ຂ່າວດີອີກແລ້ວ! ມີບັນຫາຕາມາກວດ, ປິ່ນປົວຟຣີ ທີ່ໂຮງໝໍແຂວງຫຼວງພະບາງ

72

ແຈ້ງຂ່າວດີ ສຳລັບພີ່ນ້ອງທາງພາກເໜືອ ໂດຍສະເພາະຊາວຫຼວງພະບາງ ແລະ ບັນດາແຂວງໃກ້ຄຽງ ທີ່ມີບັນຫາເລື່ອງຕາ ສາມາດມາກວດ ແລະ ຜ່າຕັດໂດຍບໍ່ໄດ້ເສຍຄ່າຈາກໝໍທີ່ຊ່ຽວຊານ ໂດຍຈະໄດ້ຈັດຂຶ້ນໃນວັນທີ 11-13 ພະຈິກ 2019 ນີ້ ທີ່ໂຮງໝໍແຂວງ ຫຼວງພະບາງ.

ເຊິ່ງໂຄງການປິ່ນປົວຕາຟຣີ ແມ່ນໄດ້ຮັບທຶນການຊ່ວຍເຫຼືອລ້າຈາກໂຮງໝໍຂອງ ມະຫາວິທະຍາໄລຕາຫຼີ ສປຈີນ ມາຊ່ວຍປິ່ນປົວ ແລະ ຜ່າຕັດແກ່ນຕາຂຸ້ນ. ດັ່ງນັ້ນ, ທາງຄະນະອໍານວຍການໂຮງໝໍແຂວງຫຼວງພະບາງ ຂໍແຈ້ງມາຍັງຜູ້ທີ່ມີບັນຫາກ່ຽວກັບສາຍຕາແມ່ນ ໃຫ້ເຂົ້າມາຮັບການບໍລິການກວດ ແລະ ປິ່ນປົວ ໄດ້ທີ່ໜ່ວຍງານຕາໂຮງໝໍແຂວງຫຼວງພະບາງ ໃນລະຫວ່າງວັນທີ 11-13 ພະຈິກ 2019.

ທ່ານໃດສົນໃຈເພື່ອຈະກວດ ແລະ ປິ່ນປົວກ່ຽວກັບຕາແມ່ນໃຫ້ເຂົ້າມາກວດໄດ້ ຢູ່ທີ່ໜ່ວຍງານຮັກສາສຸຂະພາບຕາໂຮງໝໍແຂວງຫຼວງພະບາງຕາມວັນທີ່ແຈ້ງຂ້າງເທິງໃນໂມງລັດຖະການ.