ອອກພັນສາ (ບຸນເດືອນ 11) ກັບຄວາມເປັນມາທີ່ຄວນຮູ້

875

ໜູນວຽນມາອີກຮອບ ບໍ່ພໍເທົ່າໃດກໍຮອດບຸນອອກພັນສາ ປະວາລະນາ ຫຼື ບຸນເດືອນ 11 ໜຶ່ງບຸນໃນຮີດ 12 ຄອງ 14 ອໍາລາລະດູຝົນ ກົງກັບ 15 ຄ່ຳ ເດືອນ 11 ລາວ ເຊິ່ງປີນີ້ກົງກັບວັນອາທິດ ທີ 13 ຕຸລາ 2019.

ເປັນມື້ທີ່ ພະສົງໄດ້ຈຳພັນສາຄົບ 3 ເດືອນ ແລະ ເປັນສັນຍານປ່າວບອກພໍ່ແມ່ປະຊາຊົນໄດ້ຮູ້ວ່າກຳລັງຈະກ້າວອອກຈາກລະດູຝົນ ແລະ ພະສົງທີ່ເພີ່ນຈຳສິນໃນໄລຍະລະດູຝົນ ສາມາດອອກເດີນທາງຕໍ່ໃນການເຜີຍແຜ່ຫຼັກທຳຕາມວັດຕ່າງໆໄດ້.

ໃນມື້ຮຸ່ງເຊົ້າຂອງມື້ອອກພັນສານັ້ນ ຊາວພຸດທັງຫຼາຍຈະມີການກະກຽມ ວັດຖຸປັດໃຈຕ່າງໆ ແລະ ເຕົ້າໂຮມມາຖວາຍ ຫຼື ການຕັກບາດ, ຕອນຄໍ່າກໍຈະມີການວຽນທຽນ, ໄຫວ້ພະ, ໄຫຼເຮືອໄຟ ເຊິ່ງບັດຈຸບັນກໍໄດ້ມີການຄົບງົນປະດັບປະດາຕາມວັດວາ, ສະຖານທີ່ຈັດງານຕ່າງໆມີຫຼາຍໆກິດຈະກໍາໃຫ້ໄດ້ມ່ວນຊື່ນ…

ປະຫວັດຄວາມເປັນມາ: ປະເພນີ ອອກພັນສາ” ນັ້ນສ່ວນໃຫຍ່ແລ້ວ ຈະເນັ້ນທີ່ການເຮັດບຸນເຮັດທານ ແລະ ຕັກບາດເທໂວ” ເຫດທີ່ຕ້ອງທໍາບຸນ ຕັກບາດເທໂວ” ໃນວັນອອກພັນສານັ້ນ ເພາະຖືເອົາເທສະການສະເດັດລົງ ຈາກສະຫວັນຂອງພຣະພຸດທະເຈົ້າ ເຊິ່ງຕໍານານກ່າວວ່າ: ພຣະພຸດທະເຈົ້າມີຄວາມຕ້ອງການໄປໂປຣດພະມານດາທີ່ຢູ່ເມືອງສະຫວັນຊັ້ນດາວະດິງແລ້ວ ແລະ ໄປຈໍາພັນສາຢູ່ທີ່ນັ້ນ ຈົນຄົບ 3 ເດືອນ ພໍເຖິງວັນອອກພັນສາ (ເພັງ 15 ຄໍ່າເດືອນ 11) ແລ້ວຈຶ່ງສະເດັດກັບເມືອງມະນຸດ ຂະນະທີ່ສະເດັດກັບກໍມີພະພຸດທະສາສະະນິກກະຊົນ ໄດ້ມາລໍຖ້າຕ້ອນຮັບ ແລະ ລໍຖ້າໃສ່ບາດຢ່າງຫຼວງຫຼາຍ ຊຶ່ງມີທັງພຣະພິຂຸ ປະຊາຊົນ, ບາງຄົນບໍ່ສາມາດເຂົ້າໃກ້ ແຕ່ຢາກໃສ່ບາດຈຶ່ງໂຍນເຂົ້າໃສ່ບາດຂອງພຣະພຸດທະເຈົ້າ ແລະ ສາວົກ ເປັນເຫດໃຫ້ເກີດມີປະເພນີ ຕັກບາດເທໂວ” ສືບໆກັນມາຈົນຮອດທຸກວັນນີ້.

ປະເພນີ ບຸນອອກພັນສາ” ພຣະສົງຈະໂຮມກັນທໍາພິທີອອກພັນສາ ປະວາຣະນາ ເມື່ອພະສົງ-ສໍາມະເນນໄດ້ຈໍາພັນສາຄົບຖ້ວນ 3 ເດືອນ ແຕ່ສໍາຄັນທີ່ສຸດ ແລະ ເປັນຫົວໃຈຂອງການອອກພັນສາຄື: ພຣະສົງທີ່ຢູ່ຮ່ວມກັນໃນທີ່ແຫ່ງດຽວກັນເປັນເວລາດົນ ໂອກາດທີ່ຈະບໍ່ພໍໃຈກັນເຮັດໃຫ້ຄຸ້ນເຄືອງແກ່ກັນຍ່ອມມີເປັນທໍາມະດາ ພຣະສໍາມາສໍາພຸດທະເຈົ້າຈຶ່ງຖືເອົາວັນບຸນອອກພັນສາເປັນວັນປະວາລະນາ ເພື່ອໃຫ້ພຣະສົງໄປປະວາລະນາຕົນເອງຄື: ບອກແກ່ເພື່ອນສະຫະທັມມິກ (ເພືື່ອນນັກບວດ) ດ້ວຍກັນວ່າຂໍໃຫ້ໝູ່ສົງໄດ້ກ່າວໃນນາມຕັກເຕືອນເຊິ່ງກັນ ແລະ ກັນໄດ້ ນອກຈາກບຸນອອກພັນສາແລ້ວຍັງມີ ບຸນຊ່ວງເຮືອ, ໄຫຼເຮືອໄຟບູຊາ ດັ່ງຄໍາສອນທີ່ວ່າ:

ຮີດໜຶ່ງນັ້ນ ຮອດເດືອນ 11 ແລ້ວ                        ກໍເປັນແນວທາງປ່ອງ

ເປັນຊ່ອງຂອງພຣະເຈົ້າ                    ຄົນເຂົ້າແລ້ວອອກມາ

ເຖິງວັດສາມາແລ້ວ                       3 ເດືອນກໍໍເລີຍອອກ

ຮຽກວ່າອອກພັນສາ                      ປະວາລະນາກ່າວໄວ້    ເຮົາໄດ້ເລົ່າມາ.

 

ທີ່ມາ: ປຶ້ມ ຮີດສິບສອງຄອງສິບສີ່ ປະເພນີລາວ ໂດຍ ອາຈານ ບຸນເຕີມ ສີບຸນເຮືອງ.

ພາບຈາກ: kham kham