ໄດ້ຄືບຢາກເອົາສອກ ຍິງສາວຍັກຍອກເງິນນາຍຈ້າງຍ້ອນຄວາມເຊື່ອໃຈ

137

ຍຸກສະໄໝນີ້ ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນບໍ່ເວັ້ນໃນແຕ່ລະວັນ ສ້າງຄວາມວຸ້ນວາຍສັບສົນແກ່ສັງຄົມເຊັ່ນ: ບັນຫາຂີ້ລັກງັດແງະ, ຂ້າເຈົ້າເອົາຂອງ, ປຸ້ນຈີ້ຊິງຊັບ, ຍັກຍອກຊັບພົນລະເມືອງ ແລະ ອື່ນໆ ເຮັດໃຫ້ເກີດຄວາມບໍ່ສະຫງົບ ທັງໝົດນີ້ລ້ວນບໍ່ເປັນຜົນດີຕໍ່ຜູ້ກະທຳເພາະສຸດທ້າຍແລ້ວຕ້ອງໄດ້ຮັບໂທດ ແລະ ຜົນກຳທີ່ຕົນເອງກໍ່ຂຶ້ນ.

ນາງ ພອນທິບ ອາຍຸ 25 ປີ ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຕົກເປັນຈຳເລີຍ ໃນສະຖານຍັກຍອກຊັບພົນລະເມືອງ ມູນຄ່າເສຍຫາຍ 22 ລ້ານກວ່າກີບ ແລະ ຖືກ ອົງການໄອຍະການປະຊາຊົນ ສັ່ງຟ້ອງຕໍ່ສານອາຍາ ໃນວັນທີ 8 ສິງຫາ 2019 ເພື່ອໃຫ້ສານພິຈາລະນາຕັດສິນ ຕາມກົດໝາຍ. ເຊິ່ງຖືກລົງໂທດຕັດອິດສະຫຼະພາບ 2 ປີ ປັບໃໝ 500.000 ກີບ ແຕ່ໃຫ້ປະຕິບັດໂທດຕົວຈິງ 1 ປີ ພ້ອມໃຊ້ແທນໜີ້ສິນທີ່ຍັກຍອກມາໃຫ້ຄົບ.

 

 

ຄະດີນີ້ໂຈດທາງແພ່ງ ຊື່ ນາງ ເດືອນໂສພາ ອາຍຸ 43 ປີ ຢູ່ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເຂົ້າແຈ້ງຄວາມກັບເຈົ້າໜ້າທີ່ກ່ຽວຂ້ອງວ່າ: ຈຳເລີຍ ໄດ້ຍັກຍອກຊັບ ມູນຄ່າ 22.688.000 ກີບ; ເມື່ອມີການແຈ້ງຄວາມຄືແນວນັ້ນ. ເຈົ້າໜ້າທີ່, ຈຶ່ງໄດ້ນໍາຕົວຈໍາເລີຍມາສອບສວນໂດຍມີເນື້ອຄະດີ ດັ່ງນີ້: ໃນວັນທີ 2 ພຶດສະພາ 2017, ຈຳເລີຍ ໄດ້ເຂົ້າເຮັດວຽກ ຢູ່ຮ້ານຄອມພິວເຕີຂອງໂຈດທາງແພ່ງ ຕັ້ງຢູ່ເຂດບ້ານໂພນໄຊ ເມືອງໄຊເສດຖາ ເຊິ່ງແມ່ນ ຮ້ານບໍລິການຂາຍຄອມພິວເຕີ ແລະ ອາໄຫຼ່ຄອມພິວເຕີ ໂດຍ ຈຳເລີຍໄດ້ຮັບເງິນ ເດືອນລະ 1.000.000 ກີບ, ສ່ວນໜ້າທີ່ຮັບຜິດຊອບ ແມ່ນເປັນຜູ້ຂຽນບິນຮັບເງິນນໍາລູກຄ້າ, ຮັບຜິດຊອບຂາຍເຄື່ອງໜ້າຮ້ານ ແລະ ລາຍຈ່າຍທັງໝົດ ພາຍໃນຮ້ານ; ພ້ອມນັ້ນ, ຕອນແລງຂອງທຸກໆມື້ ແມ່ນຕ້ອງໄດ້ສະຫຼຸບບັນຊີ ທີ່ໄດ້ຈາກການຂາຍເຄື່ອງ ມອບໃຫ້ແກ່ໂຈດທາງແພ່ງ.

ຕົກມາໃນເດືອນກັນຍາ 2017, ໂຈດທາງແພ່ງ ໄດ້ເປີດສະຖາບັນການເງິນຈຸລະພາກ ແລະ ບໍ່ໄດ້ຢູ່ຮ້ານເປັນປົກກະຕິ ຈຶ່ງມອບວຽກທຸກຢ່າງໃນຮ້ານຄອມພິວເຕີ ໃຫ້ຈຳເລີຍຮັບຜິດຊອບຜູ້ດຽວ ແລະ 2 – 3 ມື້ ໂຈດທາງແພ່ງ ຈຶ່ງຈະເຂົ້າມາຮ້ານເທື່ອໜຶ່ງເພື່ອກວດກາບັນຊີ ແລະ ເງິນ.

ເມື່ອຈຳເລີຍ ໄດ້ມີໂອກາດຈຶ່ງຊອກຫາວິທີຍັກຍອກເອົາເງິນທີ່ໄດ້ຈາກການຂາຍເຄື່ອງຄອມພິວເຕີ້ ດ້ວຍຮູບການເພີ່ມຈຳນວນເງິນຈາກຕົວຈິງ ໃສ່ບິນລາຍຈ່າຍ ໃນແຕ່ລະມື້ ແລະ ບາງຄັ້ງ ກໍໄປຊື້ເຄື່ອງຢູ່ຮ້ານອື່ນມາໃຫ້ລູກຄ້າ ແລ້ວຂຽນບິນໃນລາຄາເຄື່ອງສູງກວ່າລາຄາຊື້ຕົວຈິງ, ເມື່ອຮອດເວລາຄິດໄລ່ບິນ ຈຳເລີຍ ກໍບໍ່ເອົາບິນມາຄິດໄລ່ໝົດ ເພື່ອເຮັດໃຫ້ຜົນບວກເງິນອອກມາໜ້ອຍກວ່າ ເງິນທີ່ໄດ້ຮັບຕົວຈິງ ແລະ ກໍເຮັດແບບນີ້ມາແລ້ວຫຼາຍຄັ້ງ.

 

ເມື່ອໂຈດທາງແພ່ງ ມີຄວາມສົງໄສຈຶ່ງກວດເບິ່ງບັນຊີຍ້ອນຫຼັງ ທັງລາຍຮັບ ແລະ ລາຍຈ່າຍ ພາຍໃນຮ້ານແລ້ວຮູ້ວ່າ: ຈຳເລີຍ ໄດ້ຍັກຍອກເງິນໄປທັງໝົດ ຈໍານວນ 22.688.000 ກີບ. ສະນັ້ນ, ຈຶ່ງໄປແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ແລະ ສາມາດກັກຕົວໄດ້ໃນວັນທີ 28 ມັງກອນ 2019.

ຜ່ານການຄົ້ນຄວ້າຂອງ ຄະນະສານອາຍາ ເຫັນວ່າ: ມີຫຼັກຖານ ຮັດກຸມ, ໜັກແໜ້ນ ແລະ ພຽງພໍ ທີ່ຈະຢັ້ງຢືນວ່າ: ການກະທໍາຂອງ ຈຳເລີຍ ເປັນການກະທໍາຜິດທາງອາຍາ ໃນສະຖານ ຍັກຍອກຊັບພົນລະເມືອງ ທີ່ແຕະຕ້ອງເຖິງກໍາມະສິດສ່ວນຕົວ, ຕາມທີ່ກໍານົດໄວ້ ໃນກົດໝາຍອາຍາ ມາດຕາ 121, ເຊິ່ງການກະທໍາທັງໝົດນີ້ ຈໍາເລີຍ ກໍໃຫ້ການຮັບສາລະພາບແລ້ວ.

ສະນັ້ນ, ສານຈຶ່ງເຫັນຄວນຕັດສິນ ຕັດອິດສະຫຼະພາບ 2 ປີ ປັບໃໝ 500.000 ກີບ, ແຕ່ສານ ໃຫ້ປະຕິບັດໂທດຕົວຈິງ 1 ປີ; ສ່ວນຜົນເສຍຫາຍທີ່ເກີດຂຶ້ນ, ໂຈດທາງແພ່ງ ໄດ້ຮຽກຮ້ອງໃຫ້ຈໍາເລີຍ ທົດແທນເງິນຄືນ ຈໍານວນ 22.688.000 ກີບ. ໂດຍອີງຕາມທີ່ໄດ້ລະບຸໄວ້ ໃນກົດໝາຍ ວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ມາດຕາ 83, ກົດໝາຍອາຍາ ມາດຕາ 121 ວັກ 2 ແລະ ກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ສະບັບປັບປຸງ ປີ 2012 ມາດຕາ 152 ຂໍ້ 5.