ກຽມສ້າງວິຫານພະພຸດທະຮູບເມືອງເກົ່າສຸວັນນະໂຄມຄໍາ ຕຳນານພະໃຫຍ່

188

ລາວເປັນເມືອງແຫ່ງຊາວພຸດ ປະຊາຊົນເຄົາລົບນັບຖື ແລະ ບູຊາທຳມະສາສະໜາ ສະນັ້ນສິ່ງທີ່ປິ່ນອ້ອມພຸດທະສາສະໜາ ອັນໃດທີ່ເປັນມໍລະດົກຕົດທອດກໍ່ຕ້ອງໄດ້ບູລະນະປະຕິສັງຂອນໃໝ່ ເພື່ອໃຫ້ຄົນລາວລຸ້ນໃໝ່ໄດ້ສືບຕໍ່ກັນໄປ.

ດັ່ງພະພຸດທະຮູບ ເມືອງເກົ່າສຸວັນນະໂຄມຄຳ ເປັນພະພຸດທະຮູບທີ່ມີອາຍຸເກົ່າແກ່ຫຼາຍຮ້ອຍປີ ປັດຈຸບັນນີ້ຖືວ່າຊຸດໂຊມຫຼາຍແລ້ວ. ສະນັ້ນ, ເພື່ອເປັນການອະນຸລັກ ແລະ ປົກປັກຮັກສາອົງພະພຸດທະຮູບ ໄວ້ປະຊາຊົນໄດ້ສັກກາລະບູຊາກາບໄຫວ້ ທາງການນຳແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ ຮ່ວມກັນກຽມສ້າງວິຫານ ແລະ ບູລະນະປະຕິສັງຂອນຄືນໃໝ່.

ໃນວັນທີ 3 ພະຈິກ 2019 ຜ່ານມາ, ອົງການປົກຄອງເມືອງຕົ້ນເຜິ້ງ, ອໍານາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ 3 ບ້ານກຸ່ມດອນທາດ, ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ – ທ່ອງທ່ຽວ ແລະ ຫ້ອງການທີ່ກ່ຽວຂ້ອງ ໄດ້ຈັດພິທີທາງສາສະໜາ ກຽມສ້າງວິຫານພະພຸດທະຮູບໃຫຍ່ເມືອງເກົ່າ ສຸວັນນະໂຄມຄໍາ ເຂົ້າຮ່ວມເປັນປະທານຝ່າຍສົງມີ ພະຫຼັກຄໍາລັດຕະນະມະນີໂຊຕິກາຈານ ພະອາຈານໃຫຍ່ອາດຍາທໍາ ຄໍາເງິນ ຄໍາວົງ ເຈົ້າຄະນະແຂວງບໍ່ແກ້ວ, ຝ່າຍຄາລະວາດມີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ, ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງໆຕົ້ນເຜິ້ງ ມີການນໍາຂອງແຂວງ – ເມືອງ, ອໍານາດການປົກຄອງ 3 ບ້ານກຸ່ມດອນທາດ, ຕະຫຼອດຮອດພໍ່ແມ່ປະຊາຊົນຊາວເມືອງຕົ້ນເຜິ້ງເຂົ້າຮ່ວມ.

ໃນພິທີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ຂຶ້ນຈູດທູບທຽນບູຊາພະລັດຕະນະໄຕ ພ້ອມທັງໄຫວ້ພະຮັບສິນ. ຈາກນັ້ນ ຄະນະສົງກໍ່ໄດ້ນໍາພາການນໍາຂອງແຂວງ – ເມືອງ ແລະ ຜູ້ເຂົ້າຮ່ວມ ສົມມາຄາລະວະພະພຸດທະຮູບອົງໃຫຍ່, ເຮັດພິທີສູດຖອດ – ສູດຖອນ, ອຸທິດບຸນກຸສົນເຖິງດວງວິນຍານບັນພະບູລຸດຜູ້ສ້າງພະພຸດທະຮູບໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ ແລະ ເທວະດາອາຮັກທີ່ປົກປ້ອງຄຸ້ມຄອງສະຖານທີ່ດັ່ງກ່າວ.

ຈາກນັ້ນ, ພະຫຼັກຄໍາລັດຕະນະມະນີໂຊຕິກາຈານ ພະອາຈານໃຫຍ່ອາດຍາທໍາ ຄໍາເງິນ ຄໍາວົງ ເຈົ້າຄະນະແຂວງບໍ່ແກ້ວ ກໍ່ໄດ້ກ່າວສໍາໂມຊະນີຍະກະຖາ, ນໍາພາຄະນະສົງໃຫ້ພອນ ແລະ ສັນພັດຕາຫານເພນ. ນອກຈາກນັ້ນ, ຍັງໄດ້ມີພຸດທະສາສະນິກະຊົນ ແລະ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາ ໄດ້ນໍາເອົາອາຫານ, ເຄື່ອງດື່ມ ແລະ ວັດຖຸປັດໄຈຕ່າງໆມາໂມທະນາທານ ປະກອບສ່ວນໃນພິທີດັ່ງກ່າວ.

ພະພຸດທະຮູບໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ ເປັນພະພຸດທະຮູບທີ່ມີອາຍຸເກົ່າແກ່ຫຼາຍຮ້ອຍປີ ເປັນໜຶ່ງໃນພະພຸດທະຮູບທີ່ສ້າງດ້ວຍດິນຈີ່ ແລະ ປະທາຍທີ່ໃຫຍ່ທີ່ສຸດໃນອາຊີອາຄະເນ ( ບໍ່ລວມພະພຸດທະຮູບທີ່ສ້າງດ້ວຍໂລຫະ, ຫິນ ) ທີ່ໄດ້ຮັບການຂຶ້ນທະບຽນເປັນມໍລະດົກແຫ່ງຊາດ ປັດຈຸບັນອົງພະໄດ້ຊຸດໂຊມຕາມການເວລາ ແລະ ສະພາບແວດລ້ອມ.

ຫຼັງຈາກປະກອບພິທີທາງສາສະໜາແລ້ວ ພາກສ່ວນທີ່ກ່ຽວຂ້ອງກໍ່ຈະໄດ້ເລີ່ມສ້າງວິຫານກວມພະພຸດທະຮູບອົງດັ່ງກ່າວ ເພື່ອອະນຸລັກປົກປັກຮັກສາ ແລະ ພັດທະນາ ໃຫ້ປະຊາຊົນຊາວເມືອງຕົ້ນເຜິ້ງ ກໍ່ຄືຊາວແຂວງບໍ່ແກ້ວ ໄດ້ຂາບໄຫວ້ສັກກາລະບູຊາ, ເປັນແຫຼ່ງສຶກສາປະຫວັດ ພ້ອມທັງພັດທະນາເປັນແຫຼ່ງທ່ອງທ່ຽວດ້ານວັດທະນະທໍາ ແລະ ປະຫວັດສາດຂອງເມືອງອີກດ້ວຍ.

ຂໍ້ມູນ: ຖວທ ເມືອງຕົ້ນເຜິ້ງ