ວາງສີລາລືກ ໂຄງການກໍ່ສ້າງແຫຼ່ງທ່ອງທ່ຽວດ້ານວັດທະນະທຳຢູ່ ຂພສ ສາມຫຼ່ຽມຄໍາ

86

ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ( ຂພສ ສາມຫຼ່ຽມຄຳ ) ໄດ້ຈັດພິທີວາງສີລາລືກໂຄງການກໍ່ສ້າງສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳຢູ່ໃນເຂດດອນຊາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຈຸດປະສົງກໍເພື່ອສ້າງໃຫ້ເປັນບ່ອນທ່ອງທ່ຽວທີ່ມີເອກະລັກ, ມີວິຖີການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າໃນລາວ ໂດຍສ້າງໃຫ້ເປັນບ່ອນເຕົ້າໂຮມ ແລະ ຈຸດໝາຍປາຍທາງຂອງແຂກພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມຢາມເຂດດັ່ງກ່າວ ເຊິ່ງຄາດວ່າຈະໃຫ້ສໍາເລັດ ແລະ ເປີດການທ່ອງທ່ຽວໃນໄລຍະງານເທດສະການດອກງິ້ວບານ ປີ 2020 ທີ່ຈະມາເຖິງນີ້.

ສໍາລັບເນື້ອໃນຂອງໂຄງການກໍ່ສ້າງປະກອບມີ: ການກໍ່ສ້າງເຮືອນຈໍາລອງຂອງປະຊາຊົນບັນດາເຜົ່າໃນລາວ, ໂຄງການກໍ່ສ້າງສວນສັດ, ສວນສາທາລະນະ, ຮູບປັ້ນຈໍາລອງຕ້ານຢາເສບຕິດ, ສວນອາຫານ, ສະຖານທີ່ບັນເທີງກາງແຈ້ງ, ຫ້ອງວາງສະແດງສິນຄ້າ ແລະ ຜະລິດຕະພັນອື່ນໆ ເຊິ່ງໄດ້ມີພິທີຕັດແຖບຜ້າ ແລະ ວາງສີລາລືກໃນວັນທີ 9 ກັນຍາ 2019 ຜ່ານມາ ຢູ່ທີ່ດອນຊາວ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຂົ້າຮ່ວມມີ ທ່ານ ວິໃນ  ກັນຍາເດດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ, ທ່ານ ນາງ ທອງຄູນ ພົນທອງສີ ຫົວໜ້າຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ພ້ອມດ້ວຍ ທ່ານ ຈ້າວ ເຫວີຍ ປະທານ ບໍລິສັດ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ແຂກຖືກເຊີນເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ, ຮູບ: ບຸນເພັດ ]