ຢູ 15 ລ໋ອບ ສະເຕດ້ຽມ ປະກາດສັກດາຄວ້າແຊ້ມບານເຕະ 2 ຊາດລາວ-ໄທ

209

ສະໂມສອນ ລ໋ອບ ສະເຕດ້ຽມ ຮຸ່ນອາຍຸບໍ່ເກີນ 15 ປີຄວ້າແຊ້ມການແຂ່ງຂັນບານເຕະ 4 ພາກສ່ວນ 2 ຊາດລາວ-ໄທ ຊີງຂັນທ່ານປະທານຝ່າຍພັດທະນາກິລາບານເຕະອານຸຊົນ ແລະ ເຍົາວະຊົນ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2019

ລາຍການດັ່ງກ່າວ ຈັດຂຶ້ນລະຫວ່າງວັນທີ 2-3 ພະຈິກ 2019 ໂດຍມີການຊີງໄຊກັນທັງໝົດ 2 ຮຸ່ນ ກໍຄື ຮຸ່ນອາຍຸ 13 ປີ ແລະ ຮຸ່ນອາຍຸ 15 ປີ, ແຕ່ລະຮຸ່ນມີ 4 ທີມເຂົ້າຮ່ວມ ແຂ່ງຂັນແບບພົບກັນໝົດຄັດເອົາທີມທີ່ມີຄະແນນດີທີ່ສຸດໄດ້ແຊັມລາຍການນີ້ໄປຄອງ.

ປະກົດວ່າ: ຮຸ່ນອາຍຸ 15 ປີ ແຊັມຕົກເປັນຂອງ ລ໋ອບ ສະເຕດ້ຽມ ລົງສະໜາມ 3 ນັດ ສາມາດເອົາຊະນະ 3 ນັດຊ້ອນມີ 9 ຄະແນນເຕັມ
– ອັນດັບ 2 ສະໂມສອນ ທະເວັນຕີຊິກ ລົງສະໜາມ 3 ນັດ ຊະນະ 2 ນັດ ແລະ ເສຍ 1 ນັດ ມີ 6 ຄະແນນ
– ອັນດັບ 3 ທີມນະຄອນຫຼວງວຽງຈັນ ລົງສະໜາມ 3 ນັດ ຊະນະ 1 ນັດ ແລະ ເສຍ 2 ນັດ ມີ 3 ຄະແນນ
– ອັນດັບ 4 ທີມວໍລະວີ ໄທ ລົງສະໜາມ 3 ນັດ ເສຍທັງໝົດບໍ່ມີຈັກຄະແນນ.

ສ່ວນຮຸ່ນອາຍຸ 13 ປີມີຄື:
-ອັນດັບ 1 ທີມວໍລະວີ ໄທ ລົງສະໜາມ 3 ນັດ ຊະນະລວດ 3 ນັດຊ້ອນ ມີ 9 ຄະແນນ
-ອັນດັບ 2 ທີມວຽງຈັນ ເອັຟທີ ລົງສະໜາມ 3 ນັດ ຊະນະ 1, ສະເໝີ 1 ແລະ ເສຍ 1 ນັດມີ 4 ຄະແນນ
-ອັນດັບ 3 ທີມລ໋ອບ ສະເຕດ້ຽມ ລົງສະໜາມ 3 ນັດ ຊະນະ 1 ນັດ ແລະ ເສຍ 2 ນັດ ມີ 3 ຄະແນນ
-ອັນດັບ 4 ທີມນະຄອນຫຼວງ ລົງສະໜາມ 3 ນັດ ເສຍ 2 ນັດ ແລະ ສະເໝີ 1 ນັດມີ 1 ຄະແນນ.