ຄວາມຊົງຈຳທີ່ບໍ່ອາດລືມ ລຸງໜູຮັກຢ້ຽມຢາມເມືອງປາກແບງ

141

ລູງໜູຮັກ ພູມສະຫວັນ ເຊິ່ງແມ່ນໜຶ່ງໃນຜູ້ນໍາການປະຕິວັດລາວຮຸ່ນທໍາອິດ ທີ່ສັງຄົມກ່າວເຖິງຫຼາຍທີ່ສຸດ, ເພີ່ນເປັນຜູ້ນຳທີ່ແສນເຄົາຮັກຂອງປວງຊົນລາວທັງຊາດ, ຕະຫຼອດໄລຍະເວລາທັງຊີວິດຂອງເພີ່ນ ໄດ້ທຸ່ມເທກຳລັງວັງຊາ ແລະ ສະຕິປັນຍາ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງຊາດລາວ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ ຢ່າງບໍ່ຮູ້ອິດເມື່ອຍ, ເຊິ່ງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ເພິ່ນໄດ້ສ້າງໄວ້ ຍັງຄົງຈາລຶກໄວ້ໃນໜ້າປະຫວັດສາດ ແລະ ຄວາມຊົງຈຳຂອງປວງຊົນລາວທັງຊາດຕະຫຼອດໄປ.

ຕະຫຼອດໄລຍະການປະຕິບັດໜ້າທີ່ຂອງເພີ່ນ ເພີ່ນໄດ້ລົງຮາກຖານຢ້ຽມຢາມພີ່ນ້ອງຊາວລາວຫຼາຍບ່ອນຫຼາຍທີ່ແຕ່ເໜືອຕະຫຼອດໃຕ້ ໂດຍສະເພາະແມ່ນພີ່ນ້ອງຊາວເມືອງປາກແບງ ແຂວງອຸດົມໄຊ ຍັງຄົງຈື່ຈຳໄດ້ດີ ທີ່ທ່ານ ປະທານປະເທດ ໜູຮັກ ພູມສະຫວັນ ໄດ້ລົງໃກ້ຊິດຕິດແທດຊຸກຍູ້ຊີວິດການເປັນຢູ່ຂອງປະຊາຊົນໃນທຸກບ້ານ ແລະ ເມືອງອື່ນໆກໍ່ເຊັ່ນດຽວກັນ ບໍ່ວ່າເຂດນັ້ນຈະເປັນເຂດທຸລະກັນດານພຽງໃດ, ຫຍຸ້ງຍາກເທົ່າໃດ ແລະ ໄກປານໃດ ເພີ່ນກໍ່ໄປຮອດໄປເຖິງ ຂໍພຽງແຕ່ວ່າມີປະຊາຊົນລາວຢູ່ເຂດນັ້ນມີຄວາມຕ້ອງການສິ່ງໃດ.

 

ກ່າວເຖິງລຸງໜູຮັກ ພູມສະຫວັນແລ້ວ ບຸກຄະລິກກະພາບການແຕ່ງໂຕຂອງເພີ່ນລຽບງ່າຍ, ສະບາຍໆຄືກັບກັບປະຊາຊົນທຳມະດາ ຈົນປະຊາຊົນໃຫ້ສາຍານາມວ່າ ພໍ່ເຖົ້າແສງສະຫວ່າງ ມີເສື້ອຜືນດຽວຄື “ສີຂາວ” ໄປທາງໃດ ກໍ່ໃສ່ເສື້ອຜືນເກົ່າ, ກ່ຽວກັບເລື່ອງລາວເຫຼົ່ານີ້ກໍ່ຍ້ອນເພີ່ນໃຫ້ຄວາມສໍາຄັນປະຊາຊົນວ່າ “ເຂົາເຈົ້າຍັງທຸກກວ່າເຮົາ ເຮົາຊິໄປນຸ່ງງາມ ແລະ ດີກວ່າປະຊາຊົນບໍ່ໄດ້ຕ້ອງໃຫ້ປະຊາຊົນຢູ່ດີກິນດີກ່ອນ ແລະ ເຮົາເປັນຜູ້ນຳຄ່ອຍນຸ່ງງາມຕາມຫຼັງ” ນີ້ເປັນຄໍາເວົ້າທີ່ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໄຍນໍາຊີວິດການເປັນຢູ່ຂອງປະຊາຊົນ ເປັນຜູ້ນຳທີ່ຮັກຊາດ, ຮັກປະຊາໂດຍແທ້ຈິງ ເຊິ່ງຄຸນງາມຄວາມດີຂອງທ່ານຍັງຄົງຈາລຶກໄວ້ໃນດວງໃຈຂອງປວງຊົນລາວທັງຊາດຕະຫຼອດກາລະນານ.