ເບິ່ງແຍງພະຍາດຫົວເຂົ່າເສື່ອມດ້ວຍວິທີທີ່ປອດໄພ

75

ໃນໄລຍະທໍາອິດກ່ອນທີ່ຈະເປັນຂໍ່ຫົວເຂົ່າພິການຫຼາຍຂຶ້ນນັ້ນ ຄົນເຈັບຄວນເບິ່ງແຍງຕົນເອງດ້ວຍການປະຕິບັດແບບຈິງຈັງກ່ອນຈະເປັນອັນຕະລາຍຕາມມາ. ສະນັ້ນ, ຈຶ່ງໄດ້ມີຂໍ້ຄວນປະຕິບັດທີ່ປອດໄພກ່ຽວກັບພະຍາດຫົວເຂົ່າເສື່ອມມານຳສະເໝີດັ່ງຕໍ່ໄປນີ້:

ສຳລັບຜູ້ທີ່ມີນ້ຳໜັກຫຼາຍຄວນຊອກຫາທາງຫຼຸດນ້ຳໜັກໂດຍການຄວບຄຸມອາຫານ ແລະ ການອອກກຳລັງກາຍຈະສາມາດຫຼຸດຜ່ອນແຮງກົດດັນຕໍ່ຂໍ່ຫົວເຂົ່າ ແລະ ຊ່ວຍບັນເທົາອາການປວດລົງໄດ້.

ຫຼີກລຽງການນັ່ງໃນທ່າງໍເຂົ່າທຸກຮູບແບບ ແລະ ຄວນເລືອກນັ່ງເທິງຕັ່ງແທນການນັ່ງພື້ນ ລວມທັງການນັ່ງແບບຢອງຢໍ້, ຫຼີກລຽງການຍ່າງຂຶ້ນ – ລົງຂັ້ນໄດເລື້ອຍໆ, ບໍ່ຄວນແບກຫາບຂອງໜັກ, ຄວນປ່ຽນທ່າເລື້ອຍໆ ເຊັ່ນ: ທ່ານັ່ງ ຫຼື ທ່າຢືນ ຢູ່ໃນທ່າເກົ່າເປັນເວລາດົນ ເພາະຖ້າປັບປ່ຽນທ່າຊ່ວຍບັນເທົາອາການປວດ ແລະ ຊ່ວຍຫຼຸດຜ່ອນການນຳໃຊ້ຢາ.

ໝັ່ນບໍລິຫານຂໍ່ຫົວເຂົ່າໃຫ້ແຂງແຮງທຸກມື້ຈະສາມາດຊ່ວຍບັນເທົາອາການປວດໄດ້ເຊັ່ນກັນ.

ຖ້າຍັງມີອາການປວດຫົວເຂົ່າຫຼາຍຂຶ້ນໃຫ້ກິນພາລາເຊຕາມອນ ເທື່ອລະ 1 – 2 ເມັດເທົ່ານັ້ນ ເພື່ອຊ່ວຍບັນເທົາເປັນບາງຄັ້ງຄາວ ແລະ ບໍ່ຄວນກິນຕິດຕໍ່ກັນເປັນເວລາດົນໆ ເຊິ່ງອາດຈະເກີດໂທດຕາມມາໄດ້      ( ເຊັ່ນ: ໝາກໄຂ່ຫຼັງຊຸດໂຊມ ຫຼື ອາການແພ້ຢານຳ ).

ຫຼີກລຽງການໃຊ້ຢາແກ້ປວດຂໍ່ ( ໄດ້ແກ່: ຢາຕ້ານເຊື້ອ ຫຼື ແກ້ອັກເສບທີ່ມີສານສະເຕີລອຍຢູ່ນຳ ) ເພາະສານດັ່ງກ່າວສ່ວນໃຫຍ່ແມ່ນຈະມີຢູ່ນຳຢາບາງຊະນິດທີ່ປະກອບຢູ່ໃນຢາຊຸດເປັນຫຼັກ ແລະ ການນຳໃຊ້ໃນປະລິມານທີ່ຫຼາຍເກີນໄປອາດຈະກໍ່ໃຫ້ເກີດໂທດຫຼາຍກວ່າຄຸນປະໂຫຍດ.

ເຖິງຢ່າງໃດກໍຕາມ, ການທີ່ເປັນພະຍາດຂໍ່ຫົວເຂົ່າເສື່ອມແມ່ນອາດຈະເກີດຂຶ້ນໄດ້ຈາກຫຼາຍສາເຫດ ແຕ່ມັນກໍຂຶ້ນຢູ່ກັບການປະຕິບັດຕົວເຮົາເອງເຊັ່ນກັນ ເພາະຍິ່ງມີອາຍຸຫຼາຍຂຶ້ນເທົ່າໃດກໍຍິ່ງຈະມີຄວາມສ່ຽງທີ່ຈະເປັນພະຍາດນີ້ຫຼາຍຂຶ້ນ. ດັ່ງນັ້ນ, ຖ້າມີອາການປວດ ຫຼື ເຈັບຂຶ້ນຫຼາຍແມ່ນແນະນຳໃຫ້ໄປພົບແພດສະເພາະທາງຈະດີ ກວ່າເພື່ອກວດເບິ່ງໃຫ້ລະອຽດ ແລະ ກວດເບິ່ງພະຍາດແຊກຊ້ອນນຳ.

( ຂໍ້ມູນຈາກ: bangkok hospital.com )

( ຮຽບຮຽງ: ນຸ້ມນິ້ມ )