ມອບລາງວັນໃຫ້ຜູ້ເຂົ້າຮ່ວມກິດຈະກໍາແລ່ນເພື່ອສຸຂະພາບ

77

ໃນວັນທີ 9 ກັນຍາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດງານມອບລາງວັນໃຫ້ແກ່ຜູ້ເຂົ້າຮ່ວມກິດຈະກໍາແລ່ນເພື່ອສຸຂະພາບ VIENTAINE CENTER RUN CHALLENGE ໂດຍມີຂອງລາງວັນມອບໃຫ້ຜູ້ເຂົ້າຮ່ວມກິດຈະກໍາທັງໝົດ 35 ລ້ານກີບ ເຊິ່ງ ທ່ານ ກິ ເພັດແສນເພັງ ສາມາດຍາດໄດ້ລາງວັນທີ 1 ໃນການແລ່ນສະສົມໄລຍະທາງຫຼາຍສຸດ 131 ກິໂລແມັດ.

ກິດຈະກໍາດັ່ງກ່າວຈັດຂຶ້ນລະຫວ່າງວັນທີ 2 – 8 ກັນຍາ 2019 ໃຊ້ເວລາແຂ່ງຂັນທັງໝົດ 7 ວັນ, ຈົນມາຮອດວັນທີ 9 ກັນຍາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ກໍໄດ້ຈັດພິທີມອບລາງວັນກິດຈະກໍາແລ່ນເພື່ອສຸຂະພາບ VIENTAINE CENTER RUN CHALLENGE ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນວນສີ ມະຫັດຕະນາວິໂຣດ ຮອງຜູ້ອໍານວຍການໃຫຍ່ສູນການຄ້າວຽງຈັນເຊັນເຕີ, ທ່ານ ນາງ ວຽງຄໍາ  ວິໄລ ຜູ້ຈັດການ ບໍລິສັດ ວຽງຈັນ ຟິດເນັດ ເຊິ່ງເປັນຜູ້ສະໜັບສະໜູນຫຼັກຂອງກິດຈະກໍາດັ່ງກ່າວ. ນອກຈາກນີ້, ກໍມີບັນດານັກແລ່ນຂອງກິດຈະກໍານີ້ເຂົ້າຮ່ວມ.

ທ່ານ ນາງ ນວນສີ ມະຫັດຕະນາວິໂຣດ ກ່າວວ່າ: ຈຸດປະສົງຂອງການຈັດງານນີ້ຂຶ້ນ ກໍເພື່ອສົ່ງເສີມໄວໜຸ່ມລາວໃຫ້ຫັນມາຫຼິ້ນກີລາເພື່ອສຸຂະພາບທີ່ແຂງແຮງ ແລະ ເປີດພື້ນທີ່ໃຫ້ລູກຄ້າທັງພາຍໃນ ແລະ ພາຍນອກ ໄດ້ມີໂອກາດຮ່ວມກິດຈະກໍາອອກກໍາລັງກາຍ ພ້ອມເລືອກຊື້ສິນຄ້າເຄື່ອງຫຼິ້ນກີລາ ແລະ ອາຫານເສີມດ້ວຍລາຄາພິເສດພາຍໃນງານ ໂດຍຜູ້ສະໝັກສາມາດເລືອກແລ່ນໃນສະໜາມ ຫຼື ເຄື່ອງແລ່ນໄຟຟ້າໄດ້ຕາມ ຄວາມຕ້ອງການ, ແຕ່ຕ້ອງມີການບັນທຶກໄລຍະທາງຜ່ານ APPICATION ຫຼື ຈາກຈໍ Monitor ຂອງເຄື່ອງແລ່ນໄຟຟ້າ ໂດຍຕັດສິນຈາກຄົນທີ່ແລ່ນໄດ້ໄລຍະທາງຫຼາຍສຸດຄືຜູ້ຊະນະ ເຊິ່ງຜູ້ຈັດກິດຈະກໍາມີຂອງລາງວັນໄວ້ແຈກມູນຄ່າ 35 ລ້ານກີບ. ເຖິງຢ່າງໃດກໍຕາມ, ການຈັດກິດຈະກໍາໃນຄັ້ງນີ້ຖືໄດ້ວ່າປະສົບຜົນສໍາເລັດເກີນຄາດ. ດັ່ງນັ້ນ, ກິດຈະກໍາແລ່ນເພື່ອສຸຂະພາບ VIEN TAINE CENTER RUN CHALLENGE ແມ່ນມີແຜນຈະຈັດຂຶ້ນທຸກປີ ເພື່ອເປີດພື້ນທີ່ໃຫ້ໄວໜຸ່ມຫັນມາຫຼິ້ນກີລາ ເພື່ອສຸຂະພາບທີ່ວຽງຈັນເຊັນເຕີ.

ຫຼັງຈາກທີ່ຈັດການແຂ່ງຂັນທັງໝົດ 7 ວັນ ເຊິ່ງມີຜູ້ເຂົ້າຮ່ວມກິດຈະກໍາໄດ້ລາງວັນທັງໝົດ 30 ຄົນ, ແບ່ງອອກເປັນ 3 ກຸ່ມ ຄື: ກຸ່ມ Vip ແລະ ນັກທຸລະກິດ ເຊິ່ງເປັນລູກຄ້າທີ່ຖືກເຊີນເຂົ້າຮ່ວມ, ກຸ່ມນັກກີລາຍອດຢ້ຽມ ແລະ ກຸ່ມນັກກີລາສະສົມໄລຍະທາງ. ສໍາລັບກຸ່ມນັກກີລາດີເດັ່ນຊະນະອັນດັບໜຶ່ງໄດ້ແກ່: ທ່ານ ປິຍະວັດ ຫຼຸ່ງເປົາ ແລ່ນໄດ້ໄລຍະທາງ 111,6 ກິໂລແມັດ, ອັນດັບສອງ ທ່ານ ສະລັນ ອິນປະດິດ ແລ່ນໄດ້ໄລຍະທາງ 88,7 ກິໂລແມັດ, ອັນດັບສາມ ທ່ານ ອານຸສອນ ແກ້ວວົງສາ ແລ່ນໄດ້ໄລຍະທາງ 64 ກິໂລແມັດ.

ສ່ວນກຸ່ມນັກກີລາສະສົມໄລຍະທາງອັນດັບໜຶ່ງໄດ້ແກ່ ທ່ານ ກິ ເພັດແສນເພັງ ແລ່ນໄດ້ໄລຍະທາງ 131 ກິໂລແມັດ, ອັນດັບສອງ ທ່ານ ກິດສະໜາ ເພຍປະລັດ ແລ່ນໄດ້ໄລຍະທາງ 52,5 ກິໂລແມັດ, ອັນດັບສາມ ທ່ານ ນາງ ສຸພາລັກ ພົງສະຫວັດ ແລ່ນໄດ້ໄລຍະທາງ 51,1 ກິໂລແມັດ. ນອກຈາກນີ້, ຜູ້ເຂົ້າຮ່ວມກິດຈະກໍາທ່ານອື່ນໆກໍໄດ້ຮັບລາງວັນຕາມລໍາດັບເຊັ່ນກັນ.

( ຂ່າວ: ເອຢິບ, ຮູບ: ສຸກສະຫວັນ )