ຖວທ ເດັດຂາດບໍໍ່ໃຫ້ເກີດອຸບັດຕິເຫດຄືລົດທົວຕົກເຫວນີ້ອີກ ທຸລະກິດທ່ອງທ່ຽວ ແລະ ຂົນສົ່ງຕ້ອງເອົາໃຈໃສ່ກວດສອບລົດ

142

ເພື່ອເປັນການຮັບປະກັນຄວາມປອດໄພຂອງຜູ້ໂດຍສານ ແລະ ນັກທ່ອງທ່ຽວຈີນ ແລະ ຢູໂຣບ ທີ່ເຂົ້າມາທ່ຽວລາວ ໃຫ້ມີຄວາມປອດໄພໃນການເດີນທາງ ແລະ ບໍ່ໃຫ້ເກີດເຫດການອຸປະຕິເຫດທີ່ເສົ້າສະຫຼົດໃຈ ຄືດັ່ງເຫດລົດຂົນສົ່ງນັກທ່ອງທ່ຽວຈີນ ຕົກເຫວ ເຂດຂົວນໍ້າງາວ ບ້ານນາເມືອງ ເມືອງນານ ແຂວງຫຼວງພະບາງ ເມື່ອວັນທີ 19 ສິງຫາ 2019 ຜ່ານມາ ອັນເຮັດມີຜູ້ເສຍຊີວິດ 13 ຄົນ.


ຕອນບ່າຍຂອງວັນທີ 22 ສິງຫາ 2019 ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີຖະແຫຼງຂ່າວຕໍ່ສື່ມວນຊົນ ໂດຍການຖະແຫຼງຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີຜູ້ຊີ້ນຳວຽກງານຖະແຫຼງຂ່າວ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານທ່ອງທ່ຽວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ຖວທ ໄດ້ຖະແຫຼງບາງຕອນວ່າ: ນັບແຕ່ເວລາເຫດການເກີດຂຶ້ນຈົນຮອດປະຈຸບັນນີ້ທາງລັດຖະບານລາວໄດ້ຊີ້ນໍາຢ່າງໃກ້ຊິດໃຫ້ອໍານາດການປົກຄອງທ້ອງຖິ່ນ ກໍຄືກໍາລັງທະຫານ, ຕໍາຫຼວດ, ຊາວໜຸ່ມຈົນຮອດປະຊາຊົນທີ່ອາໃສຢູ່ບ້ານໃກ້ຄຽງກັບຈຸດເກີດເຫດ ແລະ ໜ່ວຍກູ້ໄພສຸມໃສູ່ໃຫ້ການຊ່ວຍເຫຼືອຢ່າງຮີບດ່ວນ ໂດຍໄດ້ພົບເຫັນຜູ້ເສຍຊີວິດ 13 ຄົນ, ຍິງ 8 ຄົນ, ບາດເຈັບ 33 ຄົນ ແລ້ວກໍໍ່ໄດ້ນໍາສົ່ງໄປປິ່ນປົວຢູ່ໂຮງໝໍລາວ-ຈີນຫຼວງພະບາງ ແລະ ໂຮງໝໍແຂວງຫຼວງພະບາງໂດຍດ່ວນ. ພ້ອມກັນນັ້ນ ທາງກະຊວງ ຖວທ ກໍໍ່ໄດ້ແຕ່ງຕັ້ງທ່ານຮອງລັດຖະມົນຕີ ຮັບຜິດຊອບວຽກງານທ່ອງທ່ຽວ ເດີນທາງໄປຍັງທີ່ເກີດເຫດ ເພື່ອສົມທົບກັບອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ, ເປັນຕົ້ນພະແນກ ຖວທ ແຂວງຫຼວງພະບາງ, ສະຖານທູດຈີນ ປະຈໍາ ສປປ ລາວ ກໍຄືກົງສູນໃຫຍ່ ສປ ຈີນ ປະຈໍາແຂວງພະບາງ ເພື່ອຮ່ວມກັນແກ້ໄຂສະພາບການຢ່າງຮີບດ່ວນ ພ້ອມທັງລົງຢ້ຽມຢາມຜູ້ໄດ້ຮັບບາດເຈັບຢູ່ໂຮງໝໍແຂວງ ແລະ ໄປກວດກາເບິ່ງຈຸດເກີດເຫດ.


ທ່ານກ່າວຕື່ມວ່າ: ຕໍໍ່ອຸປະຕິເຫດທີ່ບໍໍ່ເພິ່ງປາຖະໜາດັ່ງກ່າວ ຂ້າພະເຈົ້າຕາງໜ້າໃຫ້ແກ່ຄະນະນໍາກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ອີກເທື່ອໜຶ່ງຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ມາຍັງຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ຄອບຄົວ, ແລະ ສະແດງຄວາມເສົ້າສະຫຼົດໃຈມາຍັງຄອບຄົວຜູ້ທີ່ເສຍຊີວິດໃນເຫດການຄັ້ງນີ້.


ຂ້າພະເຈົ້າຂໍຖືໂອກາດນີ້ແຈ້ງໃຫ້ບັນດາສື່ຕ່າງໆ ຊາບວ່າ: ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສົ່ງສານສະແດງຄວາມເສຍໃຈ ແລະ ເສົ້າສະຫຼົດໃຈໄປຍັງທ່ານນາຍົກລັດຖະມົນຕີ ແຫ່ງ ສປ ຈີນແລ້ວ, ຂ້າພະເຈົ້າ ລັດຖະມົນຕີກະຊວງ ຖວທ ກໍ່ໄດ້ສົ່ງສານສະແດງຄວາມເສຍໃຈ ແລະ ເສົ້າສະຫຼົດໃຈໄປຍັງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ແລະ ພວກເຮົາກໍ່ໄດ້ສະແດງຄວາມມຸ່ງຫວັງວ່າທັງ 2 ກະຊວງ ຍັງຈະສືບຕໍ່ຮ່ວມມືກັນ ເພື່ອຊຸກຍູ້ສົ່ງເສີມກິດຈະກຳຕ່າງໆ ໃນປີທ່ອງທ່ຽວລາວ-ຈີນ ຕາມແຜນການທີ່ວາງໄວ້ເພື່ອໃຫ້ປະສົບຜົນສຳເລັດ ໂດຍທີ່ຈະເຈາະຈົງພະຍາຍາມຮັບປະກັນຄວາມປອດໄພ ແລະ ສະຫວັດດີພາບຂອງນັກທ່ອງທ່ຽວຈີນໃຫ້ດີຂຶ້ນກວ່າເກົ່າ ເພື່ອບໍ່ໃຫ້ເກີດມີອຸປະຕິເຫດແບບນີ້ເກີດຂຶ້ນອີກ.


ນອກນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ປະກອບການດ້ານທຸລະກິດການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ການບໍລິການຂົນສົ່ງຜູ້ໂດຍສານໃຫ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ, ດູແລພາຫະນະຂົນສົ່ງໃຫ້ຜ່ານການກວດກາເຕັກນິກຄົບຖ້ວນ, ປະຕິບັດກົດລະບຽບຈໍລະຈອນຢູ່າງເຂັ້ມງວດ ແລະ ມີສະຕິລະມັດລະວັງຕົວໃນການຂັບຂີ່ເພື່ອຮັບປະກັນຄວາມປອດໄພຕໍໍ່ຊີວິດ ແລະ ຊັບສິນຂອງນັກທ່ອງທ່ຽວທຸກຄົນທີ່ມາທ່ຽວປະເທດພວກເຮົາ, ເດັດຂາດບໍໍ່ໃຫ້ເກີດອຸບັດຕິເຫດທີ່ໜ້າສະຫຼົດໃຈຄືແນວນີ້ອີກ.