ສະຫວັນນະເຂດ ສາມາດຊຳລະຄ່າໄຟຟ້າຜ່ານລະບົບທະນາຄານ ລາວ – ຫວຽດ

60

ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ສາຂາສະຫວັນນະເຂດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຊຳລະຄ່າໄຟຟ້າຜ່ານລະບົບທະນາຄານ ກັບ ລັດວິສາຫະກິດໄຟຟ້າລາວ ສາຂາສະຫວັນນະເຂດ ໃນອາທິດຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິ ວົງແສນແກ້ວ ຫົວໜ້າວິສາຫະກິດໄຟຟ້າລາວ ສາຂາສະຫວັນນະເຂດ, ທ່ານ ຟ້າມ ວັນຮ່າ ຫົວໜ້າທະນາຄານຮ່ວມທຸລະກິດ ລາວ – ຫວຽດ ສາຂາສະຫວັນນະເຂດ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງສອງຝ່າຍເຂົ້າຮ່ວມ.

ໃນພິທີ ທ່ານຫົວໜ້າທະນາຄານທຸລະກິດ ລາວ – ຫວຽດ ສາຂາສະຫວັນນະເຂດ ໄດ້ກ່າວເຖິງຄວາມເປັນມາຂອງທະນາຄານຕະຫຼອດໄລຍະ 20 ປີຜ່ານມາ ເຫັນວ່າການຂະຫຍາຍຕົວຂອງທຸລະກິດໄດ້ເຕີບໃຫຍ່ເປັນກ້າວໆ ຖືວ່າເປັນບາດກ້າວໜຶ່ງໃນການຮ່ວມມື ເຊິ່ງຈະເຮັດໃຫ້ການດຳເນີນທຸລະກິດຂອງສອງຝ່າຍມີການຂະຫຍາຍຕົວດີຂຶ້ນເປັນກ້າວໆ ໃນໂອກາດດຽວກັນນີ້ທ່ານຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງສະຫວັນນະເຂດ ເຫັນວ່າການຮ່ວມມືດັ່ງກ່າວຈະເປັນຜົນດີໃຫ້ແກ່ລູກຄ້າໄດ້ມີຄວາມສະດວກສະບາຍ ໃນການຊຳລະຄ່າໄຟຟ້າໃຫ້ມີຄວາມເຊື່ອໝັ້ນຂຶ້ນຕື່ມ.

ໂອກາດນີ້, ທັງສອງຝ່າຍກໍໄດ້ຮ່ວມລົງນາມເຊັນບົດບັນທຶກໂດຍຝ່າຍລົງນາມແມ່ນ ທ່ານ ຟ້າມ ວັນຮ່າ ແລະ ທ່ານ ສຸລິ ວົງແສນແກ້ວ ເຊິ່ງຊ້ອງໜ້າພະນັກງານທັງສອງຝ່າຍທີ່ເຂົ້າຮ່ວມ, ການເຊື່ອມຕໍ່ລະບົບຄັ້ງນີ້ແມ່ນສາມາດຊຳລະຄ່າໄຟຟ້າຜ່ານທະນາຄານທຸລະກິດ ລາວ – ຫວຽດ ໂດຍຜ່ານຊ່ອງທາງ Mobile Banking ATMinternetbanking ແລະ ສາມາດຊຳລະຜ່ານປ່ອງບໍລິການຂອງທະນາຄານຮ່ວມທຸລະກິດ ລາວ – ຫວຽດ.