ບົດຮຽນຈາກນັກສຶກສາໃບປະກາດແດງ ຮຽນຢ່າງໃດຈຶ່ງປະສົບຄວາມສຳເລັດ

104

ການຮຽນໃຫ້ເກັ່ງໄດ້ຄະແນນດີ ແລະ ໄດ້ໃບປະກາດແດງ ຕ້ອງເປັນຄົນທີ່ມີຄວາມພະຍາຍາມ, ອົດທົນ ແລະ ສູ້ຊົນສູງ ໂດຍຫັນເອົາຈຸດດ້ອຍຕ່າງໆຂອງເຮົາຫັນມາເປັນກຳລັງໃຈໃນການຮຽນ ແລະ ຕ້ອງເປັນຄົນທີ່ຮຽນຢ່າງມີວິໄນ, ຄົ້ນຄວ້າບົດຮຽນຢ່າງເໝາະສົມ ແລະ ຖືກຕ້ອງຕາມຈຸດພິເສດ ແລະ ຄວາມສາມາດຂອງຕົນເອງ.

ມື້ນີ້ຂໍນຳເອົາບາງບົດຮຽນຈາກນັກສຶກສາທີ່ໄດ້ໃບປະກາດແດງຈາກຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ສົກຮຽນ 2018 – 2019 ມານຳສະເໜີ.

ທ້າວ ວິໄລແສງ ສິນທະອຸດົມ ນັກສຶກສາທີ່ໄດ້ໃບປະກາດແດງ ຈາກພາກວິຊາກົດໝາຍອາຍາ ໃຫ້ສຳພາດວ່າ: ຕົນເອງເປັນຄົນທີ່ຕັ້ງໃຈຮຽນ, ໃນເວລາອາຈານສອນ ຫຼື ອະທິບາຍແມ່ນໄດ້ຈົດທຸກຄຳທີ່ເຫັນວ່າມີຄວາມສຳຄັນ ແລະ ຈຳເປັນ, ມັກຖາມຄູ – ອາຈານ ແລະ ໝູ່ເພື່ອນ.

ພ້ອມນັ້ນ, ການຈັບຈຸດພິເສດຂອງຄູ – ອາຈານເປັນສິ່ງສຳຄັນທີ່ສຸດໃນການຮຽນ ແລະ ການສອບເສັງໃຫ້ໄດ້ຄະແນນດີ ເຊັ່ນ: ອາຈານເປັນຄົນມັກໃຫ້ຕອບແບບສັ້ນແຕ່ໄດ້ເນື້ອໃນ ຫຼື ເປັນຄົນມັກໃຫ້ຕອບຍາວ ແລະ ອະທິບາຍຍາວບໍ່? ເພື່ອໃຫ້ໃນເວລາສອບເສັງເຮົາສາມາດຕອບໄດ້ຕາມທີ່ອາຈານຕ້ອງການ ພ້ອມທັງນຳເອົາຄວາມຮູ້ເຫຼົ່ານັ້ນມາພັດທະນາການຮຽນຂອງຕົນເອງ ແລະ ການຮຽນຕ້ອງຮູ້ຈັດການເວລາໃຫ້ເໝາະສົມທີ່ສຸດ.

ນາງ ໄນ່ຍ່ານ ແຊ່ຈ່າວ ນັກສຶກສາທີ່ໄດ້ໃບປະກາດແດງສົກ 2018 – 2019 ພາກວິຊາພົວພັນສາກົນໄດ້ແບ່ງປັນເຄັດລັບໃນການຮຽນຮູ້ວ່າ: ຕົນເອງເປັນຄົນທີ່ມັກຮຽນໃນສະພາບແວດລ້ອມທີ່ງຽບສະຫງົບ ຈຶ່ງເຮັດໃຫ້ມີສະມາທິໃນການຄົ້ນຄວ້າບົດຮຽນ ແລະ ຮຽນໄດ້ດີ ເຊິ່ງຫໍສະໝຸດຖືເປັນສະຖານທີ່ເໝາະສົມທີ່ສຸດສຳລັບເຮັດວຽກບ້ານ ແລະ ຄົ້ນຄວ້າບົດຮຽນເປັນປະຈຳ.

ສໍາລັບຕົນເອງເປັນຄົນທີ່ຮູ້ຈັບປະເດັນໃນບົດຮຽນ ຫຼື key word ຂອງບົດຮຽນແຕ່ລະບົດ ພ້ອມທັງຈັບຈຸດພິເສດຂອງອາຈານ ແລະ ຄົ້ນຫາຕົວຕົນທີ່ແທ້ຈິງເພື່ອປະສົມປະສານ ແລະ ຄົ້ນຫາວິທີຮຽນທີ່ດີທີ່ສຸດ. ນອກນັ້ນ, ຕ້ອງມີວິໄນໃນການຮຽນຮູ້ເປັນຕົ້ນການອ່ານ ໂດຍແຕ່ລະມື້ຕ້ອງອ່ານຢ່າງໜ້ອຍ 1 ຊົ່ວໂມງ.

ທ້າວ ເບຍລີໂອ ຈັນທະບູລີ ນັກສຶກສາທີ່ໄດ້ໃບປະກາດແດງສົກ 2018 – 2019 ພາກວິຊາລັດຖະສາດສາຂາການປົກຄອງ ໃຫ້ຮູ້ວ່າ: ທຸກຄົນລ້ວນແລ້ວແຕ່ຮຽນເກັ່ງໄດ້ຫາກເປັນຄົນທີ່ມັກສຶກສາຄົ້ນຄວ້າຮໍ່າຮຽນ, ມີ ຄວາມພະຍາຍາມອົດທົນໃນການອ່ານ, ອ່ານໃຫ້ຫຼາຍຂຶ້ນ ແລະ ອ່ານໃຫ້ກາຍເປັນນິດໄສ ໂດຍສະເພາະນັກສຶກສາຜູ້ທີ່ຮຽນໃນສາຍທິດສະດີ, ຕ້ອງໝັ່ນແລກປ່ຽນບົດຮຽນນໍາໝູ່ເພື່ອນ. ນອກຈາກນັ້ນ, ການອ່ານ ແລະ ຄົ້ນຄວ້າບົດຮຽນຕ້ອງຢູ່ໃນຄວາມພໍດີ ແລະ ຫາເວລາໃນການຫຼິ້ນກີລາເພື່ອສຸຂະພາບ.

ນາງ ທິບດາພອນ ຫອມສົມບັດ ນັກສຶກສາທີ່ໄດ້ໃບປະກາດແດງສົກ 2018 – 2019 ພາກວິຊາລັດຖະສາດ ສາຂາການປົກຄອງໃຫ້ສຳພາດວ່າ: ການຮຽນຮູ້ເປັນແສງສະຫວ່າງນຳພາຕົນໄປສູ່ຄວາມສຳເລັດ. ສະນັ້ນ, ຕົນເອງຈຶ່ງຕັ້ງໃຈສຶກສາຮໍ່າຮຽນ ແລະ ຟັງການອະທິບາຍຂອງ  ຄູ – ອາຈານ ເພື່ອໃຫ້ເຂົ້າໃຈບົດຮຽນຢ່າງເລິກເຊິ່ງ, ພະຍາຍາມສຶກສາຄົ້ນຄວ້າບົດຮຽນ, ໝັ່ນເຮັດວຽກບ້ານ ແລະ ໝັ່ນເຂົ້າຫໍສະໝຸດ ເພາະເປັນແຫຼ່ງຄວາມຮູ້ ແລະ ສະຖານທີ່ທີ່ຮຽນຮູ້ໄດ້ດີ ແລະ ເຮັດໃຫ້ມີສະມາທິຮຽນຫຼາຍຂຶ້ນ.

ພ້ອມກັນນັ້ນ, ຕົນເອງຍັງເປັນຄົນທີ່ເຂັ້ມແຂງ ແລະ ຫັນເອົາຄວາມທຸກຍາກຂອງຄອບຄົວມາເປັນແຮງບັນດານໃຈ ເພື່ອເປັນກຳລັງໃຈໃຫ້ຕົນເອງຕັ້ງໃຈສູ້ຊົນໃນການສຶກສາຮໍ່າຮຽນຈົນສາມາດຍາດໄດ້ໃບປະກາດແດງໄດ້.

( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ )