ວິທີເຮັດນໍ້າຢາປູກຜົມ ດ້ວຍດອກອັນຊັນກັບເຫຼົ້າຂາວ ຊ່ວຍຜົມດົກດຳເງົາງາມ

81

ພາວະຜົມຫຼົ່ນ ຫຼື ຜົມບາງ ເກີດຂຶ້ນກັບທຸກຄົນບໍ່ສະເພາະແຕ່ຜູ້ສູງອາຍຸເທົ່ານັ້ນ. ບັນຫາຜົມຫຼົ່ນ ຫຼື ຜົມບາງ ເປັນເລື່ອງທີ່ຫຼາຍໆຄົນກັງວົນໃຈ ແລະ ຂາດຄວາມໝັ້ນໃຈໃນບຸກຄະລິກກະພາບຂອງຕົນເອງ ຫາກໃຜມີບັນຫານີ້ ບໍ່ຕ້ອງກັງວົນອີກຕໍ່ໄປ ເພາະມື້ນີ້ແອັດມິນ ຈະມາແນະນຳສູດປູກຜົມດ້ວຍດອກອັນຊັນດອງເຫຼົ້າຂາວ ເຊິ່ງຈະຊ່ວຍໃຫ້ຜົກດົກດຳ ແລະ ເງົາງາມ.

 

 

 

ດອກອັນຊັນໝັກຜົມສູດນີ້ ໃຊ້ສ່ວນປະສົມ 2 ຢ່າງຄື: ດອກອັນຊັນ ກັບເຫຼົ້າຂາວ

ວິທີເຮັດ: ນາດອກອັນຊັນ 10 ດອກ ລ້າງໃຫ້ສະອາດແລ້ວນໍາໄປແຊ່ໃນເຫຼົ້າຂາວເລັກນ້ອຍ ໂດຍແຊ່ປະໄວ້ປະມານ 1 ຊົ່ວໂມງ, ຈາກນັ້ນ,ເອົາມືຫຍຸມດອກອັນຊັນທີ່ປະສົມກັບເຫຼົ້າຂາວໃຫ້ລະອຽດ ແລ້ວນຳມາກອງເອົາແຕ່ນໍ້າ ນຳໄປທາໃຫ້ທົ່ວບໍລິເວນຜົມ ໝັກໄວ້ປະມານ 5 ຊົ່ວໂມງ ຫຼື ອາດດົນກວ່ານັ້ນກໍ່ໄດ້ ແລ້ວຈຶ່ງລ້າງອອກດ້ວຍນໍ້າສະອາດ ຫາກເຮັດແບບນີ້ເປັນປະຈຳ ຈະເປັນສູດການປູກຜົມໄດ້ເປັນຢ່າງດີ.

 

 

ເປັນສູດປູກຜົມທີ່ງ່າຍ ແລະ ຍັງໃຫ້ຜົນດີອີກດ້ວຍ ສຳລຫບທ່ານໃດທີ່ມີບັນຫາຜົມຫຼົ່ນ ຫຼື ຜົມບາງລອງນຳໄປລອງໃຊ້ເບິ່ງ ເພື່ອອາດຈະເຮັດໃຫ້ບັນຫາທີ່ທ່ານກັງວົນໃຈນັ້ນໝົດໄປ.