກນິກຮຽນເລກໃຫ້ເກັ່ງ

112

ຖ້າມີຄົນມາຖາມນ້ອງໆວ່າວິຊາໃດທີ່ນ້ອງບໍ່ມັກທີ່ສຸດ ໜຶ່ງໃນວິຊາທີ່ຕົກເປັນຄຳຕອບໃນໃຈນ້ອງໆອາດຈະແມ່ນວິຊາຄະນິດສາດ ຫຼື ວິຊາຄິດໄລ່ຢ່າງແນ່ນອນ.

ເຫດຜົນສ່ວນໃຫຍ່ຕອບໄປໃນທິດທາງດຽວກັນນັ້ນກໍຄື: ມັນເຂົ້າໃຈຍາກ, ຄູມັກຮ້າຍ ເຮັດໃຫ້ນ້ອງໆເກີດຄວາມບໍ່ກ້າຖາມ, ຍິ່ງຮຽນກໍຍິ່ງບໍ່ເຂົ້າໃຈດົນໄປກໍກາຍເປັນຄຽດບໍ່ມັກວິຊານີ້, ແຕ່ຄວາມຄຽດກໍບໍ່ເຮັດໃຫ້ເຮົາຫຼຸດພົ້ນໄປຈາກວິຊານີ້ໄດ້ ເພາະວິຊານີ້ເປັນວິຊາພື້ນຖານຂອງຫຼາຍວິຊາທີ່ນ້ອງໆຈະຕ້ອງສອບເສັງເຂົ້າຮຽນຕໍ່ມະຫາວິທະຍາໄລ. ສະນັ້ນ, ເຮົາຄວນມີວິທີເພື່ອເຮັດໃຫ້ການຮຽນວິຊານີ້ມ່ວນຊື່ນ ແລະ ໄດ້ຄະແນນດີມາຝາກນ້ອງໆ ແລະ ມື້ນີ້ພວກເຮົາມີວິທີໃນການຮຽນຄະນິດສາດໃຫ້ເກັ່ງມາຝາກ ເພື່ອໃຫ້ນ້ອງໆປ່ຽນທັດສະນະຄະຕິຫັນມາມັກຮັກໃນການຮຽນວິຊາຄິດໄລ່.

1 ຕັ້ງສະມາທິເບິ່ງເລກໃຫ້ເປັນເກມ: ສິ່ງທີ່ເປັນບັນຫາຫຼາຍທີ່ສຸດໃນການຮຽນເລກຄືການແກ້ໂຈດ. ວິທີການແກ້ໄຂບັນຫານີ້ກໍຄືເຮົາຕ້ອງພະຍາຍາມເຂົ້າໃຈບັນຫາຂອງໂຈດນັ້ນກ່ອນ ແລະ ເຮົາຮູ້ຫຍັງແດ່ກ່ຽວກັບໂຈດນັ້ນ, ຄ່ອຍໆແກ້ບັນຫາອອກມາເທື່ອລະຈຸດຄືກັບຕອນເຮົາຫຼິ້ນເກມວ່າເຮົາຈະເຮັດແນວໃດເພື່ອໃຫ້ຊະນະສັດຕູ ຫຼື ອຸປະສັກນັ້ນໄດ້ ແລະ ເຮົາມີອາວຸດຫຍັງແດ່ທີ່ຈະສາມາດຊະນະສັດຕູນັ້ນໄດ້, ຖ້າເຮົາບໍ່ມີອາວຸດນັ້ນຈະເຮັດແນວໃດເຖິງຈະເອົາຊະນະສັດຕູ ຫຼື ອຸປະສັກນັ້ນໄປໄດ້. ກໍຄືກັບຖ້າເຮົາບໍ່ເຂົ້າໃຈໂຈດນັ້ນເຮົາກໍອາດຈະຕ້ອງໄປອ່ານໜັງສືເພີ່ມຕື່ມຄວາມຮູ້ໃນເລື່ຶອງນັ້ນ ຫຼື ຖາມຄູຖາມຜູ້ຮູ້ ເພື່ອໃຫ້ເຮົາມີອາວຸດມີເຄື່ອງມືໃນການແກ້ບັນຫາໄດ້.

2 ໝັ່ນທ່ອງສູດ ແລະ ເຂົ້າໃຈໃນທິດສະດີ: ສູດ ແລະ ການເຂົ້າໃຈ ໃນທິດສະດີຕ່າງໆ ຖືເປັນອາວຸດຊັ້ນດີຂອງວິຊາຄິດໄລ່ ເຊັ່ນ: ວິຊາຄະນິດສາດ ເຊິ່ງວິທີທີ່ດີທີ່ຈະເຮັດໃຫ້ເຮົາຈື່ສູດ ແລະ ເຂົ້າໃຈໃນທິດສະດີໄດ້ນັ້ນ ນ້ອງໆຈະຕ້ອງໝັ່ນແກ້ໂຈດໃຫ້ຫຼາຍໆ ເພາະຈະເຮັດໃຫ້ເກີດຄວາມຊຳນານໃນການແກ້ໂຈດ ແລະ ຍັງເຮັດໃຫ້ເຮົາຈື່ສູດໄດ້ໂດຍອັດຕະໂນມັດອີກ.

3 ໃຊ້ສະເຫຼີຍມາເປັນແນວທາງຄວາມຄິດ ແລະ ຝຶກຕັ້ງຄຳຖາມໃໝ່ຈາກໂຈດນັ້ນ: ມີຫຼາຍຄັ້ງທີ່ແກ້ໂຈດແລ້ວຕີໂຈດບໍ່ອອກ ໃຫ້ນ້ອງໆລອງອ່ານສະເຫຼີຍເບິ່ງວ່າຜູ້ແຕ່ງມີແນວຄິດແບບໃດ ຫຼື ໃຊ້ເປັນພຽງແນວທາງການຄິດບໍ່ແມ່ນໃຫ້ນ້ອງໆລອກແບບ ແລ້ວເຮົາລອງເອົາມາປັບເຂົ້າກັບວິທີຂອງເຮົາແລ້ວເບິ່ງວ່າວິທີເຮົາແຕກຕ່າງຈາກຜູ້ແຕ່ງແນວໃດ. ນອກຈາກນັ້ນ, ເຮົາຍັງສາມາດປັບຕົວເອງໂດຍການຝຶກຕັ້ງຄຳຖາມແນວໃໝ່ຈາກໂຈດນັ້ນ ແລ້ວລອງແກ້ບັນຫາດ້ວຍຕົວເອງຊ້ຳອີກຮອບໜຶ່ງ.

4 ຖາມທັນທີເມື່ອສົງໄສ: ຖ້າເຮົາເກັບຄວາມສົງໄສເອົາໄວ້ແລ້ວບໍ່ຮີບແກ້ບັນຫານັ້ນມັນຈະຍິ່ງສະສົມຄວາມບໍ່ເຂົ້າໃຈຫຼາຍຂຶ້ນ. ດັ່ງນັ້ນ, ຖ້າບໍ່ເຂົ້າໃຈນ້ອງໆຄວນຮີບຖາມທັນທີຈາກຜູ້ຮູ້ ຫຼື ອາຈານ. ແຕ່ວ່າຖ້າຢ້ານ ຫຼື ອາຍວ່າໝູ່ເພື່ອນຈະເວົ້າຂວັນ ແນະນຳໃຫ້ນ້ອງໆຮຽນບຳລຸງພິເສດສ່ວນຕົວ ຫຼື ຮຽນພິເສດຢູ່ເຮືອນ ເພື່ອຈະໄດ້ແກ້ບັນຫາເພີ່ມທັກສະທາງ ຄວາມຄິດໃຫ້ເປັນ.

ເປັນແນວໃດສຳລັບເຄັດລັບທີ່ພວກເຮົານຳມາຝາກ ຫວັງວ່ານ້ອງໆຈະນຳເອົາໄປປັບໃຊ້ເຂົ້າໃນການຮຽນໃຫ້ເກີດປະໂຫຍດ ແລະ ຫັນມາຮັກມັກວິຊາຄະນິດສາດບໍ່ຫຼາຍກໍໜ້ອຍ.

( ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: sanook )