ສະຖາບັນເສດຖະກິດ-ການເງິນດົງຄຳຊ້າງ ປະກາດຮັບສະໝັກນັກສຶກສາຊຸດໃໝ່

281

ສະຖາບັນເສດຖະກິດ-ການເງິນ ແຈ້ງການມາຍັງນັກສຶກສາທີ່ຮຽນຈົບມໍປາຍ ທີ່ມີຈຸດປະສົງຢາກສຶກສາຕໍ່ວິຊາຊີບໃນບັນດາສາຂາວິຊາຕ່າງໆ ຢູ່ສາຖາບັນເສດຖະກິດ-ການເງິນ ສາມາດພົວພັນຊື້ຄຳຮ້ອງສອບເສັງຄັດເລືອກໄດ້ທີ່ສະຖາບັນເສດຖະກິດ-ການເງິນ ສຳນັກງານຕັ້ງຢູ່ ບ້ານດົງຄຳຊ້າງ ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ ຕາມວັນເວລາດັ່ງນີ້:

 

 

ວັນທີ 19 ສິງຫາ ຫາວັນທີ 4 ກັນຍາ 2019 ເປີດຂາຍຄຳຮ້ອງ ແລະ ຮັບຕຳຮ້ອງສະໝັກສອບເສັງຄັດເລືອກ; ວັນທີ 6 ກັນຍາ 2019 ແຈ້ງລາຍຊື່ຜູ້ເຂົ້າສອບເສັງ; ວັນທີ 7 ກັນຍາ 2019 ສອບເສັງຄັດເລືອກ ເວລາ 8:00 ໂມງ ທີ່ສະຖາບັນການເສດຸະກິດ-ການເງິນ ແລະ ວັນທີ 23-25 ກັນຍາ 2019 ປະກາດຜົນສອບເສັງ.

 

ສຳລັບວິຊາຮຽນປະກອບມີ: ອະນຸປະລິນຍາປະກອບມີ 5 ສາຂາຄື: ສາຂາ ການເງິນວິສາຫະກິດ; ສາຂາ ພາສີ; ສາຂາ ສ່ວຍສາອາກອນ; ສາຂາຄັງເງິນ-ງົບປະມານ ແລະ ສາຂາ ບັນຊີກສວດສອບ. ສຳລັບປະລິນຍາຕີປະກອບມີ 5 ສາຂາຄື: ສາຂາ ການເງິນແຫ່ງລັດ; ສາຂາ ການເງິນວິສາຫະກິດ; ສາຂາ ພາສີ; ສາຂາ ສ່ວຍສາອາກອນ ແລະ ສາຂາບັນຊີກວດສອບ. ທ່ານໃດສົນໃຈ ສາມາດເຂົ້າມາພົວພັນໄດ້ທີ່ສຳນັກງານຂອງສະຖາບັນ ໃນໂມງລັດຖະການ.