ພາກລັດແນະນໍາການປູກໄມ້ຕ້ອງຕິດພັນການແກ້ໄຂຄວາມທຸກຍາກ

120

ໃນກອງປະຊຸມຄົ້ນຄວ້າປຶກສາຫາລື ກ່ຽວກັບບັນຫາການປູກໄມ້ວິກຂອງ ບໍລິສັດ ບົວລະພາ ກະສິກຳ – ປ່າໄມ້ ຈຳກັດ, ພາກລັດແນະນໍາໃຫ້ເອົາໃຈໃສ່ກໍານົດລະອຽດຈະແຈ້ງ ກ່ຽວກັບເນື້ອທີ່ປູກໄມ້ຂອງແຕ່ລະພາກສ່ວນ ພ້ອມໃຫ້ຕິດພັນກັບການແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃນທ້ອງຖິ່ນ ແລະ ແກ້ໄຂສິ່ງແວດລ້ອມໃນຊຸມຊົນ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 4 ຕຸລາ 2019 ທີ່ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ສິງຄໍາ ຄົງສະຫວັນ ຮອງເຈົ້າແຂວງວຽງຈັນ, ມີຜູ້ຕາງໜ້າຈາກເມືອງເປົ້າໝາຍ, ວິຊາການຈາກກະຊວງ, ຜູ້ຕາງໜ້າຈາກ ບໍລິສັດ ບົວລະພາ ກະສິກຳ – ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການ ບໍລິສັດ ບົວລະພາ ກະສິກຳ – ປ່າໄມ້ ຈຳກັດ ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ໃຫ້ຮູ້ວ່າ: ສະເພາະຢູ່ແຂວງວຽງຈັນບໍລິສັດ ບົວລະພາ ກະສິກຳ – ປ່າໄມ້ ຈຳກັດ ໄດ້ລົງທຶນປູກໄມ້ວິກ ແລະ ໄມ້ກະຖິນນະລົງມາແລ້ວ ຢູ່ເມືອງໂພນໂຮງ, ຫີນເຫີບ, ໝື່ນ ແລະ ເມືອງແກ້ວອຸດົມ ເຊິ່ງປັດຈຸບັນນີ້ແມ່ນກຳລັງສ້າງໂຮງງານໄມ້ອັດ ເພື່ອຮອງຮັບໄມ້ຂອງບໍລິສັດຢູ່ບ້ານໂພນສູງ – ຄອກພຸກ ເມືອງຫີນເຫີບ ນັບເປັນໂຮງງານທີ່ທັນສະໄໝ ແລະ ຄົບວົງຈອນ ສາມາດຮອງຮັບໄມ້ໄດ້ 50 ພັນແມັດກ້ອນຕໍ່ປີ  ແລະ ກຳລັງໄດ້ຮັບອະນຸຍາດໃຫ້ສຳປະທານດິນຈາກລັດ 2 ພັນເຮັກຕາ ຢູ່ແຂວງວຽງຈັນ.

ໂອກາດດຽວກັນ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກໍໄດ້ໃຫ້ຄໍາແນະນໍາຕໍ່ກອງປະຊຸມ ວ່າ: ໃຫ້ທຸກພາກສ່ວນເອົາໃຈໃສ່ເລັ່ງປະຕິບັດແກ້ໄຂຮ່ວມກັນ ທຳອິດແມ່ນເນື້ອທີ່ປູກໄມ້ຂອງ ບໍລິສັດ ຕ້ອງກຳນົດລະອຽດຈະແຈ້ງລະຫວ່າງດິນຂອງບຸກຄົນ, ບ້ານ, ເມືອງ, ແຂວງ, ພາກລັດ ແລະ ບໍລິສັດ ຈົ່ງສືບຕໍ່ລົງເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງໃຫ້ທ້ອງຖິ່ນຮັບຊາບຢ່າງກວ້າງຂວາງ, ສິ່ງສຳຄັນແມ່ນຢາກໃຫ້ບໍລິສັດເນັ້ນການແກ້ໄຂຄວາມທຸກຍາກຂອງປະຊາຊົນທ້ອງຖິ່ນ ແລະ ແກ້ໄຂສິ່ງແວດລ້ອມໃນຊຸມຊົນເປັນຫຼັກ ໂດຍໃຫ້ຕິດພັນກັບການລົງທຶນປູກໄມ້ອຸດສາຫະກໍາຢູ່ແຕ່ລະບ່ອນ.

ນອກຈາກນີ້, ການສຳຫຼວດຈັດສັນທີ່ດິນແຕ່ລະປະເພດແມ່ນສະເໜີໃຫ້ທາງບໍລິສັດຊ່ວຍເປັນທຶນ, ສ່ວນພາກລັດ ກໍຄືກະຊວງກະສິກໍາ ແລະ ປ່າໄມ້ ຈະສົ່ງວິຊາການມາສົມທົບກັບພະແນກກະສິກຳປ່າໄມ້ ແຂວງວຽງຈັນ ເພື່ອພ້ອມກັນລົງສຳຫຼວດຈັດສັນທີ່ດິນແຕ່ລະປະເພດໃຫ້ລະອຽດ, ນິຕິກຳການສົ່ງເສີມການປູກໄມ້ຢູ່ລາວແມ່ນລະອຽດຈະແຈ້ງແລ້ວ ແຕ່ຂອດການປະຕິບັດແມ່ນມີບັນຫາ ຍ້ອນບໍ່ມີການຈັດສັນດິນທີ່ລະອຽດຢູ່ໃນລະດັບບ້ານ, ເມືອງ ແລະ ແຂວງ ເຊິ່ງດິນກະສິກຳຢູ່ທົ່ວປະເທດມີ 4,5 ລ້ານເຮັກຕາ ແຕ່ບໍ່ຮູ້ລະອຽດວ່າຢູ່ໄສແດ່, ການປະຕິບັດນະໂຍບາຍການສົ່ງເສີມການລົງທຶນຍັງຊັກຊ້າ ຈຶ່ງເຮັດໃຫ້ນັກລົງທຶນໜີຈາກປະເທດລາວໄປລົງທຶນຢູ່ປະເທດມຽນມາ ແລະ ກຳປູເຈຍ ເປັນສ່ວນໃຫຍ່.