ມາຮູ້ກັນ! ຊ່ວງເຮືອທ່າວັດຈັນປີນີ້ ເຂດໃດຫ້າມ, ເຂດໃດອະນຸຍາດໃຫ້ຂາຍສິນຄ້າ

80

ເພື່ອເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງ ງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈໍາປີ 2019 ມີຄວາມສະຫງົບ, ລະບຽບຮຽບຮ້ອຍ ແລະ ສໍາເລັດຢ່າງຈົບງາມ.

ໂດຍອີງຕາມ: ກອງປະຊຸມ ປຶກສາຫາລື ກ່ຽວກັບ ການຈັດການແຂ່ງຂັນຊ່ວງເຮືອ ນະຄອນຫຼວງວຽງຈັນ ປະຈໍາປີ 2019; ຄັ້ງວັນທີ 23 ສິງຫາ 2019 ແລະ ອີງຕາມ: ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງ ຄະນະຮັບຜິດຊອບ ງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນປະຈໍາປີ 2019 ສະບັບເລກທີ 1567/ຈມ.ຈລ, ລົງວັນທີ 26 ກັນຍາ 2019.

ດັ່ງນັ້ນ, ຄະນະກໍາມະການ ຈັດງານບຸນອອກພັນສາ ປະວໍລະນາ ຈຶ່ງອອກແຈ້ງການ ສະບັບເລກທີ 1574/ຄຊ.ຈລ ລົງວັນທີ 27 ກັນຍາ 2019 ເຖິງ ສໍານັກງານ ອົງການ, ໂຮງແຮມ, ເຮືອນພັກ, ບັນດາ ຫົວໜ່ວຍທຸລະກິດ, ຊາວຄ້າຂາຍ, ວັດວາອາຮາມຕ່າງໆ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ຄ້າ-ຂາຍ ຢູ່ຕະຫຼາດນັດ ພາຍໃນງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2019 ທົ່ວເຖິງກັນວ່າ:

ໃຫ້ຊ່ວຍອໍານວຍຄວາມສະດວກ ແລະ ມອບສະຖານທີ່ ເຊັ່ນ: ບໍລິເວນໜ້າເຮືອນ, ໜ້າບ້ານ ( ນອກຮົ້ວ, ນອກກໍາແພງ) ທີ່ຕິດກັບທາງໃຫຍ່, ທາງຊອຍ ຂອບເຂດບໍລິເວນ ຈັດງານບຸນອອກ ພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2019 ແລະ ບໍລິເວນໃກ້ຄຽງ
ໃຫ້ຄະນະຮັບຜິດຊອບຈັດງານ ເພື່ອຈັດສັນສະຖານທີ່ໃນການສະແດງ ແລະ ຂາຍສິນຄ້າຄື: ເຂດສໍາປະທານ ສວນເຈົ້າອານຸວົງ, ຟຸດບາດ ທັງສອງຟາກເສັ້ນທາງເຈົ້າຟ້າງຸ່ມ ແຕ່ສາມແຍກປາກ ປ່າສັກ ລົງຮອດສີ່ແຍກ ໂຮງໝໍມະໂຫສົດ, ໜ້າໂຮງແຮມລ້ານຊ້າງ, ຟຸດບາດ ທັງສອງຟາກເສັ້ນທາງ, ສາມແຍກໄຟແດງ ວັດອິນແປງ, ແຕ່ໂຮງຮຽນມັດທະຍົມສີໂຄດ ລົງມາ ສີ່ແຍກໄຟແດງສີຫອມ, ສອງຟາກຟຸດບາດ ເສັ້ນທາງເສດຖາທິລາດ, ບັນດາວັດ ທີ່ຢູ່ໃກ້ຄຽງຂອບເຂດຈັດງານ.

ສ່ວນບໍລິເວນຢູ່ຕໍ່ໜ້າໂຮງໝໍມະໂຫສົດ ແມ່ນໄດ້ກໍານົດເປັນບ່ອນຝາກລົດ ຂອງຜູ້ມາທ່ຽວຊົມງານງານດັ່ງກ່າວ.
ສໍາລັບຂອບເຂດ ບໍລິເວນພື້ນທີ່ຈັດງານບຸນອອກພັນສາ ປະວໍລະນາ ເເລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2019: ທາງດ້ານເໜືອ ໃຫ້ກໍານົດເອົາແຕ່ຈຸດປ່ອຍເຮືອ ເຂດເມືອງສີໂຄດຕະບອງ ລົງໄປຫາ ໂຮງໝໍມະໂຫສົດ.

ເສັ້ນທາງເຈົ້າຟ້າງຸ່ມ ແຕ່ສາມແຍກປາກປາສັກ ລົງຮອດ 4 ແຍກ ໂຮງໝໍມະໂຫສົດ ທັງສອງຟາກຟຸດບາດ ແມ່ນອະນຸຍາດໃຫ້ວາງສິນຄ້າ ແລະ ຂາຍເຄື່ອງໄດ້, ຍົກເວັ້ນບໍ່ອະນຸຍາດໃຫ້ຂາຍເຄື່ອງຢູ່ສອງຈຸດສະເພາະເສັ້ນທາງດັ່ງກ່າວນີ້ຄື: ຕໍ່ໜ້າສໍານັກງານ ປະທານປະເທດ, ດ້ານຂ້າງສໍານັກງານ ປະທານປະເທດ ແລະ ຢູ່ຈຸດທາງຂຶ້ນເບື້ອງສວນເຈົ້າອານຸວົງ ນັບແຕ່ກົກໂພໃຫຍ່ ຈົນຮອດກົກໂພນ້ອຍ ( ໝາຍຄວາມວ່າເບື້ອງກົງກັນຂ້າມຕໍ່ໜ້າວັດຈັນຂຶ້ນໄປຫາກົກໂພນ້ອຍ ແມ່ນບໍ່ອະນຸຍາດໃຫ້ວາງຂາຍສິນຄ້າ ແມ່ນຈົ່ງໄວ້ໃຫ້ແກ່ ມວນຊົນຍ່າງທ່ຽວຊົມງານ).

ສ່ວນເສັ້ນທາງແຕ່ສີ່ແຍກໄຟແດງ ວັດອິນແປງ ຫາ ເສັ້ນທາງເຈົ້າຟ້າງຸ່ມ ແລະ ສີ່ແຍກໄຟແດງ ກະຊວງ ແຜນການ ແລະ ການລົງທຶນ ຫາເສັ້ນທາງເຈົ້າຟ້າງຸ່ມ ຕາມທາງຍ່າງຟຸດບາດ ແມ່ນໃຫ້ຂາຍເຄື່ອງຜະລິດຕະພັນທີ່ຜະລິດຢູ່ພາຍໃນປະເທດ ແລະ ຫ້າມຊາວຕ່າງປະເທດ ຂາຍສິນຄ້າທຸກຊະນິດພາຍໃນງານ.
ສໍາລັບ ຄົນລາວ ຜູ້ທີ່ຈະນໍາເອົາຜະລິດຕະພັນສິນຄ້າຂອງລາວ ເຂົ້າໄປວາງສະແດງ, ຂາຍອາຫານ ແລະ ເຄື່ອງດື່ມ ( ຍົກເວັ້ນເຄື່ອງດື່ມມຶນເມົາປະເພດ ເຫຼົ້າ, ເບຍ ) ຕ້ອງໄດ້ຮັບອະນຸຍາດນໍາໃຊ້ສະຖານທີ່ຈາກຄະນະຮັບຜິດຊອບຈັດງານບຸນ ແລະ ຕ້ອງຈ່າຍເງິນຄ່າ ພັນທະສະຖານທີ່ ຕາມລະບຽບການທີ່ທາງຄະນະກໍາມະການໄດ້ກໍານົດໄວ້.

ດັ່ງນັ້ນ, ມອບໃຫ້ຄະນະຮັບຜິດຊອບ ເເຕ່ລະອະນຸກໍາມະການຈັດງານ ທີ່ຖືກແຕ່ງຕັ້ງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຮັດວຽກງານສຶກສາອົບຮົມນໍາພາການເມືອງ-ແນວຄິດ ໃຫ້ປະຊາຊົນ, ບັນດາເຈົ້າຂອງຫ້າງຮ້ານ, ສໍານັກງານ, ອົງການ, ຫົວໜ່ວຍທຸລະກິດຕ່າງໆທີ່ຢູ່ໃນຂອບເຂດຈັດງານ ຮັບຮູ້ເຂົ້າໃຈ, ຊ່ວຍອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືກັບຄະນະກໍາມະການ ຈັດງານບຸນຄັ້ງໃຫ້ດໍາເນີນຕາມແຜນການທີ່ວາງອອກ ແລະ ມີຜົນສໍາເລັດຢ່າງຈົບງາມ.

ຖ້າຫາກ ທ່ານໃດ ຫາກຕ້ອງການຂາຍເຄື່ອງ ແມ່ນໃຫ້ພົວພັນ ນໍາຄະນະກໍາມະ ການຈັດງານ ແລ້ວຄະນະກໍາມະການ ຈະຈັດສັນສະຖານທີ່ຂາຍເຄື່ອງໃຫ້ ຕາມ ຄວາມເຫມາະສົມ ພ້ອມເສຍຄ່າພັນທະໃຫ້ຄະນະກໍາມະການ ຕາມລະບຽບການ ຈັດງານໃນຄັ້ງນີ້.

*