“ຢາກເຮັດຕ້ອງຮູ້” ລັດຖະບານ ວາງ 12 ມາດຕະການ ຊຸກຍູ້ປູກໄມ້ເປັນສິນຄ້າ

252

ລັດຖະບານ ສປປ ລາວ ໄດ້ອອກດໍາລັດ ວ່າດ້ວຍ ການສົ່ງເສີມການປູກຕົ້ນໄມ້ ເລກທີ 247/ລບ, ລົງວັນທີ 20 ສິງຫາ 2019 ເພື່ອເປັນບ່ອນອີງໃນການກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ໃນການສົ່ງເສີມປຸກລະດົມໃຫ້ມີການລົງທຶນເພີ່ມຂຶ້ນໃນຂົງເຂດ ການປູກໄມ້ເປັນສິນຄ້າ ແນໃສ່ຄວາມຍືນຍົງໃນການນໍາໃຊ້ວັດຖຸດິບ ເຂົ້າໃນການພັດທະນາຂະແໜງການອຸດສາຫະກໍາໄມ້ພາຍໃນ ທັງເປັນສິນຄ້າສົ່ງອອກ ໃນຂະນະດຽວກັນກໍ່ສາມາດສ້າງລາຍຮັບ ແລະ ພັດທະນາເສດຖະກິດ-ສັງຄົມ ບົນພື້ນຖານເປັນມິດກັບສິ່ງແວດລ້ອມ.

ພາບປະກອບຂ່າວ

ການຄຸ້ມຄອງປ່າປູກ ແລະ ໄມ້ປູກ ແມ່ນເພື່ອການປົກປັກຮັກສາພື້ນທີ່ສີຂຽວ ໂດຍມີລະບຽບການໃຫ້ມີການຂຶ້ນທະບຽນປ່າປູກ ຫຼື ອອກໃບຢັ້ງຢືນໄມ້ປູກ ທີ່ເປັນກໍາມະສິດ, ທີ່ຮູ້ແຫຼ່ງທີ່ມາຂອງໄມ້ ແລະ ມີນະໂຍບາຍຂໍ້ກໍານົດຕໍ່ການນໍາໃຊ້ໄມ້ເຂົ້າໃນແຕ່ລະກໍລະນີເຊັ່ນ ການຕັດໄມ້, ການເຄື່ອນຍ້າຍໄມ້, ຊື້ຂາຍ ແລະ ສົ່ງອອກ. ນອກຈາກນີ້, ການຄຸ້ມຄອງຍັງເນັ້ນໃສ່ການຈົດທະບຽນນໍາໃຊ້ທີ່ດິນ ແລະ ຈັດສັນທີ່ດິນ ເພື່ອປູກໄມ້, ຟື້ນຟູປ່າ ແລະ ເພື່ອປົກປັກຮັກສາເຂດຕົ້ນໄມ້ທໍາມະຊາດ.

ພາບປະກອບຂ່າວ

ສະນັ້ນ, ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ວາງນະໂຍບາຍ ແລະ ມາດຕະການ ໃນການສົ່ງເສີມການປູກໄມ້ດັ່ງນີ້:
1 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ລົງທຶນປູກໄມ້ເປັນສິນຄ້າ ໃສ່ເນື້ອທີ່ດິນທີ່ຕົນໄດ້ ຮັບສິດນຳໃຊ້ຢ່າງຖືກຕ້ອງຕາມກົດໝາຍ ໂດຍບໍ່ຈຳເປັນຕ້ອງຂໍອະນຸຍາດ ແລະ ໄດ້ຮັບການຄຸ້ມຄອງ ຕາມທີ່ກຳນົດໄວ້ໃນມາດຕາ 7 ຂອງດຳລັດສະບັບນີ້.
2 ອຳນວຍຄວາມສະດວກໃຫ້ແກ່ຜູ້ປູກ ຫຼື ຜູ້ລົງທຶນປູກ, ສະໜອງຂໍ້ມູນຂ່າວສານ ທາງດ້ານຕະຫຼາດສຳລັບຜະລິດຕະພັນໄມ້ປູກ ແລະ ການໃຫ້ຄໍາແນະນໍາທາງດ້ານເຕັກນິກວິຊາການປູກ, ການປົກປັກຮັກສາ,ຕັດ, ຂົນສົ່ງ ແລະ ການປຸງແຕ່ງເປັນຜະລິດຕະພັນ.

ພາບປະກອບຂ່າວ

3 ຍົກເວັ້ນຄ່າທໍານຽມ ການນຳໃຊ້ທີ່ດິນສະເພາະປ່າປູກ ທີ່ໄດ້ຮັບຂຶ້ນທະບຽນຢ່າງຖືກຕ້ອງ. ສຳລັບທີ່ດິນທີ່ລັດອະນຸຍາດໃຫ້ສຳປະທານ ໃຫ້ປະຕິບັດຕາມລັດຖະບັນຍັດວ່າດ້ວຍອັດຕາຄ່າເຊົ່າ ແລະ ຄ່າສຳປະທານທີ່ດິນຂອງລັດ.
4 ຍົກເວັ້ນຄ່າບຸລະນະປ່າໄມ້ ແລະ ຄ່າຊັບພະຍາກອນປ່າໄມ້ ສໍາລັບການຕັດໄມ້ຈາກປ່າປູກ ແລະ ໄມ້ປູກແບບກະແຈກກະຈາຍ ເພື່ອເປັນສິນຄ້າ ແຕ່ໃຫ້ເສຍອາກາອນລາຍໄດ້. ສ່ວນການຕັດໄມ້ ເພື່ອໃຊ້ສອຍໃນຄອບຄົວ ແລະ ສິ່ງສາທາລະນະປະໂຫຍດນັ້ນ ໃຫ້ຍົກເວັ້ນຄ່າບູລະນະປ່າໄມ້, ຄ່າຊັບພະຍາກອນປ່າໄມ້ ແລະ ອາກອນລາຍໄດ້ທັງໝົດ.

ພາບປະກອບຂ່າວ

5 ປ່າປູກ ແລະ ໄມ້ປູກ ທີ່ໄດ້ຮັບການຂຶ້ນທະບຽນ ແລະ ຢັ້ງຢືນຢ່າງຖືກຕ້ອງຕາມລະບຽບການ ສາມາດມອບໂອນ, ສືບທອດ, ເປັນຫຼັກຊັບຄໍ້າປະກັນໄດ້ ແລະ ໄດ້ຮັບການທົດແທນຄ່າເສຍຫາຍ ໃນກໍລະນີທີ່ລັດຕ້ອງການນຳໃຊ້ທີ່ດິນຕອນດັ່ງກ່າວ ເພື່ອເປົ້າໝາຍອື່ນ.
6 ຊຸກຍູ້ໃຫ້ມີການສ້າງຕັ້ງກຸ່ມ ຫຼື ສາມາຄົມປູກໄມ້ ແລະ ສະມາຄົມປຸງແຕ່ງໄມ້ປູກ ໂດຍມີສັນຍາຜູກພັນໃນການສະໜອງວັດຖຸດິບ ຢ່າງເປັນລະບົບຕ່ອງໂສ້ ແລະ ຕ່າງຝ່າຍຕ່າງມີປະໂຫຍດຮ່ວມກັນ.
7 ນຳໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການປູກໄມ້ ນັບແຕ່ຂອດການຄົ້ນຄວ້າປັບປຸງພັນໄມ້, ການກ້າເບ້ຍໄມ້, ການປູກ ແລະ ການປຸງແຕ່ງ ດ້ວຍການຍົກເວັ້ນພາສີນຳເຂົ້າ ເຕັກນິກ-ເຕັກໂນໂລຊີ, ອຸປະກອນກົນຈັກທີ່ທັນສະໄໝ ທີ່ນຳໃຊ້ເຂົ້າໃນການປູກ, ການປຸງແຕ່ງໄມ້ ຕາມກົດໝາຍ.

ພາບປະກອບຂ່າວ

8 ຊຸກຍູ້ທະນາຄານ ປ່ອຍສິນເຊື່ອໄລຍະຍາວ ເພື່ອສົ່ງເສີມການລົງທຶນການປູກໄມ້ ດ້ວຍການກຳນົດດອກເບ້ຍ ທີ່ເໝາະສົມ ແລະ ການຍົກເວັ້ນດອກເບ້ຍໃນໄລຍະທີ່ຍັງບໍ່ທັນສາມາດເກັບກູ້ຜົນຜະລິດ.
9 ຊຸກຍູ້ໃຫ້ປະຊາຊົນ ແລະ ຜູ້ປະກອບການລົງທຶນປູກໄມ້ ໃນເຂດທີ່ດິນປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫຼ້ນ ໃນເຂດປ່າຜະລິດ ທີ່ລັດຈັດສັນໃຫ້ ໂດຍມີການແບ່ງປັນຜົນປະໂຫຍດຢ່າງສົມເຫດສົມຜົນລະຫວ່າງລັດ, ຜູ້ປະກອບການ ແລະ ປະຊາຊົນ.
10 ຊຸກຍູ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສ້າງສວນກ້າເບ້ຍໄມ້ ເພື່ອສະໜອງໃຫ້ແກ່ການປູກໄມ້ ດ້ວຍການອະນຸຍາດໃຫ້ເຂົ້າເຖິງແຫຼ່ງແກ່ນພັນໄມ້ທຳມະຊາດຢູ່ພາຍໃນ ແລະ ນຳເຂົ້າແນວພັນໄມ້ ຫຼື ເບ້ຍໄມ້ຊະນິດທີ່ຕະຫຼາດຕ້ອງການ ຫຼື ຊະນິດທີ່ພາຍໃນບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍ.

ພາບປະກອບຂ່າວ

11 ຊຸກຍູ້ໃຫ້ຜູ້ປະກອບການ ມີສ່ວນຮ່ວມ ແລະ ດຳເນີນການຄົ້ນຄວ້າ ກ່ຽວກັບການຂະຫຍາຍແນວພັນໄມ້ ແລະ ການຈະເລີນເຕີບໂຕໄມ້ ໂດຍບູລິມະສິດຊະນິດພັນໄມ້ພື້ນເມືອງ.
12 ໄມ້ປູກ ແລະ ຜະລິດຕະພັນໄມ້ປູກ ທີ່ໄດ້ມາດຕະຖານ ຕາມບັນຊີ ທີ່ລັດຖະບານຕົກລົງແຕ່ລະໄລຍະ ສາມາດສົ່ງອອກຕ່າງປະເທດໄດ້.

ພາບປະກອບຂ່າວ

ຄຽງຄູ່ກັນນີ້, ຍັງມີນະໂຍບາຍຕໍ່ຜູ້ຈັດຕັ້ງປະຕິບັດທີ່ຖືກລະບຽບກົດໝາຍ ແລະ ມີວິໄນຕໍ່ຜູ້ລະເມີດ ເຊັ່ນ: ນະໂຍບາຍຕໍ່ຜູ້ປະຕິບັດດີກໍ່ຄືການປະກອບສ່ວນເຂົ້າໃນການປູກໄມ້, ຟື້ນຟູປ່າ ແລະ ມີແນວທາງປົກປັກຮັກສາປ່າໄມ້ໃຫ້ຍືນຍົງໃນພາຍໜ້າ ແມ່ນຈະໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ສົ່ງເສີມດ້ານອື່ນໆ ຕາມຄວາມເໝາະສົມບົນພື້ນຖານລະບຽບກົດໝາຍ. ສໍາລັບມາດຕະການຕໍ່ຜູ້ລະເມີດນິຕິກໍາສະບັບນີ້ ແມ່ນຈະຖືກສຶກສາອົບຮົມ, ຖືກລະບຽບວິໄນ ແລະ ປັບໃໝລົງໂທດ ຕາມແຕ່ລະກໍລະນີທີ່ຕົນໄດ້ລະເມີດ.