ກອງປະຊຸມແກ້ໄຂບັນຫາບໍລິເວນຊາຍແດນ ລາວ-ກຳປູເຈຍບັນລຸຜົນເປັນຢ່າງດີ

81

ໜັງສືພິມກອງທັບປະຊາຊົນປະຊາຊົນລາວ ອອນລາຍ(www.kongthap.gov.la ) ລາຍງານວ່າ: ກອງປະຊຸມພົບປະສອງຝ່າຍ ລະຫວ່າງສອງກອງທັບລາວ ແລະ ກຳປູເຈຍກ່ຽວກັບກຳນົດການຖອນກຳລັງອອກຈາກ ບໍລິເວນໄຮ່ເຂົ້າຈຸດພິກັດ (E0523410 N1579776) ເມືອງມຸນລະປະໂມກແຂວງຈຳປາສັກ ສປປ ລາວໄດ້ຈັດຂຶ້ນ ໃນວັນທີ 27 ສິງຫາ 2019 ນີ້ ທີ່ດ່ານປະເພນີຫາງດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ, ຝ່າຍລາວນຳໂດຍ ທ່ານພົນ ຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາ ສັກ ເປັນຫົວໜ້າຄະນະ.

ຝ່າຍກຳປູເຈຍນຳໂດຍ ທ່ານ ພົນຕີ ດວງຈັນ ຜູ້ບັນຊາການກອງພົນນ້ອຍທີ 9 ກອງທັບຣາຊະອານາຈັກກຳປູເຈຍເປັນຫົວໜ້າຄະນະ.
ກອງປະຊຸມໄດ້ພ້ອມກັນຕົກລົງເປັນເອກະພາບໃນບັນຫາສຳຄັນດັ່ງນີ້.
1. ສອງຝ່າຍເຫັນດີຖອນກຳລັງທະຫານຂອງຕົນອອກຈາກບໍລິເວນໄຮ່ເຂົ້າຈຸດພິກັດ (E0523410 N1579776) ກັບຄືນສູ່ຈຸດທີ່ຕັ້ງເດີມຂອງຕົນ.
2. ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງຄະນະກຳມະການຮ່ວມເພື່ອສັງເກດການ ແລະ ກວດກາການຖອນກຳລັງທະຫານຂອງທັງສອງຝ່າຍ, ເຊິ່ງກຳນົດເອົາຝ່າຍລະ 5 ຄົນ.

3. ສອງຝ່າຍເຫັນດີກຳນົດເວລາການຈັດຕັ້ງປະຕິບັດການຖອນກຳລັງທະຫານຂອງຕົນອອກຈາກຈຸດດັ່ງກ່າວ ເລີ່ມແຕ່ ເວລາ 8:00-11:00 ໂມງ ຂອງ ວັນທີ 29 ສິງຫາ 2019 ໃຫ້ ສຳເລັດ.
ການຈັດກອງປະຊຸມຄັ້ງນີ້ ແມ່ນປະຕິບັດຕາມຄຳສັ່ງຂອງສອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ, ເຊິ່ງກອງປະຊຸມໄດ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມບົນພື້ນຖານໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນເປັນຢ່າງດີ, ເພື່ອສ້າງໃຫ້ຊາຍແດນສອງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາຢ່າງແທ້ຈິງ.